ສສກ ແລະ ແຜນງານບີຄວາ ຮ່ວມຫຼອງວັນແມ່ຍິງສາກົນ ພາຍໃຕ້ຫົວຂໍ້: “ ນະວັດຕະກໍາ ແລະ ເຕັກໂນໂລຊີ ເພື່ອຄວາມສະເໝີພາບລະຫວ່າງຍິງ-ຊາຍ ”

    ເພື່ອຮ່ວມສະເຫຼີມສະຫຼອງວັນແມ່ຍິງສາກົນ ພາຍໃຕ້ຫົວຂໍ້ “ນະວັດຕະກໍາ ແລະ ເຕັກໂນໂລຊີ ເພື່ອຄວາມສະເໝີພາບລະຫວ່າງຍິງ-ຊາຍ”  ກະຊວງສຶກສາທິການ ແລະ ກີລາ (ສສກ) ໄດ້ເປີດເຝິກອົບຮົມ ຊຸດໃໝ່ ໃຫ້ແກ່ທີມງານ ຂະແໜງສື່ອີເລັກໂຕຼນິກ ແລະ ການສຶກສາທາງໄກ ແລະ ສູນໂຄສະນາຂ່າວສານການສຶກສາ ແລະ ກີລາ ໃນວັນທີ 3 ມີນາ 2023 ໂດຍການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ຜ່ານແຜນງານການປັບປຸງຄຸນນະພາບ ແລະ ຂະຫຍາຍໂອກາດເຂົ້າຮຽນສໍາລັບການສຶກສາຂັ້ນພື້ນຖານ ໃນ ສປປ ລາວ (ແຜນງານບີຄວາ) ມີທ່ານ ນາງ ສີສຸກ ວົງວິຈິດ ຮອງລັດຖະມົນຕີກະຊວງ ສສກ ທ່ານ ໂພລ ແຄລລີ ເອກອັກຄະລັດຖະທູດອົດສະຕຣາລີ ປະຈຳລາວ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

    ຈຸດປະສົງຂອງການເຝິກອົບຮົມໃນຄັ້ງນີ້ ແມ່ນເພື່ອຮຽນຮູ້ກ່ຽວກັບວິທີການສົ່ງເສີມຄວາມສະເໝີພາບລະຫວ່າງຍິງ-ຊາຍ ແລະ ການສ້າງຄວາມເຂັ້ມແຂງຂອງແມ່ຍິງໃນການຜະລິດສື່ດີຈີຕອນ ແລະ ວິດີໂອຂອງກະຊວງ ສສກ.

    ທ່ານ ນາງ ສີສຸກ ວົງວິຈິດ ໄດ້ກ່າວວ່າ: ກະຊວງ ສສກ ແລະ ລັດຖະບານອົດສະຕຣາລີ ມີການຮ່ວມມືອັນແໜ້ນແຟ້ນໃນການພັດທະນາຂະແໜງການສຶກສາ ໂດຍສະເພາະດ້ານການຜະລິດສື່ການຮຽນ-ການສອນທີ່ເປັນດີຈີຕອນ ວິດີໂອ ແລະ ສື່ໃນຮູບແບບຕ່າງໆ ເພື່ອສົ່ງເສີມວຽກງານບົດບາດຍິງ-ຊາຍ ແລະ ຫຼີກລ້ຽງຄວາມຄິດຕີລວດກວດພຽງ (ຫຼືການກຳນົດບົດບາດຂອງເພດຍິງ ຫຼື ເພດຊາຍແບບຕາຍໂຕ)

    ທ່ານ  ໂພລ ແຄລລີ ໄດ້ກ່າວວ່າ: ວິດີໂອ ແລະ ສື່ດີຈິຕອນ ມີບົດບາດສໍາຄັນໃນການຮັບປະກັນການເຂົ້າເຖິງຂໍ້ມູນທີ່ເທົ່າທຽມກັນສໍາລັບນັກຮຽນ ແລະ ຄູ ແລະ ໄດ້ສົ່ງເສີມແນວຄວາມຄິດ ບໍ່ປະລະໃຜໄວ້ເບື້ອງຫຼັງ ສະນັ້ນ ສ່ວນໜຶ່ງຂອງການສະໜັບສະໜູນຂອງລັດຖະບານອົດສະຕຣາລີ ຕໍ່ການພັດທະນາວິຊາຊີບຄູໃນ ສປປ ລາວ ແມ່ນການສະໜອງອຸປະກອນ ແລະ ການເຝິກອົບຮົມເພື່ອສ້າງ ແລະ ຜະລິດສື່ການຮຽນຮູ້ດີຈີຕອນໃຫ້ແກ່ຄູ.

    ໃນພິທີ ໄດ້ມີການມອບ-ຮັບ ອຸປະກອນສຳລັບການຖ່າຍທຳ ແລະ ອຸປະກອນບັນທຶກສຽງ (ກ້ອງຖ່າຍ ຮູບ ອຸປະກອນກັນພາບສັ່ນ ໂປເຈັກເຕີ ແລະ ໄມໂຄຣໂຟນ) ພ້ອມອຸປະກອນຕັດຕໍ່ (ຄອມພິວເຕີ 5 ເຄື່ອງຈໍພາບໃຫຍ່ພິເສດ ຊອບແວເພື່ອການຕັດຕໍ່ ເຄື່ອງພິມ ແລະ ອື່ນໆ) ລວມມູນຄ່າ 476 ລ້ານກີບ ຕາງໜ້າມອບໂດຍທ່ານ  ໂພລ ແຄລລີ ຕາງໜ້າຮັບໂດຍທ່ານ ນາງ ສີສຸກ ວົງວິຈິດ ພ້ອມດ້ວຍພາກສ່ວນ ກ່ຽວຂ້ອງສອງຝ່າຍເຂົ້າຮ່ວມ.

error: Content is protected !!