ມອບ-ຮັບຊົ່ວຄາວອາຄານໂຮງຮຽນສາທິດ ວິທະຍາໄລຄູ ດົງຄຳຊ້າງ

    ພິທີມອບ-ຮັບຊົ່ວຄາວອາຄານໂຮງຮຽນສາທິດ ວິທະຍາໄລຄູ ດົງຄຳຊ້າງ ມີຂຶ້ນວັນທີ 27 ກຸມພາ 2023 ທີ່ວິທະຍາໄລດັ່ງກ່າວ ກ່າວມອບໂດຍ ທ່ານ ຈັນລະຄອນ ວົງສະຜ່າຍ ປະທານບໍລິສັດ ໂຊກໄຊຊະນະ ກໍ່ສ້າງ ຈຳກັດຜູ້ດຽວ ຜູ້ຮັບເໝົາ ແລະ ກ່າວຮັບແມ່ນ ທ່ານ ເກດ ພັນລັກ ຫົວໜ້າກົມສ້າງຄູ ກະຊວງສຶກສາທິການ ແລະ ກີລາ (ສສກ) ເຈົ້າຂອງໂຄງການ ມີທ່ານ ນາງ ດາລາວອນ ກິດຕິພັນ ຫົວ ໜ້າຫ້ອງການ ກະຊວງ ສສກ ທ່ານ ໂທຊິໂອະ ນາກາເຊະ ຫົວໜ້າອົງການໄຈກາ ປະຈຳລາວ ທ່ານ ນາງ ວິລາ ແສງສະຫວ່າງ ຜູ້ອຳນວຍການວິທະຍາໄລຄູ ດົງຄຳຊ້າງ ທ່ານເລຂາຕີສະຖາທູດຍີ່ປຸ່ນ ປະຈຳ ສປປ ລາວ ແຂກຖືກເຊີນ ພະນັກງານ ຄູ-ອາຈານ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

    ໂຄງການກໍ່ສ້າງອາຄານໂຮງຮຽນສາທິດ ວິທະຍາໄລຄູ ດົງຄຳຊ້າງ ພາຍໃຕ້ໂຄງການປັບປຸງວິທະຍາໄລຄູ ໃນ ສປປ ລາວ ເປັນໂຄງການທີ່ຕ້ອງໄດ້ນຳໃຊ້ປະສົບການ ແລະ ເຕັກນິກສູງເຂົ້າໃນການກໍ່ສ້າງ ເລີ່ມລົງມືກໍ່ສ້າງ ນັບແຕ່ວັນທີ 1 ມີນາ 2022 ມີໄລຍະເວລາໃນການກໍ່ສ້າງຕາມສັນຍາແມ່ນ 15 ເດືອນ ປັດຈຸບັນ ການກໍ່ສ້າງແມ່ນໄດ້ສຳເລັດແລ້ວ 100% ໂດຍໃຊ້ເວລາພຽງ 12 ເດືອນເທົ່ານັ້ນ ໜ້າວຽກທີ່ບໍລິສັດໄດ້ຮັບເໝົາກໍ່ສ້າງ ປະກອບມີອາຄານອະນຸບານ ຊັ້ນດຽວ 1 ຫຼັງ ອາຄານປະຖົມສຶກສາ 2 ຊັ້ນ 1 ຫຼັງ ອາຄານມັດທະຍົມສຶກສາ 2 ຊັ້ນ 1 ຫຼັງ ຫ້ອງນ້ຳປະຖົມສຶກສາ 1 ຫຼັງ ຫ້ອງນ້ຳມັດທະຍົມສຶກສາ 1 ຫຼັງ ແລະ ສະໜອງອຸປະກອນເຟີນິເຈີຄົບຊຸດ ພ້ອມມອບໃຫ້ກັບກົມສ້າງຄູ ກະຊວງ ສສກ ເຈົ້າຂອງໂຄງການ.

    ໂອກາດນີ້ ທ່ານ ນາງ ດາລາວອນ ກິດຕິພັນ ກ່າວວ່າ: ເຖິງວ່າໃນວັນນີ້ຈະເປັນການມອບ-ຮັບຊົ່ວຄາວກໍຕາມ ແຕ່ໂດຍພື້ນຖານ ກໍແມ່ນສາມາດນຳໃຊ້ອາຄານຮຽນໄດ້ເປັນປົກກະຕິແລ້ວ ສະນັ້ນ ຮຽກຮ້ອງໃຫ້ຄະນະນຳວິທະຍາໄລຄູດົງຄຳຊ້າງ ຄູ-ອາຈານ ແລະ ນັກຮຽນ-ນັກສຶກສາ ຈົ່ງເອົາໃຈໃສ່ຊ່ວຍກັນປົກປັກຮັກສາອາຄານຮຽນ ຫ້ອງຮຽນ ແລະ ເຟີນິເຈີ ທີ່ໄດ້ຮັບການຊ່ວຍເຫຼືອໃນຄັ້ງນີ້ໃຫ້ຢູ່ໃນສະພາບທີ່ດີ ສະອາດ ຈົບງາມ ແລະ ນຳໃຊ້ໃຫ້ຄຸ້ມຄ່າ ຖືກຕ້ອງຕາມຈຸດປະສົງຂອງໂຄງການ ຢ່າງໃດກໍຕາມ ໃນໄລຍະຮັບປະກັນ 1 ປີ ມອບໃຫ້ຄະນະຮັບຜິດຊອບໂຄງການຂັ້ນວິທະຍາໄລຄູ ສົມທົບກັບກອງເລຂາໜ່ວຍງານຄຸ້ມຄອງ ໃຫ້ມີການຕິດຕາມ ກວດກາສະພາບອາຄານຮຽນແຕ່ລະຫຼັງ ແລະ ລາຍງານໃຫ້ກົມສ້າງຄູຊາບແຕ່ລະໄລຍະ ຈົນໄດ້ຮັບການມອບ-ຮັບຢ່າງຖາວອນ.

error: Content is protected !!