ທ້າຍເດືອນກຸມພາ 2023 ຜ່ານມາ ທີ່ຫ້ອງປະຊຸມຫ້ອງການໂຍທາທິການ ແລະ ຂົນສົ່ງ ເມືອງຫົງສາ ແຂວງໄຊຍະບູລີ ຈັດພິທີເຊັນສັນຍາ ໂຄງການກໍ່ສ້າງທາງປູຢາງ 2 ຊັ້ນ ແຕ່ຫໍປະຊຸມບ້ານ ວຽງແກ້ວ-ໂຮງ ຮຽນມັດທະຍົມບ້ານເມືອງຫານ ແລະ ໂຄງການຕິດຕັ້ງຕາຂ່າຍໄຟຟ້າແຮງດັນຕ່ຳ (0,4 ກິໂລໂວນ) ບ້ານຈັດສັນໃໝ່ຫ້ວຍຊອງ ໂດຍການເຂົ້າຮ່ວມຂອງທ່ານ ຈັນເພັງ ອູ່ທອງຄໍາ ຮອງເຈົ້າເມືອງຫົງສາ ຫົວໜ້າຄະນະກໍາມະການຄຸ້ມຄອງການກໍ່ສ້າງຂັ້ນເມືອງ ພ້ອມດ້ວຍຄະນະກໍາມະການຄຸ້ມຄອງການກໍ່ສ້າງຂັ້ນເມືອງ ມີຕາງໜ້າບໍລິສັດ ໂຊກນະພາກໍ່ສ້າງ ແລະ ສ້ອມແປງຂົວທາງ ຈຳກັດ ຕາງໜ້າບໍລິສັດ ສົມພອນ ການໄຟຟ້າ ຈໍາກັດຜູ້ດຽວ ແລະ ວິຊາການຫ້ອງການທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ບຸນທະວີ ສີປະເສີດ ຫົວໜ້າຫ້ອງການແຜນການ ແລະ ການລົງທຶນເມືອງ ຕາງໜ້າຄະນະກຳມະການຄຸ້ມຄອງການກໍ່ສ້າງຂັ້ນເມືອງ ຂຶ້ນຜ່ານສັນຍາຮັບເໝົາ 2 ໂຄງການດັ່ງກ່າວ ເຊິ່ງໂຄງການ ກໍ່ສ້າງທາງປູຢາງ 2 ຊັ້ນແຕ່ຫໍປະຊຸມບ້ານ ວຽງແກ້ວ-ໂຮງຮຽນມັດທະຍົມບ້ານເມືອງຫານ ມີໄລຍະຄວາມຍາວທັງໝົດ 1.410 ແມັດ ໜ້າທາງກວ້າງ 7 ແມັດ ມູນຄ່າການກໍ່ສ້າງທັງໝົດແມ່ນ 1 ຕື້ ກວ່າກີບ ແລະໃຫ້ສຳເລັດ 100% ພາຍໃນກຳນົດ 6 ເດືອນ (ນັບແຕ່ວັນທີ 23/02/2023 ຫາ ວັນທີ 23/7/2023) ໂດຍແມ່ນບໍລິສັດ ໂຊກນະພາກໍ່ສ້າງ ແລະ ສ້ອມແປງຂົວທາງ ຈຳກັດ ເປັນຜູ້ຮັບເໝົາ.


ສໍາລັບໂຄງການຕິດຕັ້ງຕາຂ່າຍໄຟຟ້າແຮງດັນຕ່ໍາ (0,4 ກິໂລໂວນ) ແມ່ນຕິດຕັ້ງໃສ່ບ້ານຈັດສັນໃໝ່ຫ້ວຍຊອງ ມີມູນຄ່າທັງໝົດ 450 ລ້ານກວ່າກີບ ໂດຍແມ່ນ ບໍລິສັດ ສົມພອນ ການໄຟຟ້າ ຈໍາກັດຜູ້ດຽວ ເປັນຜູ້ຮັບເໝົາ ແລະໃຫ້ສຳເລັດ 100% ພາຍໃນກຳນົດ 3 ເດືອນ (ນັບແຕ່ວັນທີ 01/03/2023 ຫາ ວັນທີ 31/05/2023) ທັງສອງໂຄງການດັ່ງກ່າວນີ້ ແມ່ນແຫຼ່ງທຶນ ພັດທະນາຊຸມຊົນໂຄງການໄຟຟ້າພະລັງງານຄວາມຮ້ອນຫົງສາ.
