ສະພາແຫ່ງຊາດລາວ ແລກປ່ຽນບົດຮຽນ ກັບສະພາປະຊາຊົນນະຄອນຫຼວງຮ່າໂນ້ຍ

ຄະນະຜູ້ແທນສະພາແຫ່ງຊາດລາວ ນຳໂດຍ ສະຫາຍ ຄຳໃບ ດຳລັດ ກຳມະການສູນກາງພັກ ຮອງປະທານສະພາແຫ່ງຊາດ ພ້ອມຄະນະ ໄດ້ພົບປະ ແລະ ເຮັດວຽກກັບຄະນະສະມາຊິກສະພາປະຊາຊົນນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ ເຊິ່ງນຳ ໂດຍ ຫງວຽນ ງ໋ອກ ຕວນ ຮອງເລຂາຄະນະພັກນະຄອນ ປະທານສະພາປະຊາຊົນນະຄອນຫຼວງຮ່າໂນ້ຍ ໃນວັນທີ 27 ກຸມ ພາ 2023.

ໃນ​ກາ​ນ​ພົບ​ປະ ແລະ ເຮັດ​ວຽກ​ຄັ້ງ​ດັ່ງ​ກ​ກ່າວ ທັງສອງຝ່າຍໄດ້ແລກປ່ຽນບົດຮຽນນຳກັນ ກ່ຽວກັບວຽກງານກົງຈັກຂອງ ສະພາ ປະຊາຊົນນະຄອນຫຼວງຮ່າໂນ້ຍ ສະພາປະຊາຊົນຂັ້ນເມືອງ ວຽກງານການເລືອກຕັ້ງ ສະມາຊິກສະພາປະຊາຊົນນະຄອນ ຫຼວງຮ່າໂນ້ຍ ການປະເມີນຜົນຕໍ່ການປະຕິບັດໜ້າທີ່ ບຸກຄະລາກອນດຳລົງຕຳແໜ່ງ ທີ່ສະພາປະຊາຊົນເລືອກຕັ້ງ ແລະ ຮັບ ຮອງເອົາການແຕ່ງຕັ້ງ ການປະເມີນຜົນຕໍ່ຄວາມຮັບຜິດຊອບໃນການປະຕິບັດ ໜ້າທີ່ຂອງສະມາຊິກສະພາປະຊາຊົນ ການປະ ເມີນນະໂຍບາຍຕໍ່ສະມາຊິກສະພາແຫ່ງຊາດ ແລະ ສະພາປະຊາຊົນນະຄອນຫຼວງຮ່າໂນ້ຍ ແລະ ອື່ນໆ.

ສະຫາຍ ຄຳໃບ ດຳລັດ ໄດ້ກ່າວວ່າ: ການຢ້ຽມຢາມຄັ້ງນີ້ ແມ່ນປະຕິບັດຕາມບົດບັນທຶກການຮ່ວມມືລະຫວ່າງ ສະພາແຫ່ງ ຊາດ ແຫ່ງ ສປປ ລາວ ແລະ ສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ ເຊິ່ງສອງຝ່າຍ ສືບຕໍ່ເພີ່ມທະວີສາຍພົວພັນມິດຕະພາບ ທີ່ຍິ່ງໃຫຍ່ ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງຝ່າຍ ແລະ ບັນດາອົງການຈັດຕັ້ງທີ່ກ່ຽວຂ້ອງ ໃນການເຄື່ອນໄຫວແບບທະວິພາຄີ ແລະ ພະຫຸພາຄີ(ທາງກວ້າງ ແລະ ທາງເລິກ) ໃນນັ້ນ ແຕ່ລະປີ ສອງຝ່າຍ ພ້ອມກັນສ້າງ ແຜນ ການຮ່ວມມື ແລະ ປະສານສົມທົບກັນ ຈັດຕັ້ງປະຕິບັດກິດຈະກໍາການເຄື່ອນໄຫວຕົວຈິງນໍາກັນ ເພື່ອຮັບປະກັນປະສິດ ທິພາບ ແລະ ປະສິດທິຜົນ.

ສະເພາະຫົວຂໍ້ແລກປ່ຽນໃນການມາຢ້ຽມຢາມແລກປ່ຽນ ໃນຄັ້ງນີ້ ແມ່ນລົງເລິກກ່ຽວກັບວຽກງານກົງຈັກ ບຸກຄະລາກອນ ຂອງສະພາແຫ່ງຊາດ ແລະ ສະພາປະ ຊາຊົນຂັ້ນແຂວງ ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ສະມາຊິກສະພາປະ ຊາຊົນຂັ້ນແຂວງ ການປະເມີນບຸກຄະລາກອນທີ່ສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງເລືອກຕັ້ງ ແລະ ຮັບ ຮອງເອົາການແຕ່ງຕັ້ງ.

ພ້ອມນັ້ນ ຄະນະຍັງໄດ້ຮັບການຕ້ອນຮັບຈາກ ສະຫາຍ ນາງ ຫງວຽນ ທິ ຕຽນ ກຳມະການສູນກາງພັກ ຮອງເລຂາຜູ້ປະຈຳ ການຄະນະພັກນະຄອນຫຼວງຮ່າໂນ້ຍ ພ້ອມດ້ວຍຄະນະ ຢ້ຽມຢາມສະຖານທີ່ທ່ຽວທ່ອງວັດທະນະທຳ ໃນນະຄອນຫຼວງ ຮ່າໂນ້ຍຕື່ມອີກ.

ຂ່າວ: ສພຊ

error: Content is protected !!