ພິທີຖະແຫຼງຂ່າວ ງານວາງສະແດງ ແລະ ຈໍາໜ່າຍສິນຄ້າໜື່ງເມືອງ ໜື່ງຜະລິດຕະພັນ ແລະ ສິນຄ້າຄອບຄົວຕົວແບບຂອງນະຄອນຫຼວງວຽງຈັນ ຄັ້ງທີ VII ຈັດຂຶ້ນວັນທີ 25 ມິຖຸນາ 2020 ຢູ່ສູນການຄ້າລາວ-ໄອເຕັກ (ຕຶກເກົ່າ) ໂດຍມີທ່ານນາງ ວັນມະນີ ພິມມະສານ ຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າ ທ່ານນາງ ວິໄລວອນ ຈັນທະລາຕີ ຫົວໜ້າພະແນກ ຖວທ ນວ ທ່ານ ສັງຄົມ ຈັນສຸກ ປະທານສະພາການຄ້າ ແລະ ອຸດສາຫະກໍານະຄອນຫຼວງວຽງຈັນ ພ້ອມພາກສ່ວນກ່ຽ່ວຂ້ອງເຂົ້າຮ່ວມ.

ໂອກາດນີ້ ທ່ານນາງ ວັນມະນີ ພິມມະສານ ກ່າວວ່າ: ການຈັດງານວາງສະແດງຄັ້ງນີ້ ກໍເພື່ອເປັນການຊຸກຍູ້ສົ່ງເສີມດ້ານການຕະຫຼາດ ຂອງການຜະລິດສິນຄ້າໜຶ່ງເມືອງ ໜຶ່ງຜະລິດຕະພັນຂອງນະຄອນຫຼວງວຽງຈັນ ທັງເປັນການກະຕຸກຊຸກຍູ້ເສດຖະກິດໃນໄລຍະລັດຖະບານຜ່ອນຜັນການສະກັດກັ້ນການລະບາດຂອງພະຍາດໂຄວິດ-19 ເຊິ່ງງານວາງສະແດງຄັ້ງນີ້ ຄາດວ່າຈະມີ 89 ຫົວໜ່ວຍ ມີ 91 ຫ້ອງຜະລິດຕະພັນຄອບຄົວຕົວແບບຂອງແຕ່ລະເມືອງ ລວມ 39 ຫົວໜ່ວຍ ມີ 41 ຫ້ອງ ແລະ ສິນຄ້າຄອບຄົວຕົວແບບ ປະເພດອຸດສາຫະກໍາ-ຫັດຖະກໍາ ແລະ ທ່ອງທ່ຽວ 25 ຫົວໜ່ວຍ 25 ຫ້ອງ ລວມທັງໝົດ 153 ຫົວໜ່ວຍ157 ຫ້ອງ.

ກໍານົດການຈັດງານດັ່ງກ່າວ ຈະໄດ້ຈັດຂຶ້ນລະຫວ່າງວັນທີ 15-23 ສິງຫາ2020 ຢູ່ສູນການຄ້າລາວ-ໄອເຕັກ (ຕຶກເກົ່າ) ແລະ ໄດ້ກໍານົດເອົາວັນທີ 3 ສິງຫາ 2020 ເວລາ 16:30 ໂມງ ເປັນພິທີເປີດງານວາງສະແດງສິນຄ້າ ແລະ ຈໍາໜ່າຍສິນຄ້າ ໜຶ່ງເມືອງ ໜຶ່ງຜະລິດຕະພັນ ຄັ້ງທີ VII ຂອງນະຄອນຫຼວງວຽງຈັນ.
.
# ຂ່າວ & ພາບ: ສີພອນ ຈັນທະດາລາ