ພະແນກການເງິນເອົາໃຈໃສ່ໃນການຈັດເກັບລາຍຮັບ ເຊິ່ງໃນປີ 2022 ຜ່ານມາ ສາມາດເກັບ ລາຍຮັບຕາມແຜນການ 5.596 ຕື້ກວ່າກີບ ລື່ນແຜນການປີ 25% ພ້ອມນີ້ພະແນກການດັ່ງກ່າວມີແຜນຈະສືບຕໍ່ເກັບລາຍຮັບ ໂດຍໃຫ້ໄດ້ 5.788 ຕື້ກວ່າກີບ ໃນປີ 2023.


ທ່ານ ສີລິລາດທົງສິນ ທອງເພັງ ລາຍງານໃນ ກອງປະຊຸມສະຫຼຸບວຽກງານການເງິນປະຈຳປີ 2022 ແລະ ທິດທາງແຜນການປີ 2023 ບາງຕອນໃຫ້ຮູ້ວ່າ: ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດປີຜ່ານມາມີຜົນສຳເລັດຫຼາຍດ້ານ ໃນນີ້ດ້ານລາຍຮັບ ຕາມແຜນການ 5.596 ຕື້ກວ່າກີບ ເລີ່ມປະຕິບັດແຕ່ຕົ້ົ້ນປີຫາວັນທີ 31 ທັນວາ 2022 ໄດ້ 5.610 ຕື້ກວ່າກີບ ເທົ່າກັບ 100,25% ຂອງແຜນການປີ ທຽບໃສ່ໄລຍະດຽວກັນຂອງປີຜ່ານມາເພີ່ມຂຶ້ນ 20,85% ດ້ານລາຍຈ່າຍຕາມແຜນການ 825 ຕື້ກວ່າກີບ ສາມາດຕິບັດລາຍຈ່າຍໄດ້ 817 ຕື້ກວ່າກີບ ເທົ່າກັບ 99,1% ຂອງແຜນການປີ ສາມາດປະຢັດລາຍຈ່າຍໄດ້ 8,19 ຕື້ກີບ ດ້ານການດຸ່ນດ່ຽງຕາມຜນການ 853 ຕື້ກວ່າກີບ ສາມາດປະຕິບັດໄດ້ 100% ຂອງແຜນການປີ.

ໄດ້ເອົາໃຈໃສ່ການຈັດຕັ້ງປະຕິບັດແຜນງົບ ປະມານໂດຍໄດ້ອອກມາດຕະການໃໝ່ທີ່ຈຳເປັນເພື່ອຊຸກຍູ້ການເກັບລາຍຮັບ ຄຸ້ມ ຄອງລາຍຈ່າຍໃຫ້ມີຄວາມເຂັ້ມງວດ ຮັດກຸມ ໂປງໃສ ສຸມໃສ່ຄຸ້ມຄອງການເກັບລາຍຮັບເຂົ້າງົບປະມານໄດ້ຕິດຕາມກວດກາການເຄື່ອນຍ້າຍຊັບພະຍາກອນ ທຳມະຊາດເພື່ອປະຕິບັດການມອບພັນທະເຂົ້າງົບປະມານໃຫ້ຄົບຖ້ວນ ຄຸ້ມຄອງການ ເຊົ່າ-ສຳປະທານຮ່ວມກັບຂະແໜງການກ່ຽວຂ້ອງ ປັບປຸງສູນລວມຂໍ້ມູນຂ່າວສານ ປ້ອນຂໍ້ມູນບັນດາຫົວໜ່ວຍທຸລະກິດຜູ້ ເສຍອາກອນເຂົ້າໃນລະບົບ TaxRis ສຳເລັດການມອບລາຍຮັບຈາກຂະແໜງຊັບສິນຜ່ານລະບົບ TaxRis ຄຸ້ມຄອງ ຕິດຕາມ ໃບເກັບເງິນ ແລະ pos ປະຕິບັດໄດ້ 365 ຫົວໜ່ວຍເທົ່າກັບ 118,12% ຂອງແຜນການປີ ຄຸ້ມຄອງ ຕິດຕາມໂປແກຣມບັນຊີ ຄຸ້ມຄອງລະບົບການເກັບລາຍຮັບຂອງບັນດາຂະແໜງລາຍຮັບຄຸ້ມຄອງວຽກງານພາສີດ້ວຍການຫັນປ່ຽນເປັນທັນສະໄໝຢ່າງ ເປັນລະບົບ ຫັນວຽກງານຄຸ້ມຄອງລາຍຈ່າຍງົບປະມານໂດຍນໍາໃຊ້ GFIS ແຈ້ງເພດານງົບປະມານປະຈຳປີ 2023 ແລະ ຄາດ ຄະເນ 2 ປີ (2024-2025) ປັບປຸງກົນໄກ ວິທີການໃນການສ້າງແຜນລາຍຮັບ ລາຍຈ່າຍງົບປະມານແຫ່ງລັດ ນອກຈາກນີ້ໄດ້ ສຸ່ມໃສ່ການຈັດຕັ້ງປະຕິບັດວາລະແຫ່ງຊາດດ້ານເສດຖະກິດ-ການເງິນ ແລະ ອື່ນໆຕາມພາລະບົດບາດ ໜ້າທີ່ຂອງຕົນ.
ສຳລັບແຜນການປີ 2023 ສູ້ຊົນການເກັບລາຍຮັບໃຫ້ໄດ້ 5.788 ຕື້ກວ່າກີບ ທຽບໃສ່ແຜນການໃນປີຜ່ານມາເພີ່ມຂຶ້ນ 3,43% ຄາດຄະເນລາຍຈ່າຍງົບປະມານທັງໝົດ 592 ຕື້ກວ່າກີບ ທຽບໃສ່ປີຜ່ານມາເພີ່ມຂຶ້ນ 5,67% ອີງໃສ່ການຄາດຄະເນລາຍຮັບ ແລະ ລາຍຈ່າຍ ແຜນການດຸຸນດ່ຽງ 995 ຕື້ກວ່າກີບ ທຽບໃສແຜນການປີຜ່ານເພີ່ມຂຶ້ນ 16,59% ສືບຕໍ່ຜັນຂະຫຍາຍລາລະ ແຫ່ງຊາດວ່າດ້ວຍການແກ້ໄຂບັນຫາທາງດ້ານເສດຖະກິດ-ການເງິນ ແລະ ບັນຫາອື່ນໆທີ່ຕິດພັນກັບວຽກງານການເງິນ ໂອກາດນນີ້ໄດ້ຮັບການໂອ້ລົມຂອງທ່ານ ສັນຕິພາບ ພົມວິຫານ ອີກດ້ວຍ.
ກອງປະຊຸມດັ່ງກ່າວຈັດຂຶ້ນ ໃນວັນທີ 28 ກຸມພາ 2023 ທີ່ ຫ້ອງວ່າການ ນວ ເປັນປະທານຂອງ ທ່ານ ສີລິລາດທົງສິນ ທອງ ເພັງ ມີ ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງ ນວ ພ້ອມ ຂະແໜງການກ່ຽວຂ້ອງເຂົ້າຮ່ວມ.