ສົ່ງເສີມຊາວໜຸ່ມເຍົາ ວະຊົນ ໃຫ້ມາສົນໃຈວິທະຍາສາດຫຼາຍຂຶ້ນ

ພິທີເປີດງານຄາລາວານວິທະຍາສາດມິດຕະພາບ ລາວ-ໄທ ຈັດຂຶ້ນວັນທີ 14 ກຸມພາ 2023 ທີ່ໂຮງຮຽນມັດທະຍົມສົມບູນ ວຽງຈັນ (ມສ ວຽງຈັນ) ມີທ່ານ ພິມພາ ອຸດທະຈັກ ຜູ້ອໍານວຍການສະຖາບັນ ຄົ້ນຄວ້າວິທະຍາສາດ ແລະ ນະວັດຕະກໍາແກະ ຊວງ ສຶກສາທິການ ແລະ ກິລາ ທ່ານ ດະນຸ ຕັນເທີດທິດ ເລຂານຸການລັດຖະມົນຕີກະຊວງອຸດົມສຶກສາ ວິທະຍາສາດ-ວິໄຈ ແລະ ນະວັດຕະກໍາ ຣາຊະອານາຈັກໄທ ພ້ອມດ້ວຍຜູ້ຕາງໜ້າສະຖານເອກອັກຄະຣາຊະທູດແຫ່ງ ຣາຊະອານາຈັກໄທ ປະຈໍາ ສປປ ລາວ ຜູ້ອໍານວຍການອົງການພິພິຕະພັນວິທະຍາສາດ ແຫ່ງຊາດ ຣາຊະອານາຈັກໄທ ຜູ້ອໍານວຍການໂຮງຮຽນ ມສ ວຽງ ຈັນ ແລະ ຂະແໜງການກ່ຽວຂ້ອງສອງປະເທດເຂົ້າຮ່ວມ.


ທ່ານ ພິມພາ ອຸດທະຈັກ ກ່າວວ່າ ການຮ່ວມມືກ່ຽວກັບຄາລາວານວິທະຍາສາດລະຫວ່າງ 2 ປະເທດ (ລາວ-ໄທ) ໄດ້ສືບເນື່ອງ ຈາກການຢ້ຽມຢາມຂອງຄະນະຈາກກະຊວງອຸດົມສຶກສາ ວິທະຍາສາດ-ວິໄຈ ແລະ ນະວັດຕະກໍາ ແຫ່ງຣາຊະອານາຈັກໄທໃນ ປີ 2022 ທີ່ຜ່ານມາ ໂດຍທັງສອງຝ່າຍໄດ້ມີການລົງນາມການຮ່ວມມືໃນຫຼາຍຂົງເຂດວຽກງານ ທັງນີ້ກໍເພື່ອເປັນການຊຸກຍູ້ ສົ່ງເສີມ ສ້າງຄວາມເຂັ້ມແຂງດ້ານວິທະຍາສາດ ເຕັກໂນໂລຊີ ແລະ ນະວັດຕະກໍາ ໂດຍເຫັນຄວາມສໍາຄັນຕໍ່ວຽກງານດັ່ງກ່າວ ແລະ ອີງໃສ່ທ່າແຮງຂອງກະຊວງອຸດົມສຶກສາ ວິທະຍາສາດ-ວິໄຈ ແລະ ນະວັດຕະກໍາ ແຫ່ງຣາຊະອານາຈັກໄທໂດຍ ອົງການ ພິພິຕະພັນວິທະຍາສາດແຫ່ງຊາດ ແຫ່ງຣາຊະອານາຈັກໄທກ່ຽວກັບການປູກຝັງຈິດສໍານຶກ ແລະ ສົ່ງເສີມໃຫ້ຊາວໜຸ່ມເຍົາ ວະຊົນໃຫ້ມາສົນໃຈວິທະຍາສາດຫຼາຍຂຶ້ນ ແລະ ສ້າງທັກສະໃນການສິດສອນທາງດ້ານວິທະຍາສາດ ດັ່ງນັ້ນ 2 ຝ່າຍຈຶ່ງໄດ້ ຕົກລົງເຫັນດີທີ່ຈະຈັດງານຄາລາວານວິທະຍາສາດຮ່ວມກັນຂຶ້ນໂດຍປະສານສົມທົບກັບບັນດາຂະແໜງການກ່ຽວ ຂ້ອງເພື່ອ ສົ່ງເສີມວຽກງານດ່ັງກ່າວ.


ນອກຈາກນີ້ສອງຝ່າຍໄດ້ປຶກສາຫາລືໃນການຮ່ວມມືຫຼາຍດ້ານເປັນຕົ້ນແມ່ນ ການພັດທະນາວິທະຍາສາດເຕັກໂນໂລຊີ ແລະ ນະວັດຕະກຳ ການແລກປ່ຽນຂໍ້ມູນຂ່າວສານ ການວິໄຈຫຼາຍຢ່າງທາງດ້ານຊີວະພາບ ການວິໄຈ ແລະ ນະມັດຕະກຳຕ່າງໆ ທັງນີ້ເພື່ອເສີມສ້າງແຮງບັນດານໃຈ ປະສົບການໃຫ້ກັບເຍົາວະຊົນລາວນຳໄປສູ່ການພັດທະນາທັກສະ ຂະບວນກນຄິດທາງວິ ທະຍາສາດ ແລະ ການຮຽນຮູ້ໃຫ້ສູງຂຶ້ນໃນອະນາຄົດ ພາຍໃນງານມີກິດຈະກຳຫຼາຍຢ່າງທີ່ສະແດງເຖິງການພັດທະນາວິທະ ຍາສາດ.

error: Content is protected !!