ກາແດງສະວິດ ໃຫ້ການຊ່ວຍເຫຼືອອຸປະກອນການແພດແກ່ສະຖາບັນເລືອດແຫ່ງຊາດ

    ພິທີ ມອບ-ຮັບ ອຸປະກອນການແພດ ໃຫ້ສະຖາບັນເລືອດແຫ່ງຊາດ ຈັດຂຶ້ນໃນວັນທີ 3 ມີນາ 2023 ທີ່ຫ້ອງປະຊຸມສະຖາບັນເລືອດແຫ່ງຊາດ ອົງການກາແດງແຫ່ງຊາດລາວ ກ່າວມອບໂດຍທ່ານ ຊັງມາກ ໂຕເມ ຜູ້ຕາງໜ້າອົງການກາແດງສະວິດ ປະຈໍາລາວ ກ່າວຮັບໂດຍທ່ານ ສຈ ດຣ ພູທອນ ເມືອງປາກປະທານອົງການກາແດງແຫ່ງຊາດລາວ ມີຜູ້ຕາງຈາກຫ້ອງການ ສະຖາບັນເລືອດແຫ່ງຊາດ ແລະ ພະນັກງານທີ່ ກ່ຽວຂ້ອງ ເຂົ້າຮ່ວມ.

    ອຸປະກອນການແພດທີ່ມອບຄັ້ງນີ້ປະກອບມີ: ເຄື່ອງປິ່ນແຍກສ່ວນປະກອບຂອງເລືອດ 1 ເຄື່ອງ ຕູ້    ເຢັນ ເກັບຮັກສາເລືອດ 5 ເຄື່ອງ ເຄື່ອງປິ່ນວິເຄາະເລືອດ 10 ເຄື່ອງ ເຄື່ອງຕັດສາຍຖົງເລືອດ 10 ເຄື່ອງ ໝໍ້ນໍ້າອຸ່ນສໍາລັບກວດວິເຄາະເລືອດ 10 ເຄື່ອງ ແລະ ເຄື່ອງອົບຂ້າເຊື້ອ 5 ເຄື່ອງ ເພື່ອຮັບໃຊ້ວຽກງານປຸກ ລະດົມບໍລິຈາກເລືອດ ແລະ ສະໜອງເລືອດທີ່ປອດໄພ ລວມມູນຄ່າທັງໝົດ 195.765 ໂດລາສະຫະລັດ ພາຍໃຕ້ໂຄງການສະໜັບສະໜູນການພັດທະນາວຽກງານປຸກລະດົມບໍລິຈາກເລືອດ ແລະ ສະໜອງເລືອດປອດໄພ ສະໜັບສະໜູນທຶນຈາກອົງການກາແດງສະວິດ.

error: Content is protected !!