ລາວ-ຈີນເສີມຂະຫຍາຍການຮ່ວມມືດ້ານເສດຖະກິດ-ການຄ້າ

    ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ ຮ່ວມກັບພະແນກການຄ້າແຂວງ ຢຸນນານ ສປ ຈີນ ຈັດກອງປະຊຸມແນະນໍາ ແລະ ສົ່ງເສີມການຮ່ວມມືດ້ານເສດຖະກິດ-ການຄ້າລະຫວ່າງແຂວງຢຸນນານ ແລະ ສປປ ລາວ ວັນທີ 21 ກຸມພາ 2023 ທີ່ໂຮງແຮມດອນຈັນພາເລດ ເປັນປະທານຮ່ວມຂອງທ່ານ ອຸເດດ ສຸວັນນະວົງ ປະທານສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ ແລະ ທ່ານ ຫຼີ ເສິນ ຢາງ ຫົວໜ້າພະແນກການຄ້າແຂວງຢຸນນານ ສປ ຈີນ ມີທ່ານ ຈ້າວ  ເຫວິນ ຢູ ທີ່ປຶກສາທູດເສດຖະກິດການຄ້າ ສະຖານທູດຈິນ ພ້ອມດ້ວຍບັນດາບໍລິສັດພາຍໃນປະເທດລາວ  ແລະ ແຂວງຢຸນນານເຂົ້າຮ່ວມ.

    ກອງປະຊຸມບັນດາວິສາຫະກິດທີ່ດໍາເນີນທຸລະກິດພາຍໃນລາວ ແລະ ວິສາຫະກິດທີ່ດໍາເນີນທຸລະກິດຂອງແຂວງຢູນນານ ສປ ຈີນ ໄດ້ມີການພົບປະແລກປ່ຽນ ແລະ ນໍາສະເໜີກ່ຽວກັບການດໍາເນີນທຸລະກິດຂອງບໍລິສັດຕົນ ມີຈຸດປະສົງເພື່ອສົ່ງເສີມໃຫ້ວິສາຫະກິດຂອງທັງສອງຝ່າຍມີການຮ່ວມມືທີ່ດີ ເຊິ່ງໃນໄລຍະການມາຢ້ຽມຢາມລາວຂອງທ່ານ ຫຼີ ເສິນ ຢາງໄດ້ນໍາພາວິສາຫະກິດແຂວງຢຸນນານ ທີ່ມີຄວາມາມາດ 31 ແຫ່ງເຂົ້າຮ່ວມກອງປະຊຸມຄັ້ງນີ້ ໂດຍວິສາຫະກິດເຫຼົ່ານີ້ໄດ້ດໍາເນີນທຸລະກິດກ່ຽວກັບການຄ້າລະຫວ່າງປະ ເທດ ການລົງທຶນຕ່າງປະເທດ ການຜະລິດ ການປຸງແຕ່ງ ການກໍ່ສ້າງພື້ນຖານໂຄງລ່າງ ການບໍລິການ ແລະ ທຸລະກິດອື່ນໆ.

    ທ່ານ ອຸເດດ ສຸວັນນະວົງ ມີຄໍາເຫັນຕໍ່ກອງປະຊຸມວ່າ:ແຂວງຢຸນນານເປັນແຂວງໜຶ່ງສໍາຄັນທີ່ໃກ້ກັບ ສປປ ລາວ ບໍ່ມີຊາຍແດນຕິດກັບທະເລແຕ່ຕ້ອງອາໄສເຊິ່ງກັນ ແລະ ກັນໃນການພັດທະນາຮ່ວມກັນ ເພື່ອກ້າວໜ້າທາງດ້ານເສດຖະກິດ ສະພາການຄ້າ ແລະ ອຸດສະຫະກໍາແຫ່ງຊາດລາວ ເປັນອົງການຂອງພາກທຸລະກິດຢູ່ລາວ ມີສະມາຊິກເກືອບ 1 ພັນບໍລິສັດໃນທົ່ວປະເທດ ເຊິ່ງມີຫຼາຍບໍລິສັດທີ່ມີຈຸດປະສົງຢາກຮ່ວມມືຄ້າຂາຍ ແລະ ເຮັດທຸລະກິດຮ່ວມກັບແຂວງຢຸນນານ ສະນັ້ນກອງປະຊຸມຄັ້ງນີ້ມີຄວາມສໍາຄັນທີ່ສຸດ ຫຼັງການລະບາດພະຍາດໂຄວິດ-19 ຕ້ອງໄດ້ເພີ່ມສັກກະລາດໃໝ່ດ້ານການຄ້າ ແລະ ການລົງທຶນ ໂດຍສະເພາະຈະຕ້ອງໄດ້ປະຕິບັດບັນດາກອບການລົງທຶນ ຫຼື ການຄ້າເສດຖະກິດທີ່ເລຂາທິການໃຫຍ່ທັງສອງປະເທດໄດ້ຕົກລົງກັນ ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ ຕາງໜ້າໃຫ້ແກ່ນັກທຸລະກິດລາວຍິນດີຈະປະຕິບັດບັນດາໂຄງການຕ່າງໆ ເພື່ອໃຫ້ບັນດາຂໍ້ຕົກລົງຂອງຜູ້ນໍາທັງສອງປະເທດໃຫ້ປາກົດຜົນເປັນຈິງ ເຊິ່ງພາຍຫຼງເປີດການນໍາໃຊ້ລົດເສັ້ນທາງລົດໄພລາວ-ຈີນ ຄົບຮອບ 1 ປີ ການຂົນສົ່ງສິນຄ້າຜ່ານລົດໄຟລາວ-ຈີນ ໄດ້ເພີ່ມຂຶ້ນກະໂດດຂັ້ນລື່ນຄາດໝາຍ ສິ່ງສໍາຄັນການລົງທຶນທີ່ປິ່ນອ້ອມ ສະພາການຄ້າ ມີໂຄງການສ້າງເຂດເສດຖະກິດພິເສດ ເຂດອຸດສາຫະກຳ ເພື່ອຮອງຮັບບັນດາອຸດສາຫະກຳຕ່າງໆທີ່ຈະມີການຮ່ວມມືລາວ-ຈິນ ແລະ ອື່ນໆ.

error: Content is protected !!