ທະນາຄານພັດທະນາອາຊີ (ADB) ແລະ ບໍລິສັດ Monsoon Wind Power Company Limited ລົງນາມໂຄງການສະ ໜອງທຶນ ມູນຄ່າ 692,55 ລ້ານໂດລາສະຫະລັດ ຫຼື ກວ່າ 12.000 ຕື້ກີບ ສ້າງໂຮງຜະລິດໄຟຟ້າພະລັງງານລົມ ກຳລັງແຮງ 600 ເມກາວັດ ຢູ່ແຂວງ ເຊກອງ ແລະ ແຂວງອັດຕະປື ເພື່ອສົ່ງອອກ.

ໂຄງການໄຟຟ້າພະລັງງານລົມ ປະກອບດ້ວຍ 133 ກັງຫັນລົມ ຈະເປັນໂຮງຜະລິດໄຟຟ້າພະລັງງານລົມ ທີ່ໃຫຍ່ທີ່ສຸດໃນອາ ຊີຕາເວັນອອກສຽງໃຕ້ ແລະ ເປັນໂຮງຜະລິດໄຟຟ້າພະລັງງານລົມແຫ່ງທໍາອິດຢູ່ ສປປ ລາວ.
ໃນຖານະເປັນຜູ້ກຽມການ ແລະ ໄດ້ຮັບການມອບໝາຍພຽງຜູ້ດຽວ ADB ໄດ້ຈັດຕັ້ງໂຄງສ້າງ ແລະ ສັງລວມການສະໜອງທຶນ ໃນວົງເງິນທັງໝົດ ເຊິ່ງເປັນການເຄື່ອນໄຫວດ້ານການເງິນໂຄງການພະລັງງານທົດແທນທີ່ໃຫຍ່ທີ່ສຸດໃນປະເທດສະມາຊິກ ອາຊຽນ ໃນປັດຈຸບັນ ວົງເງິນດັ່ງກ່າວປະກອບມີເງິນກູ້ປະເພດ A 100 ລ້ານໂດລາສະຫະລັດ ຈາກແຫຼ່ງທຶນປົກກະຕິຂອງ ADB ເງິນກູ້ລວມປະເພດ B 150 ລ້ານໂດລາສະຫະລັດ ທຶນທີ່ໄດ້ຮັບການຈັດສັນໄວ້ 50 ລ້ານໂດລາສະຫະລັດ ເງິນກູ້ຄູ່ຂະ ໜານ 382,55 ລ້ານໂດລາສະຫະລັດ ແລະ ເງິນຊ່ວຍເຫຼືອລ້າ 10 ລ້ານໂດລາສະຫະລັດ ການໃຊ້ວິທີທາງການເງິນ ເພື່ອລະ ດົມທຶນປະສົມທີ່ໄດ້ຮັບການຈັດສັນໄວ້ໃໝ່ ມີຄວາມສຳຄັນໃນການເອົາຊະນະອຸປະສັກດ້ານການທະນາຄານຂອງໂຄງການ ເພື່ອຍາດແຍ່ງທຶນທາງການຄ້າ.
ທ່ານ ຊູຊານ ແກັບບູຣີ ຫົວໜ້າກົມການປະຕິບັດງານພາກເອກະຊົນຂອງ ADB ກ່າວວ່າ: ເສດຖະກິດຂອງປະເທດທີ່ກຳລັງ ພັດທະນາ ຢູ່ພາກພື້ນອາຊີ ແລະ ປາຊີຟິກ ປະເຊີນກັບການຂາດເຂີນການລົງທຶນດ້ານດິນຟ້າອາກາດ ເຊິ່ງຈຳເປັນເພື່ອຊຸກ ຍູ້ແນວທາງໄປສູ່ການເຕີບໂຕຕາມທິດສີຂຽວໃຫ້ປະກົດຜົນເປັນຈິງ ການຮ່ວມກັນພັດທະນາ ແລະ ຮ່ວມກັນສະໜອງທຶນການຄ້າໃຫ້ໂຄງການນີ້ ໄດ້ຮັດແຄບຊ່ອງຫວ່າງດ້ວຍການລະດົມທຶນເອກະຊົນ ເພື່ອພັດທະນາແຫຼ່ງພະລັງງານລົມ ທີ່ເປັນການຜະລິດພະລັງງານໄຟຟ້າສະອາດ ເຊິ່ງສາມາດຊຸກຍູ້ຄວາມກ້າວໜ້າດ້ານເສດຖະກິດ ແລະ ສັງຄົມໃນພາກພື້ນ ການສະ ໜອງທຶນຈາກ ADB ແລະ ບັນດາຄູ່ຮ່ວມມືຂອງ ADB ຈະຊ່ວຍປົດລ໋ອກຊັບພະຍາກອນພະລັງງານລົມ ທີ່ຍັງບໍ່ທັນໄດ້ນໍາເອົາ ມາໃຊ້ຂອງ ສປປ ລາວ ອັນເປັນການສະໜອງພື້ນຖານໃຫ້ການຫັນປ່ຽນໄປສູ່ພະລັງງານສະອາດ ແລະ ການເຕີບໂຕຕາມ ທິດສີຂຽວ ເຊິ່ງຈະສ້າງຜົນປະໂຫຍດອັນຍືນຍົງໃຫ້ເສດຖະກິດ.
ທ່ານ ເປັກ ຄໍາຄະນິດ ປະທານກຳມະການບໍລິຫານຂອງ Impact Electrons Siam Company Limited (ຜູ້ພັດທະນາ ຂອງໂຄງການ) ກ່າວວ່າ: ໂດຍຮ່ວມກັບ ADB ພວກເຮົາຖືເອົາບາດກ້າວອັນສຳຄັນນີ້ ໃນການຕໍ່ສູ້ທົ່ວໂລກ ຕ້ານການປ່ຽນ ແປງຂອງດິນຟ້າອາກາດ ຄຽງຄູ່ກັບພາລະກິດຂອງບໍລິສັດພວກເຮົາ ເພື່ອຍົກສູງຊີວິດການເປັນຢູ່ ແລະ ຄວາມຜາສຸກຂອງ ຊຸມຊົນທ້ອງຖິ່ນ ທີ່ພວກເຮົາເຮັດວຽກຢູ່ ເຊິ່ງຕ້ອງສະແດງຄວາມຂອບໃຈ ADB ສໍາລັບການນໍາພາຂອງຕົນ ທີ່ເປັນຕົວກາງ ການຈັດກຽມສັນຍາການສະໜອງທຶນດັ່ງກ່າວ ທີ່ມີຫຼາຍພາກສ່ວນມາຮ່ວມກັນ ທັງຈາກຂົງເຂດການຄ້າ ກໍຄືຂົງເຂດການ ພັດທະນາ.