THPC ແລະ EDL-Gen ຈັດງານແຂ່ງຂັນກ໊ອຟ ເພື່ອຊ່ວຍເຫຼືອໂຮງຮຽນຢູ່ເຂດຊົນນະບົດ

ບໍລິສັດເທີນຫີນບູນ ພາເວີ ຈຳກັດ (THPC) ຮ່ວມກັບບໍລິສັດຜະລິດໄຟຟ້າລາວມະຫາຊົນ (EDL-Gen) ຈັດງານແຂ່ງຂັນກ໊ອຟ ການກຸສົນເພື່ອລະດົມທຶນໄປຊ່ວຍປັບປຸງພື້ນຖານໂຄງລ່າງໃຫ້ແກ່ໂຮງຮຽນທຸກຍາກຢູ່ເຂດຊົນນະບົດ ໃນທ້າຍອາທິດຜ່ານມາ ທີ່ສະໜາມກ໊ອຟ Lao Country Club (ຫຼັກ 14) ມີທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ທ່ານ ດາວວົງ ພອນແກ້ວ ເຈົ້າແຂວງສາລະວັນ ປະທານສະພາບໍລິຫານບໍລິສັດເທີນຫີນບູນພາເວີ ຈຳກັດ ພ້ອມດ້ວຍຕາງໜ້າ ຈາກກະຊວງ ແລະ ແຂກຖືກເຊີນເຂົ້າຮ່ວມ.


ທ່ານ ດາວວົງ ພອນແກ້ວ ກ່າວວ່າ ການຈັດງານເພື່ອການກຸສົນເລີ່ມແຕ່ປີ 2018 ເປັນຕົ້ນມາໄດ້ລະດົມທຶນ 80 ລ້ານກວ່າກີບ ໃນນັ້ນໄດ້ມອບໃຫ້ສະມາຄົມໝາກເສິກ ໂຮງຮຽນຄົນພິການຕາ ທົງປົ່ງ ໃນປີ 2019 ລະດົມທຶນໄດ້ 100 ລ້ານໂດລາສະຫະ ລັດ ທຶນທັງໝົດໄດ້ມອບໃຫ້ຜູ້ປະສົບໄພນໍ້າຖ້ວມຢູ່ແຂວງອັດຕະປື ປີ 2020 ແລະ ປີ 2021 ລະດົມທຶນໄດ້ 200 ກວ່າລ້ານກີບ ໂດຍໄດ້ນຳໃຊ້ທຶນດັ່ງກ່າວເຂົ້າໃນການຍົກລະດັບດ້ານພື້ນຖານໂຄງລ່າງໃຫ້ແກ່ໂຮງຮຽນປະຖົມບ້ານນໍ້າຄຸຍ ເມືອງລ້ອງຊານ ແຂວງໄຊສົມບູນ.


ສຳລັບປີ 2023 ນີ້ນັກກິລາທຸກໆຄົນທີ່ເຂົ້າຮ່ວມການແຂ່ງຂັນແມ່ນເສຍຄ່າລົງທະບຽນ 800.000 ກີບ 1 ທ່ານ ເຊິ່ງມີຜູ້ເຂົ້າ ຮ່ວມທັງໝົດ 156 ທ່ານ ສາມາດລະດົມທຶນໄດ້ 124 ລ້ານກວ່າກີບ ສ່ວນເງິນລາຍໄດ້ທັງໝົດໂດຍບໍ່ຫັກຄ່າໃຊ້ຈ່າຍໃດໆຈະ ນໍາໄປປັບປຸງ ແລະ ຟື້ນຟູພື້ນຖານໂຄງລ່າງໃຫ້ແກ່ໂຮງຮຽນທຸກຍາກຢູ່ເຂດຊົນນະບົດທີ່ມີຄວາມຕ້ອງການຈໍາເປັນ

error: Content is protected !!