ຈະຈັດງານນັດພົບແຮງງານ 3-5 ມີນາ 2023

      ວັນທີ 28 ກຸມພາ 2023 ທ່ານ ແກ້ວວີສຸກ ດາລາສານ ຜູ້ອຳນວຍການ 108 Jobs ຜູ້ຈັດງານນັດພົບແຮງງານ ປະຈໍາປີ 2023 ໄດ້ໃຫ້ຮູ້ວ່າ: 108 Jobs ຮ່ວມກັບອົງການສະຫະປະຊາຊາດ ເພື່ອການພັດທະນາ ຈະຈັດງານນັດພົບແຮງງານ ປະຈໍາປີ 2023 ຢູ່ທີ່ສູນຮ່ວມມືສາກົນ ແລະ ການເຝິກອົບຮົມລາວ-ຍີ່ປຸ່ນ (ICTC) ນະຄອນຫຼວງວຽງຈັນ ໃນລະຫວ່າງວັນທີ 3-5 ມີນານີ້.

      ທ່ານ ແກ້ວວີສຸກ ດາລາສານ ກ່າວວ່າ: ຈຸດປະສົງຂອງການຈັດງານຄັ້ງນີ້ ເພື່ອໃຫ້ນັກສຶກສາຈົບ  ໃໝ່ ຫຼືຜູ້ທີ່ໃກ້ຈະຈົບໄດ້ສຶກສາຕະຫຼາດແຮງງານ ຜູ້ທີ່ມີວຽກເຮັດງານທໍາ ສຶກສາຕໍາແໜ່ງງານໃໝ່ ເປີດໂອກາດໃຫ້ຜູ້ທີ່ມີຄວາມບົກຜ່ອງທາງຮ່າງກາຍ ໄດ້ເຂົ້າເຖິງຕະຫຼາດແຮງງານ ພ້ອມທັງເປີດບໍລິການໃຫ້ຄໍາແນະນໍາໃຫ້ເຂົາເຈົ້າສາມາດຊອກວຽກເຮັດງານທໍາ ແລະ ດໍາເນີນຊີວິດຮ່ວມກັບບຸກຄົນທົ່່ວໄປໃນສັງຄົມ ເຊິ່ງປີນີ້ມີຫຼາຍ ບໍລິສັດມີຄວາມຍິນດີຮັບເອົາຜູ້ບົກຜ່ອງເຂົ້າເຮັດວຽກໄດ້ ນອກນີ້ ພາຍໃນງານຈະມີການເຝິກອົບຮົມທັກສະກຽມຄວາມພ້ອມໃນການສະໝັກວຽກ ເວທີເສວະນາຈາກຜູ້ມີປະສົບການມາແລກປ່ຽນການກະກຽມກ້າວເຂົ້າສູ່ຕະຫຼາດແຮງງານ ໂດຍມີ 70 ກວ່າບໍລິສັດເຂົ້າຮ່ວມ ທີ່ມີຄວາມຕ້ອງການແຮງງານຫຼາຍກວ່າ 700 ກວ່າຕໍາແໜ່ງງານ.

    ງານນັດພົບແຮງງານ ໃນປີ 2022 ຜ່ານມາໄດ້ຈັດໃນຮູບແບບອອນໄລ ຍ້ອນສະພາບການແຜ່ລະບາດໂຄວິດ-19 ເຊິ່ງມີບໍລິສັດເຂົ້າຮ່ວມເກືອບ 40 ບໍລິສັດ ສາມາດສະໜອງຕໍາແໜ່ງງານໄດ້ພຽງແຕ່ 185 ຕໍາແໜ່ງງານ ຄາດວ່າປີນີ້ຈະສາມາດສະໜອງຕໍາແໜ່ງງານໃຫ້ໄດ້ 250 ກວ່າຕໍາແໜ່ງງານໃຫ້ແກ່ 70 ບໍລິສັດທີ່ເຂົ້າຮ່ວມ.

ຂໍ້ມູນຈາກ: CRI

error: Content is protected !!