ສູນກາງແນວລາວສ້າງຊາດເປີດນໍາໃຊ້ແອັບພຸດທະສາສະໜາລາວ

    ໃນວັນທີ 23 ກຸມພາ 2023 ກົມສາສະໜາ ສູນກາງແນວລາວສ້າງຊາດ (ສນຊ) ແລະ ບໍລິສັດ ລາວນີວເພ ເທັກໂນໂລຢີ ຈອຍເວນເຈີ ຈໍາກັດ ຈັດພິທີເປີດນໍາໃຊ້ແອັບພຸດທະສາສະໜາລາວຂຶ້ນ ທີ່ ສນຊ ເປັນກຽດເຂົ້າຮ່ວມຂອງ ພະອາຈານໃຫຍ່ ມະຫາບຸນມາ ສິມມາພົມ ປະທານສູນກາງ ອພສ ທ່ານ ປອ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ ປະທານ ສນຊ ມີບັນດາທ່ານ ຮອງປະທານ ສນຊ ທ່ານຮອງລັດຖະມົນຕີ ທ່ານຫົວໜ້າຄະນະທີ່ປຶກສາວຽກງານ ສນຊ ບັນດາທ່ານຫົວໜ້າກົມ ຮອງຫົວໜ້າກົມ ແລະ ຫົວໜ້າພະແນກ ຈາກພາກສ່ວນຕ່າງໆທີ່ກ່ຽວຂ້ອງ.

    ໃນພິທີດັ່ງກ່າວ ທ່ານ ເມກສະຫວ່າງ ພົມມາສີ ຜູ້ອໍານວຍການໃຫຍ່ ບໍລິສັດ ລາວນີວເພ ເທັກໂນໂລຢີ ຈອຍເວນເຈີ ຈໍາກັດ ໄດ້ກ່າວຈຸດປະສົງ ໃນການສ້າງແອັບພຸດທະສາສະໜາລາວນີ້: ເພື່ອເປັນການເຜີຍແຜ່ພຸດທະສາສະໜາລາວ ໃຫ້ມີລັກສະນະກວ້າງຂວາງ ທັງເປັນການສ້າງເງື່ອນໄຂສະດວກໃນການເຂົ້າເຖິງແຫຼ່ງຂໍ້ມູນຄວາມຮູ້ທາງພຸດທະສາສະໜາ ເນື່ອງຈາກໄດ້ສັງລວມເອົາບົດໄຫວ້ ຮີດ 12 ຄອງ 14 ການເທດສະໜາສັ່ງສອນ ແລະ ນິຕິກຳຕ່າງໆທີ່ກ່ຽວພັນເຖິງວຽກງານພຸດທະສາສະໜາຂອງລາວ ເຊິ່ງໃນອະນາຄົດຍັງຈະສືບຕໍ່ນໍາເອົາພຣະໄຕປີດົກສະບັບພາສາປາລີ ແລະ ພາສາລາວ ທີ່ເປັນເອກະລັກທໍາຄໍາສອນສູງສຸດ ຂອງພຸດທະສາສະໜາ ເຂົ້າໃສ່ແອັບຕື່ມ ນອກນັ້ນ ສໍາລັບຜູ້ບໍ່ມີເວລາ ເຮັດບຸນສິນກິນທານ ການອຸປະຖຳຄ້ໍາຊູ ການປະກອນສ່ວນປະຕິສັງຂອນ ວັດວາອາຮາມ ປູຊະນິຍະສະຖານ ສາມາດເຮັດໄດ້ໂດຍຜ່ານແອັບດັ່ງກ່າວ ແລະ ບໍ່ໄປເຖິງສະຖານທີ່ຕົວຈິງ ເພື່ອໂຄສະນາການທ່ອງທ່ຽວໂດຍສະເພາະແມ່ນ ການທ່ອງທ່ຽວທາງດ້ານວັດທະນະທຳ-ຮີດຄອງປະເພນີ ປູຊະນິຍະສະຖານອັນເກົ່າແກ່ຂອງລາວເຮົາ ອອກສູ່ສາກົນ ແລະ ພາກພື້ນ ແລະ ການໂຄສະນາການເຄື່ອນໄຫວ ຂອງອົງການພຸດທະສາສະໜາສໍາພັນ ແຫ່ງ ສປປ ລາວ ເເລະ ການເຄື່ອນໄຫວຂອງຄະນະບໍລິຫານງານສູນກາງ ອພສ ໃນການຈັດງານບຸນປະເພນີຕ່າງໆ ແລະ ການຊ່ວຍເຫຼືອສັງຄົມສົງເຄາະ.

    ແອັບພຸດທະສາສະໜາລາວ ມີຊື່ເປັນພາສາອັງກິດວ່າ: Lao Bud ເປັນແອັບທີ່ເປັນພາສາລາວ ແຕ່ສາມາດນໍາເອົາຂໍ້ມູນທີ່ເປັນພາສາຕ່າງປະເທດມາລົງໃສ່ໄດ້ ປະກອບມີໜ້າສໍາຄັນຕົ້ນຕໍ່ຈໍານວນໜຶ່ງຄື: ໜ້າຫຼັກ ຫຼື ໜ້າທໍາອິດ ໜ້າພຸດທະສາສະໜາ ໜ້າຮີດຄອງປະເພນີ ແລະ ໜ້າຂໍ້ມູນຂອງຜູ້ໃຊ້ແອັບ ໃນໜ້າຫຼັກແມ່ນໄດ້ນໍາສະເໜີກ່ຽວກັບປະຕິທິນ ບຸນປະເພນີໃນແຕ່ລະໄລຍະ ການທ່ຽວຊົມວັດອອນລາຍ ແລະ ປະຫວັດໜ້າຄົ້ນຫາ ສ່ວນໜ້າພຸດທະສາສະໜາ ແມ່ນຈະໄດ້ນໍາສະເໜີການໄຫວ້ພະ ການສູດມົນ ສະເພາະຫ້ອງອ່ານແມ່ນຈະນໍາເອົາປະໄຕປີດົກ ຄວາມໄຫວ້ພຣະລາວເດີມ ຄວາມໄຫວ້ພະທຳມະເຈົ້າ ແລະ ດໍາລັດ 315/ລບ ວ່າດ້ວຍປົກປ້ອງ ແລະ ຄຸ້ມຄອງສາສະໜາ ຢູ່ ສປປ ລາວ ແລະ ອື່ນໆ.

error: Content is protected !!