ຫສປທ ສະຫຼຸບຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ໄລຍະ 5 ປີ

    ກອງປະຊຸມສະຫຼຸບຕີລາຄາຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ໄລຍະ 5 ປີ (2016-2020) ແລະ ທິດທາງແຜນການຮອດປີ 2025 ຈັດຂຶ້ນວັນທີ 21 ກຸມພາ 2023 ທີ່ຫ້ອງວ່າການສຳນັກ ງານປະທານປະເທດ (ຫສປທ) ໂດຍເປັນປະທານຂອງທ່ານ ນາງ ເຂັມມະນີ ພົນເສນາ ຫົວໜ້າ ຫສປທ ມີຄະນະພັກ ຄະນະນໍາ ຫົວໜ້າກົມ ຫົວໜ້າພະແນກ ແລະ ພະນັກງານ-ລັດຖະກອນເຂົ້າຮ່ວມ.

    ຕະຫຼອດໄລຍະ 5 ປີ ຄະນະພັກ ຄະນະນຳ ຍາມໃດກໍໄດ້ຖືເອົາອົງການຈັດຕັ້ງມະຫາຊົນເປັນກຳລັງແຮງຂອງພັກ ແລະ ໄດ້ນຳພາອົງການຈັດຕັ້ງມະຫາຊົນຊາວໜຸ່ມ ສະຫະພັນແມ່ຍິງ ສະຫະພັນກຳມະບານ ຢ່າງໃກ້ຊິດ ເພື່ອຈັດຕັ້ງປະຕິບັດຂະບວນການແຂ່ງຂັນ 5 ເປັນເຈົ້າຂອງກຳມະບານ ແຂ່ງຂັນ 3 ດີ ຂອງແມ່ຍິງ  ແລະ ແຂ່ງຂັນ 4 ບຸກ ຂອງຊາວໜຸ່ມຕິດພັນກັບຂະບວນການຮັກຊາດ ແລະ ພັດທະນາ ຜ່ານການຈັດຕັ້ງປະຕິບັດຄືດັ່ງກ່າວ ໄລຍະ 5 ປີ ໄດ້ຮັບການຍ້ອງຍໍລວມໜູ່ຄື: ຮັບປ້າຍສະຫະພັນກຳມະບານ 5 ເປັນເຈົ້າ ຮັບທຸງໄຊກຳມະບານ 3 ຜືນ (3 ປີຊ້ອນ) ຮັບປ້າຍຊາວໜຸ່ມ 4 ບຸກ ແລະ ຮັບທຸງໄຊນຳໜ້າຂະບວນການຊອງຊາວໜຸ່ມ 1 ຜືນ.

       ໃນກອງປະຊຸມ ຍັງໄດ້ມີພິທີປະດັບຫຼຽນໄຊແຮງານຊັ້ນI ຊັ້ນII ແລະ ຊັ້ນIII ໃຫ້ກົມກອງ ແລະ ປະ ດັບຫຼຽນໄຊຫຼຽນໄຊແຮງງານຊັ້ນI ໃຫ້ບຸກຄົນ ປະດັບຫຼຽນໄຊແຮງງານຊັ້ນII ແລະ ຊັ້ນIII ໃຫ້ບຸກຄົນ ປະດັບຫຼຽນກາແຮງງານ ແລະ ມອບໃບຍ້ອງຍໍລັດຖະບານ ຈາກທ່ານປະທານກອງປະຊຸມ.

error: Content is protected !!