ເຫດການໄຟໄໝ້ຂີ້ເຫຍື້ອ ຢູ່ສະໜາມຂີ້ເຫຍື້ອເຂດບ້ານຫຼັກແປດ ນະຄອນຫຼວງພະບາງ ໃນຕອນຄຳຂອງວັນທີ 13 ກຸມພາ 2023 ໄດ້ເກີດຄວັນໄຟປົກຄຸມບໍລິເວນອ້ອມຮອບ ເຊິ່ງກາຍເປັນສິ່ງທ້າທາຍໃນການແກ້ໄຂ ເນື່ອງຈາກຂາດງົບປະມານ.


ເຖິງແມ່ນວ່າ ປັດຈຸບັນ ສາມາດສະກັດກັ້ັນບໍ່ໃຫ້ໄຟລຸກລາມໄປເປັນວົງກວ້າງ ແຕ່ຍັງມີໄຟໄໝ້ເນື້ອທີ່ຂີ້ເຫຍື້ອປະມານ 5 ເຮັກ ຕາ ເຮັດໃຫ້ຄວັນທີ່ເກີດຈາກເຫດການດັ່ງກ່າວ ໄດ້ສົ່ງຜົນກະທົບຕໍ່ຊີວິດການເປັນຢູ່ຂອງປະຊາຊົນເຂດໃກ້ຄຽງ.


ທ່ານ ດາວັນ ສີລິວົງ ຮອງຫົວໜ້າອົງການພັດທະນາ ແລະ ບໍລິຫານຕົວເມືອງ ນະຄອນຫຼວງພະບາງ ໃຫ້ສຳພາດວັນທີ 1 ມີ ນາ 2023 ວ່າ: ຜ່ານມາຄະນະຮັບຜິດຊອບໄດ້ເຮັດເປັນລັກສະນະອ່າງເກັບ ໂດຍມີຄວາມເລິກຫຼາຍແມັດ ແລະ ໄດ້ຖົມຂີ້ ເຫຍື້ອເປັນ 3 ຊັ້ນ ຄາດວ່າໄຟຈະໄໝ້ຂີ້ເຫຍື້ອຮອດຊັ້ນທຳອິດ ຈຶ່ງເຮັດໃຫ້ການດັບໄຟພົບຄວາມຫຍຸ້ງຍາກ ແລະ ເຮັດໃຫ້ ເກີດມີຄວັນໄຟອອກມາຢ່າງຕໍ່ເນື່ອງ ພາຍຫຼັງເກີດໄຟໄໝ້ຂີ້ເຫຍື້ອໃນຕອນຄໍ່າວັນທີ 13 ກຸມພາ ພາກສ່ວນຮັບຜິດຊອບສະ ໜາມຂີ້ເຫຍື້ອ ກໍໄດ້ສົມທົບກັບເຈົ້າໜ້າທີ່ດັບເພີງ ກອງບັນຊາການປ້ອງກັນຄວາມສະຫງົບແຂວງຫຼວງພະບາງ ສຸມໃສ່ດັບ ໄຟທີ່ກຳລັງລຸກໄໝ້ ທັງໄດ້ສ້າງແລວກັນໄຟບໍ່ໃຫ້ແຜ່ລາມເປັນວົງກວ້າງ ໂດຍໄດ້ດຳເນີນຕະຫຼອດຄືນ ແຕ່ບໍ່ສາມາດດັບໄຟ ໃຫ້ມອດໄດ້.
ປັດຈຸບັນຍັງມີຄວັນໄຟອອກມາຈາກອ່າງເກັບຂີ້ເຫຍື້ອ ເນື່ອງຈາກການດັບໄຟມີຄວາມຫຍຸ້ງຍາກ ຍ້ອນເນື້ອທີ່ຂອງຈຸດເກີດ ເຫດມີບໍລິເວນກວ້າງ ການປະຕິບັດຕົວຈິງແມ່ນພົບຄວາມຫຍຸ້ງຍາກຫຼາຍ ໂດຍສະເພາະຂາດງົບປະມານຈັດຊື້ນ້ຳມັນເຊື້ອໄຟ ແລະ ອຸປະກອນຈຳເປັນ ພ້ອມນີ້ພາຫະນະກົນຈັກທີ່ໃຊ້ຢູ່ພາຍໃນສະໜາມຂີ້ເຫຍື້ອ ກໍມີຄວາມຊຸດໂຊມ ຕ້ອງໄດ້ສ້ອມແປງ ເປັນໄລຍະ ປັດຈຸບັນພາກສ່ວນຮັບຜິດຊອບພວມສືບຕໍ່ສີດນໍ້າສັດກັດຄວັນທີ່ອອກມາຈາກອ່າງຂີ້ເຫຍື້ອ ແລະ ໄດ້ນຳໃຊ້ດິນ ຖົມຂີ້ເຫຍື້ອທີ່ເກີດເປັນຄວັນ ໂດຍໄດ້ຮັບການຮ່ວມມືຈາກພາກລັດ ແລະພາກທຸລະກິດ ເປັນຕົ້ນການສົມທົບອຸປະກອນ ແລະ ພາຫະນະເຂົ້າຊ່ວຍ ຄາດວ່າຈະໃຊ້ເວລາອີກດົນສົມຄວນ ຈຶ່ງຈະສາມາດຄວບຄຸມໄດ້.


ໂອກາດນີ້ ທ່ານ ຄຳຂັນ ຈັນທະວີສຸກ ເຈົ້າແຂວງຫຼວງພະບາງ ກໍໄດ້ລົງໄປກວດກາພື້ນທີ່ຕົວຈິງ ແລະ ໄດ້ຊີ້ນຳໃຫ້ພາກສ່ວນ ກ່ຽວຂ້ອງ ລະດົມບັນດາບໍລິສັດທີ່ມີກົນຈັກ ເຂົ້າມາຊ່ວຍທັງສະໜອງງົບປະມານໃນການບໍ ລິຫານວຽກ ເພື່ອໃຫ້ສາມາດ ແກ້ໄຂບັນຫາໃຫ້ດີຂຶ້ນໂດຍໄວ ພ້ອມນີ້ທ່ານຍັງຊີ້ນຳໃຫ້ອົງການປົກຄອງນະຄອນ ຫຼວງພະບາງ ອອກແຈ້ງການເຕືອນໃຫ້ ປະຊາຊົນ ໃນການຮັກສາສຸຂະພາບ ດ້ວຍການໃສ່ຜ້າອັດປາກ-ດັງ ເວ ລາທີ່ອອກນອກເຮືອນ ອີກດ້ວຍ.