ທະນາຄານໂລກ ຫຼື World Bank ມອບອາຄານ ປິ່ນປົວ ແລະ ວິເຄາະຍາດໂຄວິດ-19 ໃຫ້ 1 ໂຮງໝໍເມືອງ ແລະ 2 ໂຮງໝໍແຂວງ ເພື່ອນໍາໃຊ້ໃນການປິ່ນປົວພະຍາດຊຶມເຊື້ອ ພະຍາດວັນນະໂຣກ ແລະ ພະຍາດທາງລະບົບຫາຍໃຈອື່ນໆ ກໍຄື ເພື່ອ ຮັບໃຊ້ການບໍລິການດ້ານສຸຂະພາບໃຫ້ແກ່ປະຊາຊົນ.

ອາຄານດັ່ງກ່າວແມ່ນໄດ້ມອບໃຫ້ ໂຮງໝໍເມືອງໂພນທອງ ແຂວງຈໍາປາສັກ ໂຮງໝໍແຂວງອັດຕະປື ແລະ ໂຮງໝໍແຂວງເຊກອງ ເຊິ່ງເປັນອາຄານທີ່ທັນສະໄໝ ແລະ ໄດ້ຜ່ານການຮັບຮອງດ້ານວິຊາການຈາກອົງການອະນາໄມໂລກ ສ້າງຂຶ້ນເພື່ອເປັນສູນປິ່ນ ປົວຄົນເຈັບທີ່ຕິດເຊື້ອພະຍາດໂຄວິດ-19 ແລະ ພະຍາດຕິດຕໍ່ທາງລະບົບຫາຍໃຈ.

ອາຄານທັງ 3 ແຫ່ງແມ່ນຖືກສ້າງຂຶ້ນໃນໄລຍະການລະບາດຂອງພະຍາດໂຄວິດ-19 ແລະ ສໍາເລັດໃນເດືອນ ມັງກອນ 2023 ມູນຄ່າການກໍ່ສ້າງ ແມ່ນ 2,6 ລ້ານໂດລາສະຫະລັດ ພາຍໃຕ້ການສະໜັບສະໜູນຈາກທະນາຄານໂລກ ເປັນເງິນຊ່ວຍເຫຼືອລ້າ 6 ແສນໂດລາສະຫະລັດ ແລະ ງົບປະມານຈາກໂຄງການກັນ ຄວບຄຸມ ແລະ ຕອບໂຕ້ການລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ ອີກ 2 ລ້ານໂດລາສະຫະລັດ.
ເຖິງແມ່ນວ່າພະຍາດໂຄວີດ-19 ຈະກາຍເປັນພະຍາດປົກກະຕິໄປແລ້ວ ແຕ່ໃນອານາຄົດ ອາຄານສະຖານທີ່ແຫ່ງນີ້ຈະສາ ມາດຮັບໃຊ້ການປິ່ນປົວຂອງພະຍາດຊຶມເຊື້ອ ພະຍາດວັນນະໂຣກທີ່ດື້ຕໍ່ຢາ ຫຼື ພະຍາດທາງລະບົບຫາຍໃຈອື່ນໆ ເຊິ່ງເປັນ ປະໂຫຍດຢ່າງຫຼວງຫຼາຍໃຫ້ແກ່ການບໍລິການດ້ານສຸຂະພາບໃຫ້ແກ່ປະຊາຊົນ ແຂວງຈໍາປາສັກ ອັດຕະປື ແລະ ເຊກອງ.

ພິທີມອບ-ຮັບອາຄານດັ່ງກ່າວ ຈັດຂຶ້ນໃນວັນທີ 24 ກຸມພາ 2023 ທີ່ ທີ່ໂຮງໝໍເມືອງໂພນທອງ ແຂວງຈໍາປາສັກ ໂດຍການເຂົ້າຮ່ວມຂອງ ທ່ານ ປອ ດຣ ບຸນເສີດ ແກ້ວປະສິດ ຫົວໜ້າໂຄງການ ກັນ ຄວບຄຸມ ແລະ ຕອບໂຕ້ການລະບາດຂອງພະຍາດ ໂຄວິດ-19 ຢູ່ ສປປ ລາວ ທ່ານ ນາງ ມາຣຽມ ເຊີມານ ຜູ້ອໍານວຍການທະນາຄານໂລກປະຈໍາປະເທດລາວ ມຽນມາ ແລະ ຫວຽດນາມ ທ່ານ ຄໍາສອນ ກອນເຍີ ຮອງເຈົ້າແຂວງ ເຊກອງ ແລະ ທ່ານ ໂສມ ບຸດຕະກຸນ ຮອງເຈົ້າແຂວງຈໍາປາສັກ.
ພາບ-ຂ່າວ ຈາກສູນສື່ສານເພື່ອສຸຂະພາບ-ສຸຂະສຶກສາ