ປະຊາຊົນບ້ານໂພນໄຮຄຳ ແລະ ບ້ານນາພອກ ເມືອງໄຊທານີ ສະເໜີຕໍ່ ສະມາຊິກສະພາແຫ່ງຊາດ (ສສຊ) ປະຈຳເຂດ ເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນ (ນວ) ແລະ ສະມາ ຊິກສະພາປະຊາຊົນ ນວ (ສສ ນວ) ຫຼາຍບັນຫາ ໃນໂອກາດທີ່ໄດ້ລົງພົບປະ ປະຊາຊົນ ເພື່ອເຜີຍແຜ່ຜົນສຳເລັດຂອງກອງປະຊຸມສະໄໝສາມັນ ເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນ ນວ ຊຸດ ທີ II.

ໃນໂອກາດທີ່ໄດ້ລົງພົບປະ ປະຊາຊົນທັງສອງບ້ານ ສສຊ ປະຈຳເຂດເລືອກຕັ້ງທີ I ແລະ ສສ ນວ ກໍໄດ້ຮັບຟັງການລາຍງານ ສະພາບການ ຈັດຕັ້ງປະຕິບັດວຽກ ງານຂອງ 2 ບ້ານດັ່ງກ່າວ ເຊິ່ງອາຊີບຕົ້ນຕໍຂອງປະຊາຊົນສ່ວຍຫຼາຍແມ່ນໄດ້ຖືເອົາການເຮັດນາ ປູກຝັງ ລ້ຽງສັດ ເປັນຫຼັກ ພ້ອມນີ້ຍັງໄດ້ຮັບຟັງຄຳຄິດເຫັນ ແລະ ຄຳສະເໜີຈຳນວນໜຶ່ງຂອງປະຊາຊົນ ເພື່ອນຳໄປຊຸກ ຍູ້ໃຫ້ພາກສ່ວນກ່ຽວຂ້ອງ ແກ້ໄຂ ເຊິ່ງບັນຫາສ່ວນໃຫຍ່ແມ່ນຕິດພັນກັບສະພາບເສດຖະກິດ ຊີວິດການເປັນຢູ່ຂອງປະຊາຊົນ ໃນປັດຈຸບັນ ເປັນຕົ້ນ: ລາຄາສິນ ຄ້າບໍລິໂພກ-ອຸປະໂພກ ແພງ ບັນຫາກະແສໄຟຟ້າບໍ່ພຽງພໍຕໍ່ຈຳນວນຄົວເຮືອນ ເຮັດໃຫ້ເກີດ ໄຟຟ້າຕົກເລື້ອຍໆ ສະເໜີໃຫ້ປູ ຢາງເສັ້ນທາງແຕ່ບ້ານນາພອກ-ບ້ານນາສາລາ ແລະ ສະເໜີໃຫ້ມີການຂຸດຄອງຊົນ ລະປະ ທານຂອບເຂດບ້ານນາພອກ-ນາ ສາລາ ເພື່ອໃຫ້ປະ ຊາຊົນ ສາມາດເຮັດການຜະລິດເຂົ້າໄດ້ທັງ 2 ລະດູການ ແລະ ບັນຫາ ອື່ນໆອີກຈໍານວນໜຶ່ງ.


ການລົງພົບປະມີຂຶ້ນໃນວັນທີ 24 ກຸມພາ 2023 ໂດຍການນຳພາຂອງ ທ່ານ ຮສ ປອ ລິນຄຳ ດວງສະຫວັນ ສສຊ ຊຸດທີ IX ປະຈໍາເຂດເລືອກຕັ້ງທີ 1 ນວ ກຳມະການຄະ ນະປະຈຳສະພາແຫ່ງຊາດ ປະທານກຳມາທິການເສດຖະກິດ ເຕັກໂນໂລຊີ ແລະ ສິ່ງແວດລ້ອມ ສະພາແຫ່ງຊາດ ມີ ທ່ານ ບົວລີ ແກ້ວມະນີວັນ ສສ ນວ ຊຸດທີ II ຫົວໜ້າຄະນະ ສສ ນວ ປະຈຳເຂດເລືອກຕັ້ງ ເມືອງໄຊທານີ ປະທານກວດກາພັກ-ລັດ ເມືອງໄຊທານີ ທ່ານນາງ ອໍລະໄທ ສັນຕິຄົງຄາ ສສ ນວ ຊຸດທີ II ພ້ອມດ້ວຍອົງການ ຈັດ ຕັ້ງບ້ານ ແລະ ຜູ້ມີສິດເລືອກຕັ້ງ 2 ບ້ານດັ່ງກ່າວ ເຂົ້າຮ່ວມ.