ນັກທຸລະກິດມັນຕົ້ນລາວນໍາໂດຍທ່ານ ນາງ ອິນແປງ ຊາມຸນຕີ ປະທານສະມາຄົມມັນຕົ້ນລາວ ໄດ້ເຂົ້າຮ່ວມກອງປະຊຸມມັນ ຕົ້ນໂລກ ຄັ້ງທີ 6 ຈັດຂຶ້ນວັນທີ 23-24 ກຸມພາ 2023 ທີ່ນະຄອນລາຊະສີມາ ຣາຊະອາ ນາຈັກໄທ ມີນັກທຸລະກິດມັນຕົ້ນຫຼາຍ ປະເທດເຂົ້າຮ່ວມແບບເຊິ່ງໜ້າ ແລະ ອອນລາຍ.

ກອງປະຊຸມໄດ້ຈັດໃຫ້ມີ 5 ກິດຈະກໍາທີ່ສໍາຄັນຄື: ການສໍາມະນາວິຊາການ ການແລກປ່ຽນຂໍ້ມູນການຄົ້ນ ຄວ້າ ການປະດິດ ສ້າງມັນຕົ້ນ ການຈັບຄູ່ທຸລະກິດ ແລະ ການລົງນາມ MOU ກ່ຽວກັບການຊື້ຂາຍອະນາ ຄົດມັນຕົ້ນກັບປະເທດຜູ້ນໍາເຂົ້າເປັນ ຕົ້ນ ສປ ຈີນ ຮົງກົງ ແລະ ຕວກກີ ຢ້ຽມຊົມງານວາງສະແດງນະວັດຕະກໍາມັນຕົ້ນຂອງ 20 ບໍລິສັດ ເຊິ່ງກອງປະຊຸມຄັ້ງນີ້ເປັນ ເວທີປາໄສສຳຄັນເພື່ອໃຫ້ທຸກປະເທດຮ່ວມກັນພັດທະ ນາຄຸນນະພາບ ແລະ ມາດຕະຖານການຜະລິດ ໂດຍສະເພາະຜະລິດ ຕະພັນມັນຕົ້ນທີ່ມີນະວັດ ຕະກໍາເນັ້ນໃຫ້ໄທເປັນສູນກາງການຄ້າມັນຕົ້ນຂອງໂລກຕໍ່ໄປ.

ທ່ານ ນາງ ອິນແປງ ຊາມຸນຕີ ໄດ້ກ່າວວ່າ: ນັກທຸລະກິດລາວທີ່ເຂົ້າຮ່ວມກອງປະຊຸມມັນຕົ້ນໂລກຄັ້ງນີ້ໂດຍໄດ້ຮັບການເຊື້ອ ເຊີນຈາກກົມການຄ້າຕ່າງປະເທດກະຊວງການຄ້າໄທ ແລະ ຄັ້ງນີ້ເປັນຄັ້ງທີ 2 ໃນນາມສະມຄົມມັນຕົ້ນລາວ ເຊິ່ງຄັ້ງທຳອິດ ເຂົ້າຮ່ວມໃນນາມເຈົ້າຂອງບໍລິສັດ ປາກຊ່ອງພັດທະນາຂາອອກ-ຂາເຂົ້າຈຳກັດ ເນື່ອງຈາກເວລານັ້ນບໍ່ທັນໄດ້ສ້າງຕັ້ງສະມາ ຄົມມັນຕົ້ນລາວ ແລະ ການເຂົ້າຮ່ວມກອງປະຊຸມມັນຕົ້ນໂລກຄັ້ງໄດ້ບົດຮຽນຫຼາຍຢ່າງເປັນຕົ້ນການບໍລິຫານງານຂອງສະ ມາຄົມຜູ້ສົ່ງອອກນມັນຕົ້ນ ແລະ ສະມາຄົມຕ່າງໆກ່ຽວກັບມັນຕົ້ນຢູ່ໄທທີ່ເຂົາເຈົ້າມີການຈັດຕັ້ງທີ່ແໜ້ນໜາ ແລະ ເປັນລະ ບົບ ເຊິ່ງກອງປະຊຸມມັນຕົ້ນໂລກຈະຈັດຢູ່ປະເທດໄທທຸກ 2 ປີ ເນື່ອງຈາກໄທເປັນປະເທດສົ່ງອອກມັນຕົ້ນອັນດັບ 1 ຂອງໂລກ.



ສ່ວນການຜະລິດມັນຕົ້ນຢູ່ລາວມາຮອດປັດຈຸບັນແມ່ນມີຫຼາຍສົມຄວນກາຍເປັນຍຸດທະສາດສົ່ງອອກຂອງລາວເຮັດໃຫ້ປະຊາ ຊົນມີລາຍຮັບມີວຽກເຮັດງານທຳທີ່ໝັ້ນຄົງຖາວອນ ແລະ ໃນອະນາຄົດຕໍ່ໜ້າທາງສະມາ ຄົມຈະພະຍາຍາມປັບປຸງສິນຄ້າ ມັນຕົ້ນໃຫ້ເຂົ້າສູ່ຕະຫຼາດໂລກຫຼາຍຂຶ້ນ ແລະ ປັດຈຸບັນລາວເຮົາພາກທຸລະກິດ ແລະ ຜູ້ຜະລິດມັນຕົ້ນແຕ່ພາກເໜືອຮອດ ພາກໃຕ້ 18 ແຂວງທົ່ວປະເທດ ຕະຫຼາດສົ່ງອອກໄປໄທ 85% ຫວຽດນາມ 10% ແລະ ຈີນ 5%.