ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ) ຈັດສຳມະນາວິທະຍາສາດ 4 ຝ່າຍ ຂຶ້ນວັນທີ 24 ກຸມພາ 2023 ເປັນປະທານຮ່ວມຂອງທ່ານ ພູວົງ ອຸ່ນຄຳແສນ ຫົວໜ້າ ສມປຊ ທ່ານ ພົຕ ຄຳຫຼ້າ ພັນໄຊຍະສຸກ ຫົວໜ້າການເມືອງວິທະຍາຄານປ້ອງກັນຊາດ ໄກສອນພົມວິຫານ ທ່ານ ພົຈວ ວັນສົມ ສີສົມບັດ ຫົວໜ້າວິທະຍາຄານສັນຕິບານ ປະຊາຊົນ ແລະ ທ່ານ ພົຈວ ວົງເຊໂດນ ພັນທະແກ້ວ ຫົວໜ້າວິທະຍາຄານຕຳຫຼວດປະຊາຊົນ ມີພະນັກງານ ຄູ-ອາຈານ ແລະ ນັກສຶກສາ ເຂົ້າຮ່ວມ.

ການສໍາມະນາຄັ້ງນີ້ ໄດ້ຄົ້ນຄວ້າລົງເລິກ ສ້າງຄວາມກະຈ່າງແຈ້ງທາງດ້ານແນວຄິດ ທິດສະດີວິທະ ຍາສາດ ແລະ ພຶດຕິກຳເພື່ອຮັບປະກັນໃນການສ້າງການຫັນປ່ຽນຢ່າງແຂງແຮງ ເລິກເຊິ່ງ ຮອບດ້ານໃຫ້ແກ່ຖັນແຖວພະນັກງານ ແລະ ກຳລັງປະກອບອາວຸດປະຊາຊົນ ສ້າງການຫັນປ່ຽນຢ່າງແຂງແຮງ ເລິກ ເຊິ່ງ ຮອບດ້ານ ໃຫ້ແກ່ຖັນແຖວພະນັກງານ ແລະ ກຳລັງປະກອບອາວຸດປະຊາຊົນ ເພື່ອສ້າງໃຫ້ຖັນແຖວພະນັກງານນໍາພາ-ຊີ້ນໍາ ແລະ ວິຊາການ ໃຫ້ໂລ່ງລ່ຽນໂປ່ງໃສ ຍຸດຕິທໍາ ເປັນມືອາຊີບເຂົ້າໃນການປະຕິບັດໜ້າທີ່ວຽກງານຢ່າງມີປະສິດທິຜົນ.



ໃນຫົວຂໍ້ດັ່ງກ່າວ ມີ 12 ຫົວຂໍ້ຍ່ອຍ ກວມລວມເອົາຫຼາຍບັນຫາເລີ່ມແຕ່ຫົວຂໍ້ທີ່ມີລັກສະນະເປັນທິດສະດີ ພົວພັນເຖິງວຽກງານການເມືອງແນວຄິດຂອງພັກ ການປ່ຽນແປງໃໝ່ທາງດ້ານຈິນຕະນາການ ປ່ຽນແປງໃໝ່ແບບແຜນວິທີເຮັດວຽກ ຕະຫຼອດຮອດຫົວຂໍ້ທີ່ມີລັກສະນະລົງເລິກວິຊາການ ກ່ຽວກັບການກໍ່ສ້າງພະນັກງານ ກໍ່ສ້າງກຳລັງປະກອບອາວຸດປະຊາຊົນໃນແງ່ມູມຕ່າງໆ ເຫັນວ່າມີເນື້ອໃນອຸດົມສົມບູນ ແລະ ມີວິທີການຄົ້ນຄວ້າທີ່ເປັນເອກະລັກຂອງແຕ່ລະພາກສ່ວນ ພ້ອມດຽວກັນ ຜູ້ເຂົ້າຮ່ວມສໍາມະນາ ໄດ້ປະກອບຄຳຄິດເຫັນຢ່າງກົງໄປກົງມາ ເພື່ອໃຫ້ການສຳມະນາເຕັມໄປດ້ວຍບັນຍາກາດທີ່ຟົດຟື້ນ ແລະບັນລຸໄດ້ຜົນສຳເລັດຕາມລະດັບຄາດໝາຍທີ່ວາງໄວ້.


ຂ່າວ-ພາບ:ສມປຊ