ເປີດການຈັດກິດຈະກໍາສະຫຼອງວັນສ້າງຕັ້ງສະຖາບັນການຕ່າງປະເທດ ຄົບຮອບ 30 ປີ

ສະຖາບັນການຕ່າງປະເທດ ກະຊວງການຕ່າງປະເທດໄດ້ຈັດພິທີເປີດການຈັດກິດຈະກໍາສະເຫຼີມສະຫຼອງວັນສ້າງຕັ້ງສະຖາບັນການຕ່າງປະເທດ ຄົບຮອບ 30 ປີ ແລະ ການເລົ່າມູນເຊື້ອປະຫວັດຄວາມເປັນມາຂອງສະຖາບັນການຕ່າງປະເທດໃນວັນທີ 24 ກຸມພາ 2023 ໃຫ້ກຽດເຂົ້າຮ່ວມເປັນປະທານກ່າວເປີດພິທີໂດຍ ທ່ານ ທອງຜ່ານ ສະຫວັນເພັດ ຮອງລັດຖະມົນຕີກະຊວງການຕ່າງປະເທດ ກິດຈະກໍາດັ່ງກ່າວໄດ້ດໍາເນີນພາຍໃຕ້ການນໍາພາຂອງ ທ່ານ ໄມ ໄຊຍະວົງສ໌ ຫົວໜ້າສະຖາບັນການຕ່າງປະເທດ ໂດຍມີຜູ້ບັນຍາຍ ແລະ ຜູ້ເຂົ້າຮ່ວມກິດຈະກໍາດັ່ງກ່າວຈາກ ອະດີດຄະນະນໍາ ແລະ ພະນັກງານສະຖາບັນການຕ່າງປະເທດ ແລະ ກົມກອງຕ່າງໆພາຍໃນກະຊວງການຕ່າງປະເທດ ທັງໝົດ 85 ທ່ານ ຈຸດປະສົງຂອງການຈັດກິດຈະກໍາຄັ້ງນີ້ ແມ່ນເພື່ອເປັນການສ້າງກິດຈະກໍາສະເຫຼີມສະຫຼອງວັນສ້າງຕັ້ງ ສະຖາບັນການຕ່າງປະເທດ ຄົບຮອບ 30 ປີ ສ້າງໂອກາດໃຫ້ມີການພົບປະແລກປ່ຽນ ລະຫວ່າງ ອະດີດຄະນະນຳ ແລະ ພະນັກງານ ຂອງສະຖາບັນການຕ່າງປະເທດ ພ້ອມດຽວກັນນີ້ ຍັງຈະໄດ້ຮັບຟັງປະຫວັດຄວາມເປັນມາຂອງສະຖາບັນການຕ່າງປະເທດໃນແຕ່ລະໄລຍະທີ່ຜ່ານມາ ແລະ ທິດທາງແຜນການໃນຕໍ່ໜ້າເພື່ອເປັນການຊຸກຍູ້ສົ່ງເສີມວຽກງານສະຖາບັນການຕ່າງປະເທດໃຫ້ຂະຫຍາຍຕົວ ແລະ ມີຜົນສໍາເລັດອັນໃໝ່ທີ່ຍິ່ງໃຫຍ່ກວ່າເກົ່າ.

ສະຖາບັນການຕ່າງປະເທດ ກະຊວງການຕ່າງປະເທດໄດ້ຮັບການສ້າງຕັ້ງຂຶ້ນຢ່າງເປັນທາງການໃນວັນທີ 10 ກຸມພາ 1993 ຕະຫຼອດໄລຍະ 30 ປີຜ່ານມາ ສະຖາບັນການຕ່າງປະເທດ ໄດ້ປະຕິບັດຕາມພາລະບົດບາດຢ່າງຕັ້ງໜ້າ ແລະ ສາມາດຍາດໄດ້ຜົນສໍາເລັດຫຼາຍຢ່າງເຊິ່ງສະແດງອອກໃນຂົງເຂດວຽກງານເຝິກອົບຮົມ ວຽກຄົ້ນຄວ້າ ວຽກຮ່ວມມືສາກົນ ວຽກອາຊຽນ-ໄອຊິດ ວຽກຈັດປາຖະກາຖາ ສໍາມະນາ ເຂົ້າຮ່ວມກອງປະຊຸມພາຍໃນ ແລະ ຕ່າງປະເທດ ແລະ ວຽກອື່ນໆ ຄຽງຄູ່ກັນນັ້ນ ສະຖາບັນການຕ່າງປະເທດ ຍັງມີການພົວພັນ ແລະ ຮ່ວມມືກັບສະຖາບັນຄົ້ນຄວ້າ ແລະ ສະຖາບັນການສຶກສາຂອງປະເທດເພື່ອນມິດ ແລະ ປະເທດສະມາຊິກອາຊຽນ ກໍຄື ອາຊຽນ+3 ນອກນີ້ ສະຖາບັນການຕ່າງປະເທດກໍໄດ້ມີກົນໄກການຮ່ວມມື ແລະ ແລກປ່ຽນທາງດ້ານວິຊາການ ທີ່ໄດ້ຮັບການສ້າງຕັ້ງ ຢູ່ ສະຖາບັນການຕ່າງປະເທດ ເຊັ່ນ: ສະໂມສອນນັກການທູດລາວ ສູນຄົ້ນຄວ້າແມ່ນໍ້າຂອງສາກົນ ໂຄງການຄົ້ນຄວ້າຮ່ວມລາວ-ຈີນ ແລະ ອື່ນໆ.

ຕະຫຼອດໄລຍະປີ 2023  ສະຖາບັນການຕ່າງປະເທດ ມີແຜນຈະຈັດກິດຈະກໍາຕ່າງໆ ເພື່ອລະລຶກເຖິງຜົນງານຂອງ ຄະນະນໍາສະຖາບັນການຕ່າງປະເທດ ກໍຄືພະນັກງານສະຖາບັນການຕ່າງປະເທດ ທີ່ປະກອບສ່ວນເຂົ້າໃນວຽກງານຂອງສະຖາບັນການຕ່າງປະເທດ ພ້ອມທັງເພື່ອໂຄສະນາເຜີຍແຜ່ຜົນສໍາເລັດ ແລະ ການເຕີບໃຫຍ່ຂະຫຍາຍຕົວຂອງສະຖາບັນການຕ່າງປະເທດທີ່ຍາດມາໄດ້ໃນໄລຍະ 30 ປີຜ່ານມາໃນແຕ່ລະໄລຍະເປັນຕົ້ນ: ການຂຽນບົດຄວາມປະຫວັດຄວາມເປັນມາຂອງສະຖາບັນການຕ່າງປະເທດ ຈັດພິທີເປີດການຈັດກິດຈະກໍາຕ່າງໆໃນປີ 2023 ແລະ ຮັບຟັງການເລົ່າມູນເຊື້ອປະຫວັດຄວາມເປັນມາຂອງສະຖາບັນການຕ່າງປະເທດ ຈາກອະດີດຫົວໜ້າສະຖາບັນການຕ່າງປະເທດ ຈັດກອງປະຊຸມວິຊາການແລກປ່ຽນບົດຮຽນ ກ່ຽວກັບ ວຽກງານຄົ້ນຄວ້າ ຈັດກອງປະຊຸມວິທະຍາສາດ ກ່ຽວກັບ ບັນຫາພາກພື້ນ ແລະ ສາກົນ ຈັດພິທີເປີດຕົວປື້ມ 30 ປີແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງສະຖາບັນ ແລະ ກິດຈະກໍາອື່ນໆ.

error: Content is protected !!