ນາຍົກລັດຖະມົນຕີລົງຊຸກຍູ້ວຽກງານທາງລົດໄຟລາວ-ຈີນ

    ວັນທີ 27 ກຸມພາ 2023 ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ຕາງໜ້ານະຄອນຫຼວງວຽງຈັນມີ ທ່ານ ພູຂົງ ບັນນະວົງ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ເຄື່ອນໄຫວຊຸກຍູ້ກ່ຽວກັບການກະກຽມຄວາມພ້ອມໃນການບໍລິການຕ້ອນຮັບນັກທ່ອງທ່ຽວ -ຜູ້ໂດຍສານຈີນດ້ວຍລົດໄຟຄຸນໝິງ ແລະ ລົດໄຟ ລາວ-ຈີນ.

ການເຄື່ອນໄຫວຄັ້ງນີ້ ທ່ານນາຍົກລັດຖະມົນຕີ ພ້ອມຄະນະ ໄດ້ໄປຕິດຕາມກວດກາສະພາບການບໍລິ ການສະຖານີລົດໄຟ ລາວ-ຈີນ ຢູ່ບ້ານໄຊ ເມືງໄຊທານີ ນະຄອນຫຼວງວຽງຈັນ ໂດຍສະເພາະການຂາຍປີ້ໂດຍສານ ສະຖານທີ່ພັກເຊົາລໍຖ້າຂອງຜູ້ໂດຍສານ ການບໍລິການຮ້ານອາຫານ ຮ້ານຂາຍເຄື່ອງທົ່ວໄປ ຫ້ອງນໍ້າ ຫ້ອງລໍຖ້າວີໄອພີ ຈຸດກວດກາເປົາເດີນທາງ ແລະ ອື່ນໆ ພ້ອມນີ້ທ່ານນາຍົກລັດຖະມົນຕີ ຍັງໄດ້ຖາມເຈາະຈິ້ມຕື່ມບາງບັນຫາທີ່ເປັນຫາງສຽງສັງຄົມ ເຊັ່ນ: ການເກັບຄ່າບໍລິການລົດຮັບ-ສົ່ງຜູ້ໂດຍສານເຂົ້າສູ່ສະຖານີ ຄ່າຝາກລົດ ແລະ ການຈໍາໜ່າຍປີ້ລົດໄຟ ທີ່ຍັງເກີດມີຊ່ອງຫວ່າງສ້າງຄວາມຫຍຸ້ງຍາກໃນການມາໃຊ້ບໍລິການ.

    ໂອກາດດຽວກັນ ທ່ານນາຍົກລັດຖະມົນຕີ ແລະ ຄະນະ ຍັງໄດ້ເຂົ້າຮ່ວມກອງປະຊຸມປຶກສາຫາລື ແລະ ຊຸກຍູ້ວຽກງານທາງລົດໄຟ ລາວ-ຈີນ ຢູ່ສໍານັກງານໃຫຍ່ບໍລິສັດລົດໄຟ ລາວ-ຈີນ ຈໍາກັດ ເຊິ່ງໄດ້ຮັບຟັງການລາຍງານສະພາບລວມ ແຜນວຽກຈຸດສຸມການຈັດຕັ້ງປະຕິບັດວຽກງານຂົນສົ່ງທາງລົດໄຟ ລາວ-ຈີນ ຈາກ ທ່ານ ຈູ ກົວ ຈຽງ ປະທານສະພາບໍລິຫານບໍລິສັດລົດໄຟ ລາວ-ຈີນ ຈໍາກັດ ຕື່ມອີກ ແລະ ຍັງໄດ້ຮັບຟັງການລາຍງານວຽກງານທີ່ຕິດພັນກັບໂຄງການລົດໄຟ ລາວ-ຈີນ ແລະ ໄດ້ເປີດກວ້າງໃຫ້ຫຼາຍພາກສ່ວນປະກອບຄໍາຄິດເຫັນ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດວຽກງານລົດ ໄຟ ລາວ-ຈີນ ມີການປັບປຸງໃຫ້ມີຄຸນນະພາບ ເຮັດໃຫ້ການບໍລິການຂົນສົ່ງຜູ້ໂດຍສານ ແລະ ຂົນສົ່ງສິນ ຄ້ານັບມື້ດີຂຶ້ນ ພ້ອມດຽວກັນທ່ານນາຍົກລັດຖະມົນຕີ ຍັງໄດ້ໃຫ້ທິດຊີ້ນໍາຕໍ່ຜູ້ເຂົ້າຮ່ວມ ນໍາເອົາເນື້ອໃນຈິດ ໃຈກອງປະຊຸມຄັ້ງນີ້ໄປຈັດຕັ້ງຜັນຂະຫຍາຍເຂົ້າສູ່ຂົງເຂດຄວາມຮັບຜິດຊອບຂອງຂະແໜງການ ແລະ ພາກສ່ວນຂອງຕົນໃຫ້ໄດ້ຮັບຜົນສໍາເລັດເປັນຢ່າງດີ ໂດຍສະເພາະການແກ້ໄຂຂໍ້ຄົງຄ້າງຕ່າງໆໃນໄລຍະຜ່ານມາ ກໍຄືປັດຈຸບັນ ເພື່ອເຮັດໃຫ້ການກະກຽມຕ້ອນຮັບນັກທ່ອງທ່ຽວ ສປ ຈີນ ໄດ້ມີຄວາມພ້ອມຮອບດ້ານ.

ສໍາລັບ ລົດໄຟ ລາວ-ຈີນ ນັບແຕ່ເປີດນໍາໃຊ້ເສັ້ນທາງລົດໄຟ ລາວ-ຈີນ ສາມາດສ້າງຄວາມສະດວກໃຫ້ປະຊາຊົນໃນການອອກເດີນທາງ ຊຸກຍູ້ການຄ້າສາກົນໄດ້ຢ່າງຫຼວງຫຼາຍ ເປັນກໍາລັງແຮງສໍາຄັນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມລາວ ມາຮອດວັນທີ 25 ກຸມພາ 2023 ສາມາດແລ່ນລົດໂດຍສານໄດ້ 2.776 ຂະບວນ ຂົນສົ່ງໂດຍສານ 1.829.400 ຄົນ ອັດຕາໂດຍສານຂຶ້ນນັ່ງລົດ 87,25% ສະເລ່ຍຂົນສົ່ງ 4.065 ຄົນຕໍ່ວັນ ຂົນສົ່ງສິນຄ້າໄດ້ 3.517 ຂະບວນ ສົ່ງສິນຄ້າໄດ້ 2,8 ລ້ານໂຕນ ລາຍການສິນຄ້າຈາກໄລຍະເລີ່ມຕົ້ນແຕ່ 100 ລາຍການ ປັດຈຸບັນມີ 2.000 ກວ່າລາຍ ການ ກວມເອົາສິນຄ້າຈາກຫຼາຍປະເທດ ທຽບໃສ່ປີ 2016 ຈາກຜົນສໍາຫຼວດຂອງທະນາຄານໂລກການຂົນ ສົ່ງສິນຄ້າລາວ ແລະ ຈີນ ຜ່ານເສັ້ນທາງບົກແມ່ນ 120.000 ໂຕນ ນອກນີ້ບໍລິສັດຍັງໄດ້ສົ່ງເສີມສ້າງວຽກເຮັດງານທໍາໃຫ້ນັກຮຽນ ນັກສຶກສາລາວຫຼາຍກວ່າ 800 ຄົນ ກວມເອົາ 60% ຂອງພະນັກງານ ສະຫຼຸບແລ້ວພາຍໃຕ້ການຊ່ວຍເຫຼືອຈາກລັດຖະບານສອງປະເທດ.

error: Content is protected !!