ລາວໂທລະຄົມ ມີລູກຄ້າໃຊ້ບໍລິການເຄືອຂ່າຍ ຈໍານວນ 2 ລ້ານກວ່າເລກໝາຍ

    ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ (ລລທ) ດໍາເນີນກອງປະຊຸມສະຫຼຸບຜົນງານການເຄື່ອນ ໄຫວວຽກງານ ປະຈໍາປີ 2022 ແລະ ທິດທາງແຜນການປີ 2023 ຂຶ້ນໃນວັນທີ 28 ກຸມພາ 2023 ຢູ່ສໍານັກງານໃຫຍ່ດັ່ງກ່າວ ນະຄອນຫຼວງວຽງຈັນ ເປັນປະທານຂອງທ່ານ ສຸພົນ ຈັນທະວີໄຊ ຜູ້ອໍານວຍການໃຫຍ່ ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ມີທ່ານ ບັນດິດ ສຈ ບໍ່ວຽງຄໍາ ວົງດາລາ ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ພ້ອມດ້ວຍແຂກທີ່ຖືກເຊີນ ເຂົ້າຮ່ວມ.

   ທ່ານ ສຸພົນ ຈັນທະວີໄຊ ໄດ້ຂຶ້ນຜ່ານບົດສະຫຼຸບຜົນງານການເຄື່ອນໄຫວ ວຽກງານດໍາເນີນທຸລະກິດໃນປີ 2022 ແລະ ທິດທາງແຜນການໃນປີ 2023 ຕໍ່ກອງປະຊຸມ ໄດ້ຍົກໃຫ້ເຫັນຜົນງານພົ້ນເດັ່ນ ເປັນຕົ້ນ ໄດ້ລົງທຶນຂະຫຍາຍຕາໜ່າງລະບົບໂທລະຄົມມະນາຄົມ ມີມູນຄ່າທັງໝົດ 18,9 ລ້ານໂດລາສະຫະລັດ ປັດຈຸບັນມີສະຖານີມືຖືທັງໝົດ 10.792 ສະຖານີ ໃນນີ້ GSM 2G ຈໍານວນ 1.958 ສະຖານີ 3G ຈໍານວນ 3.303 ສະຖານີ 4G ຈໍານວນ 4.718 ສະຖານີ 4.5G ຈໍານວນ 780 ສະຖານີ ແລະ 5G ຈໍານວນ 33 ສະຖານີ (ສັນຍານໂທລະສັບມືຖືຄວບຄຸມໄດ້ທົ່ວປະເທດ ກວມເອົາປະຊາກອນ 75%) IP Core/IPRAN 3.685 ສະຖານີ ແລະ FTTH ຈໍານວນ 118.635 Ports ກວມ 35% ຂອງຫຼັງຄາເຮືອນໃນທົ່ວປະເທດ ສາມາດຂະຫຍາຍຖານລູກຄ້າໃໝ່ ແລະ ຮັກສາຈໍານວນລູກຄ້າເກົ່າໄວ້ໄດ້ຢ່າງໝັ້ນຄົງ ມາຮອດປັດຈຸບັນ ມີລູກຄ້າມີລູກຄ້າໃຊ້ບໍລິການຕົວຈິງ ຈໍານວນ 2.652.739 ເລກໝາຍ ໃນປີ 2022 ມາສາມາດສ້າງລາຍຮັບໄດ້ທັງຫມົດ 1.661,89 ຕື້ກີບ (ລວມອາກອນ) ສາມາດປະຕິບັດພັນທະໃຫ້ລັດຖະບານໄດ້ທັງໝົດ 191,70 ຕື້ກີບ ເຊິ່ງກວມເອົາ ອັດຕາສ່ວນ 13,40% ຂອງລາຍຮັບທີ່ລາວໂທລະຄົມ ປະຕິບັດໄດ້ໃນປີ 2022.

    ສໍາລັບແຜນການປີ 2023 ນີ້ ລາວໂທລະຄົມ ຈະສູ້ຊົນຮັກສາຖານລູກຄ້າເກົ່າ ແລະ ສ້າງຖານລູກຄ້າໃຫ້ໄດ້ 3 ລ້ານກວ່າເລກຫມາຍ ແລະ ສ້າງລາຍຮັບໃຫ້ໄດ້ທັງໝົດ 1.684,78 ຕື້ກີບ (ລວມອາກອນ) ທຽບ ໃສ່ປີ 2022 ເພີ່ມຂຶ້ນ 9,4% ຄາດຄະເນກໍາໄລສຸດທິໃຫ້ໄດ້ 169,6 ຕື້ກີບ ແລະ ຄາດຄະເນວ່າຈະສາມາດປະຕິບັດພັນທະໃຫ້ລັດຖະບານ ຈໍານວນ 220,2 ຕື້ກີບ ນອກຈາກນັ້ນ ຍັງຈະໄດ້ລົງທຶນທັງໝົດ 18,98 ລ້ານໂດລາ ເພື່ອສືບຕໍ່ປັບປຸງ ແລະ ຂະຫຍາຍເຄືອຂ່າຍການໃຫ້ບໍລິການດ້ານໂທລະຄົມ ໃຫ້ຮັບປະກັນແກ່ການບໍລິການລູກຄ້າທາງດ້ານປະລິມານ ແລະ ຄຸນນະພາບ ຂໍ້ມູນມີຄວາມປອດໄພ ແລະ ເປັນລະບົບທັນສະໄໝ ເພື່ອຮັບປະກັນໃຫ້ແກ່ການບໍລິການສັງຄົມ.

error: Content is protected !!