ລັດຖະບານ ຊີ້ແຈງຕໍ່ຂໍ້ຊັກຖາມຂອງສະມາຊິກສະພາແຫ່ງຊາດ

    ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ VIII ວັນທີ 25 ມິຖຸນາ 2020 ຢູ່ສະພາແຫ່ງຊາດ (ຫຼັກ 6) ໂດຍເປັນປະທານຂອງທ່ານນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ ມີທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ພ້ອມດ້ວຍຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງກ່ຽວ ຂ້ອງ ແລະ ສະມາຊິກສະພາແຫ່ງຊາດເຂົ້າຮ່ວມ.

    ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງແຜນການ ແລະ ການລົງ ທຶນ ໄດ້ຊີ້ແຈງກ່ຽວກັບນະໂຍບາຍ ວິທີການ ມາດຕະການຊຸກຍູ້ ແລະ ສົ່ງເສີມການລົງທຶນ ເພື່ອຮັບປະ ກັນເຮັດໃຫ້ການເຕີບໂຕຂອງເສດຖະກິດແຫ່ງຊາດ ສາມາດສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງກ່ຽວກັບການເພີ່ມທະວີການຈັດເກັບລາຍຮັບ ໄປພ້ອມກັບການຈໍາກັດ ແລະ ປະຢັດລາຍຈ່າຍ ລະດົມທຶນຈາກພາຍໃນ ແລະ ຕ່າງປະເທດ ເພື່ອມາດຸ່ນດ່ຽງງົບປະມານ ການປະຕິບັດພັນທະຊໍາລະໜີ້ເງິນກູ້ຢືມພາຍໃນ ແລະ ຕ່າງປະເທດໃນສະພາບປັດຈຸບັນ ທີ່ງົບປະມານແຫ່ງລັດມີຄວາມຫຍຸ້ງຍາກ ທ່ານ ຄໍາແພງ ໄຊສົມແພງ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ຊີ້ແຈງກ່ຽວກັບການຈັດຕັ້ງປະຕິບັດນະໂຍບາຍ ແລະ ມາດຕະການຊ່ວຍເຫຼືອແຮງງານລາວທີ່ໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດໂຄວິດ-19 ແລະ ທ່ານ ລຽນ ທິແກ້ວ ລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ໄດ້ຊີ້ແຈງກ່ຽວກັບທິດທາງ ນະໂຍບາຍ ແຜນງານ ແລະ ມາດຕະການລະອຽດໃນການຊຸກຍູ້-ສົ່ງເສີມການຜະລິດສະບຽງອາຫານໃນເງື່ອນໄຂສະພາບການລະບາດ ແລະ ແກ່ຍາວຂອງພະຍາດໂຄວິດ-19 ໄພພິບັດທໍາມະຊາດໃນປີຜ່ານມາ ແລະ ໄພແຫ້ງແລ້ງໃນປັດຈຸບັນ ເພື່ອຮັບປະກັນສະບຽງອາຫານພຽງພໍ ຕອບສະໜອງໃຫ້ການຊົມໃຊ້ພາຍໃນ ແລະ ການສົ່ງອອກ.

    ພາຍຫຼັງທີ່ໄດ້ຮັບຟັງການຊີ້ແຈງຈາກກະຊວງກ່ຽວຂ້ອງແລ້ວ ສະມາຊິກສະພາແຫ່ງຊາດກໍໄດ້ພ້ອມກັນຊັກຖາມຕື່ມບາງບັນຫາທີ່ຍັງຂ້ອງໃຈ ເປັນຕົ້ນ ການຈັດສັນທຶນແກ້ໄຂໄພພິບັດ 2019 ການຈັດສັນທຶນພັດ ທະນາຊົນນະບົດ ການອໍານວຍຄວາມສະດວກໃນການລົງທຶນ ການແກ້ໄຂຂອດອຸດຕັນການສົ່ງອອກສິນ ຄ້າ ກົນໄກການປະສານງານຂອງຂະແໜງການກ່ຽວຂ້ອງບໍ່ກົມກືນ ເຮັດໃຫ້ຜູ້ປະກອບການແລ່ນໄປແລ່ນມາຫຼາຍຫຼົບຫຼາຍຕ່າວ ນະໂຍບາຍຂອງລັດຕໍ່ການສົ່ງເສີມທຸລະກິດຂະໜາດນ້ອຍ ແລະ ກາງ ທີ່ບໍ່ມີດອກເບ້ຍ ການອະນຸຍາດໃຫ້ບໍລິສັດເຊົ່າ-ສໍາປະທານທີ່ດິນທີ່ນໍາໃຊ້ບໍ່ຖືກເປົ້າໝາຍຢູ່ແຂວງສະຫວັນນະເຂດ ວິທີການແກ້ໄຂຕໍ່ການບຸກລຸກເນື້ອທີ່ປ່າ ແລະ ນະໂຍບາຍການແກ້ໄຂບັນຫາເຂດປ່າສະຫງວນທີ່ມີເນື້ອທີ່ນາຂອງປະຊາຊົນ ນອກນີ້ ຍັງສະເໜີໃຫ້ແກ້ໄຂບັນຫາການຊຸກຍູ້-ສົ່ງເສີມ ອໍານວຍຄວາມສະດວກຂອງການລ້ຽງສັດເປັນສິນຄ້າ ແລະ ອື່ນໆ ເຊິ່ງບັນດາຂໍ້ຊັກຖາມທີ່ກ່າວ ລັດຖະມົນຕີທັງ 4 ກະຊວງ ຈະນໍາເອົາໄປປຶກສາຫາລືກັບພາກສ່ວນກ່ຽວຂ້ອງເພື່ອຮ່ວມມືກັນແກ້ໄຂ.

    ຈາກນັ້ນ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ສະຫຼຸບສັງລວມກ່ຽວກັບວຽກງານລັດຖະບານ ແລະ ທ່ານຫົວໜ້າກອງເລຂານຸການກອງປະຊຸມ ໄດ້ຜ່ານຮ່າງມະຕິກອງປະຊຸມສະພາ ວ່າດ້ວຍການຮັບຮອງເອົາບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ 5 ເດືອນ ຄາດຄະເນ 6 ເດືອນຕົ້ນປີ ແລະ ທິດທາງວຽກງານຈຸດສຸມ 6 ເດືອນທ້າຍປີ 2020 ຈາກນັ້ນ ສະມາຊິກສະພາແຫ່ງຊາດກໍໄດ້ພ້ອມກັນປະກອບຄໍາເຫັນ ແລະ ລົງຄະແນນສຽງຮັບຮອງເອົາຮ່າງມະຕິດັ່ງກ່າວດ້ວຍຄະແນນສ່ວນຫຼາຍ. 

# ຂ່າວ & ພາບ: ຂັນທະວີ

error: Content is protected !!