ອົງການປົກຄອງ ນວ ປຶກສາຫາລືວຽກງານສຸມພົ້ນເດັ່ນໃນເດືອນມີນາ

    ກອງປະຊຸມອົງການປົກຄອງນະຄອນຫຼວງວຽງຈັນ (ນວ) ຄັ້ງທີ 21 ເປີດກວ້າງຮ່ວມກັບອົງການປົກຄອງເມືອງທົ່ວ ນວ ຈັດຂຶ້ນວັນທີ 22 ກຸມພາ 2023 ທີ່ຫ້ອງວ່າການ ນວ ເປັນປະທານຂອງທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງ ນວ ມີບັນດາຫົວໜ້າພະແນກການ ອົງການທຽບເທົ່າ ແລະ ເຈົ້າເມືອງເຂົ້າຮ່ວມ.

    ກອງປະຊຸມທ່ານ ອາດສະພັງທອງ ສີພັນດອນ ກ່າວວ່າ:ໂດຍປະຕິບັດຕາມແຜນວຽກປະຈໍາເດືອນ ຂອງອົງການປົກຄອງ ນວ ກອງປະຊຸມຄັ້ງນີ້ໄດ້ປຶກສາຫາລືບາງບັນຫາ ແລະ ວຽກງານຈຸດສຸມພົ້ນເດັ່ນໃນເດືອນມີນາ ເພື່ອພ້ອມກັນຄົ້ນຄ້ວາກົນໄກການຈັດຕັ້ງປະຕິບັດແຜນດຳເນີນງານໃນຕໍ່ໜ້າກໍ່ຄື 6 ເດືອນຕົ້ນປີ 2023 ພ້ອມທັງທົບທວນບັນດາວຽກງານກໍໄດ້ມອບໝາຍໃນກອງປະຊຸມຍັງການປົກຄອງນະຄອນຫຼວງວຽງຈັນ ຄັ້ງທີ 20 ເດືອນ ມັງກອນ ມາຮອດປັດຈຸບັນ ຍັງມີວຽກງານໃດຍັງບໍ່ທັນລຸລວງສຳເລັດກໍ່ໃຫ້ບັນດາສະມາຊິກອົງການປົກຄອງໄດ້ສະເໜີ ແລະ ປະກອບຄໍາເຫັນຮ່ວມກັນ ນອກນີ້ກອງປະຊຸມຍັງໄດ້ປຶກສາຫາລື ແລະ ປະກອບຄໍາຄິດເຫັນໃສ່ຂໍ້ຕົກລົງຂອງເຈົ້າຄອງ ນວ ວ່າດ້ວຍການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານປະຈຳປີ 2023 ຂອງ ນວ ຂໍ້ຕົກລົງວ່າດ້ວຍການສ້າງ ນວ ສະອາດ (ສ.ສະອາດ) ພາຍຫຼັງທີ່ສະພາປະຊາຊົນ ນວ ໄດ້ຮັບຮອງແລ້ວ ແຜນງານການເປີດຂະບວນການວຽງຈັນສະອາດ ເພື່ອເປັນການຄໍານັບຮັບຕ້ອນວັນສ້າງຕັ້ງພັກ 22 ມີນາ ຄົບຮອບ 68 ປີ ນວ ບັນຫາປາກົດການຫຍໍ້ທໍ້ທີ່ເກີດຂຶ້ນກັບແລວທາງລົດໄຟລາວ-ຈີນ ບັນດາການກະກຽມວຽກງານພື້ນຖານໃຫ້ແກ່ການສະຫຼຸບ 2 ວາລະແຫ່ງຊາດຢູ່ ນວ ແລະ ບັນດາແຜນງານໂຄງການທີ່ຕ້ອງໄດ້ຈັດຕັ້ງແຕ່ຫົວທີກະກຽມໃນການເປັນປະທານອາຊຽນໃນປີ 2024.

error: Content is protected !!