ເພີ່ມທະວີການຮ່ວມມື ລາວ-ຫວຽດນາມ ລາວ-ຈີນ ໃນເງື່ອນໄຂໃໝ່ຢ່າງຕັ້ງໜ້າ

    ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີ ກະຊວງການຕ່າງປະເທດ ຜູ້ຊີ້ນໍາວຽກງານຄະນະກຳມະການຮ່ວມມື ລາວ-ຫວຽດນາມ ແລະ ລາວ-ຈີນ ໄດ້ໃຫ້ກຽດໂອ້ລົມ ແລະ ໃຫ້ທິດຊີ້ນໍາ ຕໍ່ກອງປະຊຸມສະຫຼຸບຕີລາຄາ ການຈັດຕັ້ງປະຕິບັດວຽກງານຄະນະກຳມະການຮ່ວມມືລາວ-ຫວຽດນາມ ຄະນະກຳມະການຮ່ວມມື ລາວ-ຈີນ ປະຈໍາປີ 2022 ແລະ ທິດທາງແຜນການ ປີ 2023 ຈັດຂຶ້ນວັນທີ 28 ກຸມພາ- 1 ມີນາ 2023 ທີ່ຫໍປະຊຸມແຫ່ງຊາດ ພາຍໃຕ້ການເປັນປະທານຂອງ ທ່ານ ຄຳເຈນ ວົງໂພສີ ລັດຖະມົນຕີ ກະຊວງ ແຜນການ ແລະ ການລົງ ປະທານ ຄະນະກຳມະການຮ່ວມມືລາວ-ຫວຽດນາມ (ຄລຫວ) ແລະ ປະທານຄະນະກຳມະການຮ່ວມມື ລາວ-ຈີນ (ຄລຈ) ໂດຍທ່ານໄດ້ເນັ້ນໃສ່ ວຽກຈຸດສຸມຈໍານວນໜຶ່ງ ເພື່ອໃຫ້ ສອງຄະນະກຳມະການຮ່ວມມື ນໍາໄປຈັດຕັ້ງຜັນຂະຫຍາຍໃນຕໍ່ໜ້າ ເປັນຕົ້ນ ການສືບຕໍ່ເພີ່ມທະວີການຮ່ວມມື ລາວ-ຫວຽດນາມ ລາວ-ຈີນ ໃນເງື່ອນໄຂໃໝ່ຢ່າງຕັ້ງໜ້າ ເອົາໃຈໃສ່ການເປັນເສນາທິການໃຫ້ແກ່ສູນກາງພັກ ລັດຖະບານ ໃນການຄົ້ນຄວ້າ ຊີ້ນໍາ ແລະ ປະສານກັບບັນດາກະຊວງ ອົງການທຽບເທົ່າຂັ້ນສູນກາງ ແລະ ອໍານາດການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງ ກ່ຽວກັບວຽກງານຮ່ວມມືດ້ານເສດຖະກິດ ການຄ້າ ແລະ ເຕັກນິກລະຫວ່າງ ລາວ-ຫວຽດນາມ ແລະ ລາວ-ຈີນ ຫຼາຍຂຶ້ນ ປະສານສົມທົບ ແລະ ຊຸກຍູ້ພາກສ່ວນກ່ຽວຂ້ອງ ເພື່ອພ້ອມກັນຜັນຂະຫຍາຍ ຜົນສໍາເລັດ ກອງປະຊຸມ ຄັ້ງທີ 45 ຂອງຄະນະກຳມະການຮ່ວມມື ລະຫວ່າງ ສອງລັດຖະບານ ລາວ ແລະ ຫວຽດນາມ  ຜັນຂະຫຍາຍຜົນສຳເລັດຂອງການຢ້ຽມຢາມລັດຖະກິດ ຢູ່ ສປ ຈີນ ທ້າຍປີ 2022 ຂອງ ສະຫາຍເລຂາທິການໃຫຍ່ ປະທານປະເທດ ສປປ ລາວ ໃຫ້ປະຜົນເປັນຈິງ. 

    ເອົາໃຈໃສ່ວຽກງານດຶງດູດການລົງທຶນຈາກ ສສ ຫວຽດນາມ ແລະ ສປ ຈີນໃຫ້ຫຼາຍຂຶ້ນ  ເພາະປະເທດ ສສ ຫວຽດນາມ ແລະ ສປ ຈີນມີທ່າແຮງຫຼາຍດ້ານ ບໍ່ວ່າຈະເປັນທາງດ້ານທຶນຮອນກໍຄືປະສົບການ ໃນປະຈຸບັນທັງສອງປະເທດ ພວມດຳເນີນການປັບປຸງໂຄງການສ້າງເສດຖະກິດ ໂດຍເລັ່ງໃສ່ ເຕັກໂນໂລຊີທີ່ທັນສະໄໝ ມີການປະດິດ ສ້າງ ແລະ  ເລັ່ງໃສ່ນະວັດຕະກຳໃໝ່ຢ່າງຫຼວງຫຼາຍ  ສືບຕໍ່ການຮ່ວມມືດ້ານການຄ້າກັບ ສປ ຈີນ ແລະ ສສ ຫວຽດນາມ ເພາະປະເທດດັ່ງກ່າວມີປະຊາກອນ ບວກໃສ່ກຳລັງຊື້ກໍ່ຫຼາຍ ແລະ  ມີຄວາມຕ້ອງການນໍາເຂົ້າສິນຄ້າຫຼາຍປະເພດເປັນຈໍານວນຫຼວງຫຼາຍ ຄຽງຄູ່ກັບນັ້ນຕໍ່ກັບສິນຄ້າສົ່ງອອກຈາກປະເທດລາວ ທັງສອງປະເທດພ້ອມທີ່ຈະໃຫ້ການສະໜັບສະໜູນ ແລະ ເປີດໄຟຂຽວໃຫ້ສົ່ງອອກ. 

         ສະນັ້ນຄວນເອົາໃຈໃສ່ຂຸດຄົ້ນທ່າແຮງດ້ານນີ້ຂອງປະເທດເຮົາ ໂດຍສະເພາະການສົ່ງອອກສິນຄ້າກະສິກຳສະອາດ ພະລັງງານ ບໍ່ແຮ່ ແລະ ອື່ນໆໃຫ້ຫຼາຍຂຶ້ນ ເອົາໃຈໃສ່ຕິດຕາມຊຸກຍູ້ ສົ່ງເສີມວຽກງານການທ່ອງທ່ຽວໃຫ້ດີຂຶ້ນ ພາຍຫຼັງທີ່ ສປ ຈີນ ເປີດປະເທດເຫັນວ່າເປັນໂອກາດດີ ທີ່ນັກທ່ອງທ່ຽວຈີນຈະເດີນທາງມາທ່ຽວລາວໃນອະນາຄົດອັນໄກ້ນີ້ ດ້ວຍເສັ້ນທາງລົດໄຟລາວ-ຈີນ ຈະສາມາດຂົນສົ່ງໂດຍສານຈາກ ຄຸນມິງ ຫາ ນະຄອນຫຼວງວຽງຈັນ ມີຄວາມສະດວກໃຫ້ນັກທ່ອງທ່ຽວຈາກຈີນມາລາວ ນັບມື້ຫຼາຍຂຶ້ນ ໃຫ້ຄະນະກຳມະການຮ່ວມມື ລາວ-ຫວຽດນາມ ລາວ-ຈີນ ເປັນເຈົ້າການເອົາໃຈໃສ່ ຕິດຕາມກວດກາ ເພື່ອຊຸກຍຸ້ ບັນດາໂຄງການຮ່ວມມື ລົງທຶນ ລະຫວ່າງ ລາວ-ຫວຽດນາມ ແລະ ລາວ-ຈີນ ໃຫ້ສຳເລັດຕາມທີ່ສອງຝ່າຍໄດ້ຕົກລົງກັນ  ຍົກລະດັບບຸກຄະລາກອນ ທີ່ມີຢູ່ໃນປັດຈຸບັນ ໃຫ້ມີຄວາມຮູ້ຄວາມສາມາດທີ່ຮັບໃຊ້ແກ່ການພົວພັນຮ່ວມມືສອງຝ່າຍໃຫ້ນັບມື້ສູງຂຶ້ນ ໂດຍ ຍາດແຍ່ງເອົາບົດຮຽນ ທຶນຮອນໄປເຝີກອົບຮົມແລກປ່ຽນບົດຮຽນກັບ ສສ ຫວຽດນາມ ແລະ ສປ ຈີນ ເພື່ອນຳເອົາບົດຮຽນມາໝູນໃຊ້ເຂົ້າໃນການຈັດຕັ້ງປະຕິບັດໜ້າທີ່ການເມືອງຂອງຕົນໃຫ້ມີປະສິດທິຜົນຍິ່ງຂຶ້ນ. 

error: Content is protected !!