ໄດ້​ແລ້ວຮູບພາບໂຄງການລົດໃນຝັນຂອງຂ້ອຍ ຮອບສຸດທ້າຍ

ວັນທີ 25 ກຸມພາ 2023 ທີ່ສູນການຄ້າພາກຊັນ ທ່ານ ຄໍາສຸກ ໂກມຸດຕະພົງ ຜູ້ຈັດການຝ່າຍຂາຍ ແລະ ການຕະຫຼາດ ບໍ່ສັດໂຕໂຍຕ້າລາວ ໄດ້ເຂົ້າຮ່ວມຄັດເລືອກຜົນງານຮູບແຕ້ມທີ່ສົ່ງເຂົ້າຜ່ານໂຄງການ Toyota Dream Car Art Contest ຮອບທີ 2 ກັບຄະນະກໍາມະການຜູ້ຊົງຄຸນວຸດທິ ເຊິ່ງເປັນຮອບສຸດທ້າຍ ເພື່ອຄັດເລືອກໃຫ້ໄດ້ຜູ້ຊະນະທີ 1,2 ແລະ ທີ 3 ຂອງແຕ່ລະລຸ້ນຄື:ລຸ້ນລະດັບອາຍຸຕ່ຳກວ່າ 7 ປີ ລຸ້ນລະດັບອາຍຸ 8-11 ປີ ລຸ້ນລະດັບອາຍຸ 12-15 ປີ ໃນນີ້ຜົນງານຂອງຜູ້ຊະ ນະຈະຖືກສົ່ງໄປແຂ່ງຂັນໃນລະດັບໂລກທີ່ປະເທດຍີ່ປຸ່ນເພື່ອຊີງທຶນການສຶກສາຫຼາຍກວ່າ 170.000.000 ກີບ.

ສໍາລັບການຄັດເລືອກຮູບແຕ້ມສົ່ງເຂົ້າຜ່ານໂຄງການ Toyota Dream Car Art Contest ຮອບທີ 2 ນີ້ ຄະນະກໍາມະການໄດ້ ຄັດເລືອກຈາກ 10 ຮູບແຕ້ມຂອງແຕ່ລະລຸ້ນທີ່ຄັດເລືອກມາຈາກຮອບທີ 1 ໃນຈໍານວນຮູບແຕ້ມທັງໝົດ 3.764 ຮູບພາບ ເຊິ່ງໄດ້ໃຫ້ເຈົ້າຂອງຮູບພາບມາແຕ້ມໃຫ້ເຫັນຕົວຈິງ ເພື່ອໃຫ້ສະແດງຄວາມຮູ້ ຄວາມສາມາດ ແລະ ພອນສະຫວັນ ແນໃສ່ ຄັດເລືອກໃຫ້ໄດ້ເຈົ້າຂອງຮູບພາບທີ່ແທ້ຈິງ ຈາກນັ້ນຄະນະກໍາມະການຈະໄດ້ຄັດເລືອກຜູ້ຊະນະທີ 1,2 ແລະ ທີ 3 ຂອງແຕ່ລະ ປະເພດ ພ້ອມນັ້ນຍັງໄດ້ຄັດເລືອກລາງວັນຊົມເຊີຍຈໍານວນ 1 ລາງວັນຂອງແຕ່ລະປະເພດຕື່ມອີກ ໂດຍຜົນການຄັດເລືອກຈະ ປະກາດ ແລະ ມອບລາງວັນໃນວັນທີ 4 ມີນາທີ່ຈະມາເຖິງນີ້.

error: Content is protected !!