ເປີດບັ້ນການຈົດທະບຽນການເກີດຜ່ານລະບົບຄຸ້ມຄອງຂໍ້ມູນພົນລະເມືອງເອເລັກໂຕຣນິກ

ກະຊວງພາຍໃນ ໄດ້ຈັດພິທີເປີດບັ້ນການຈົດທະບຽນການເກີດ ຜ່ານລະບົບຄຸ້ມຄອງຂໍ້ມູນພົນລະເມືອງ ເອເລັກໂຕຣນິກ eCRVS ວັນທີ 28 ກຸມພາ 2023 ທີ່ຫໍປະຊຸມແຫ່ງ ໂດຍການເຂົ້າຮ່ວມຂອງທ່ານ ທອງຈັນ ມະນີໄຊ ລັດຖະມົນຕີກະຊວງພາຍໃນ ມີບັນດາຫົວໜ້າກົມ ຮອງຫົວໜ້າກົມຂອງ ບັນດາກະຊວງທີ່ກ່ຽວຂ້ອງ.

ທ່ານ ທອງຈັນ ມະນີໄຊ ກ່າວວ່າ ລະບົບຄຸ້ມຄອງພົນລະເມືອງເອເລັກໂຕຣນິກຈະຕອບສະໜອງ ແລະ ອໍານວຍຄວາມສະດວກໃຫ້ແກ່ການຄຸ້ມຄອງ ນໍາໃຊ້ ປົກປັກຮັກສາ ແລະ ຄົ້ນຫາຂໍ້ມູນຂອງພົນລະເມືອງ ສະດວກ ແລະ ວ່ອງໄວ ວິເຄາະວິໄຈສະຖິຕິພົນລະເມືອງ ເພື່ອວາງແຜນພັດທະນາເສດຖະກິດ-ສັງຄົມຂອງລັດຖະບານ ແລະ ເປົ້າໝາຍຕົວຊີ້ບອກແຜນພັດທະນາຍຶນຍົງ ຖະແຫຼງການ ແລະ ຂໍ້ຕົກລົງຕ່າງໆ ເຊິ່ງລັດຖະບານໄດ້ຮ່ວມລົງນາມ ກະຊວງພາຍໃນໄດ້ລິເລີ່ມພັດທະນາລະບົບຄຸ້ມຄອງຂໍ້ມູນພົນລະເມືອງເອເລັກໂຕຣນິກ eCRVS ຕັ້ງແຕ່ປີ 2017 ແລະ ທົດລອງນໍາໃຊ້ຢູ່ 3 ແຂວງ ຄື: ນະຄອນຫຼວງວຽງຈັນ ຫຼວງພະບາງ ແລະ ແຂວງຈໍາປາສັກມີ 31 ເມືອງ ລະບົບດັ່ງກ່າວເປັນລະບົບການໃຫ້ບໍລິການຈົດທະບຽນການເກີດ ການເສຍຊິີວິດ ການແຕ່ງດອງ ການຢ່າຮ້າງ ແລະ ອື່ນໆ ຕາມທີ່ໄດ້ກໍານົດໄວ້ໃນ ກົດໝາຍວ່າດ້ວຍທະບຽນຄອບຄົວ ສໍາເລັດເບື້ອງຕົ້ນ ແຕ່ເພື່ອໃຫ້ລະບົບດັ່ງກ່າວທັນສະໄໝ ແລະ ໄດ້ມາດຕະຖານສາກົນ ກະຊວງພາຍໃນໄດ້ພັດທະນາລະບົບດັ່ງກ່າວຂຶ້ນໃຫ້ສາມາດບໍລິການຈົດທະບຽນ ແບບອອນລາຍ ແລະ ອອບລາຍຜ່ານຄອມພິວເຕີ ແລະ ໂທລະສັບມືຖືທີ່ສາມາດເຊື່ອມຕໍ່ຂໍ້ມູນຈາກຫ້ອງການພາຍໃນເມືອງຫາ ຂັ້ນສູນກາງ ແລະ ຂະແໜງການທີ່ກ່ຽວຂ້ອງກັບການແຈ້ງເກີດເປັນຕົ້ນ: ສາທາລະນະສຸກຫາພາຍໃນ ພາຍໃນ ຫາ ປກສ ແລະ ຂະແໜງການອື່ນໆທີ່ກ່ຽວຂ້ອງ ລະບົບດັ່ງກ່າວຍັງສາມາດສ້າງການລາຍງານສະຖິຕິພົນລະເມືອງປະຈໍາວັນ ປະຈໍາເດືອນ ແລະ ປະຈໍາປີ ດ້ວຍຫຼາຍຮູບແບບເຮັດໃຫ້ມີຄວາມສະດວກ ວ່ອງໄວ ແລະ ທັນສະໄໝ ນອກນັ້ນ ຍັງມີປ່ອງບໍລິການ ເພື່ອໃຫ້ປະຊາຊົນສາມາດສະເໜີຄໍາຄິດຄໍາເຫັນຕໍ່ການບໍລິການການຈົດທະບຽນພົນລະເມືອງຂອງພາກລັດແບບອອນລາຍ.

ການເປີດບັ້ນການຈົດທະບຽນການເກີດຜ່ານລະບົບຄຸ້ມຄອງຂໍ້ມູນພົນລະເມືອງເອເລັກໂຕຣນິກ eCRVS ຄັ້ງນີ້ເປັນການບໍລິການປະຊາຊົນແບບທັນສະໄໝ ຕາມແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດໃຫ້ປະກົດຜົນເປັນຈິງ ແລະ ຮັບປະກັນຄາດໝາຍສູ້ຊົນຂອງລັດຖະບານ ສປປ ລາວ ທີ່ໄດ້ກໍານົດໄວ້ຮອດປີ 2024 ສປປ ລາວ ຈະສູ້ຊົນໃຫ້ພົນລະເມືອງ ເດັກເກີດໃໝ່ໃຫ້ໄດ້ຮັບການຈົດທະບຽນ ແລະ ມີໃບຢັ້ງຢືນການເກີດເປັນທາງການຢ່າງໜ້ອຍໃຫ້ໄດ້ 70%.

error: Content is protected !!