ສະຫຼຸບການຈັດຕັ້ງປະຕິບັດວຽກງານແຫ່ງຊາດດ້ານໂພຊະນາການ

    ກອງປະຊຸມແຫ່ງຊາດດ້ານໂພຊະນາການ ຄັ້ງທີ VIII  ແລະ ກອງປະຊຸມຄະນະກຳມະກາແຫ່ງຊາດດ້ານໂພຊະນາການປະຈຳປີ 2022 ຈັດຂຶ້ນວັນທີ 21 ກຸມພາ 2023 ທີ່ຫໍປະຊຸມແຫ່ງຊາດ ເປັນປະທານຂອງທ່ານ ກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະມົນຕີ ປະທານຄະນະກຳມະການແຫ່ງຊາດດ້ານໂພຊະນາການ ມີທ່ານ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ ທ່ານ ນີແອວຣ ເລໂອນາດ ອຸປະທູດສະຫະພາບເອີຣົບ ປະຈຳ ສປປ ລາວ ພ້ອມດ້ວຍບັນດາຮອງລັດຖະມົນຕີ ຮອງເຈົ້າແຂວງ ແລະ ຂະແໜງການກ່ຽວຂ້ອງເຂົ້າຮ່ວມ.

    ທ່ານ ກິແກ້ວ ໄຂຄຳພິທູນ ກ່າວວ່າ ເພື່ອສະຫຼຸບການຈັດຕັ້ງປະຕິບັດວຽກງານແຫ່ງຊາດດ້ານໂພຊະນາການຂອງຂະແໜງການຕາມຂໍ້ຕົກລົງຂອງຄະນະກຳມະການແຫ່ງຊາດດ້ານໂພຊະນາການ ໃນໄລຍະດັ່ງກ່າວເປັນໄລຍະທີ່ມີສິ່ງທ້າທາຍຫຼາຍດ້ານ ຕໍ່ກັບການຈັດຕັ້ງປະຕິບັດແຜນແຫ່ງຊາດດ້ານໂພຊະນາການສະບັບໃໝ່ (NPAN 2021-2025) ທີ່ໄດ້ເຜີຍແຜ່ໃນປີ 2021 ຜ່ານມາເຊິ່ງກອງປະຊຸມຄັ້ງນີ້ຈະໄດ້ທົບທວນຄືນບັນດາກຸ່ມກິດຈະກໍາ ແລະ ຕົວຊີ້ບອກທີ່ໄດ້ປັບປຸງຈາກແຜນຈັດຕັ້ງປະຕິບັດວຽກງານໂພຊະນາການ 2021-2025 ແລະ ວາງທິດທາງແຜນການຈັດຕັ້ງປະຕິບັດວຽກງານໂພສະນາການປີ 2023 ນອກນັ້ນຈະໄດ້ປຶກສາຫາລືບາງບັນຫາສຳຄັນຈຳນວນໜຶ່ງອີກ ເນື່ອງຈາກວ່າວຽກງານໂພຊະນາການແມ່ນວຽກງານທີ່ມີຄວາມສຳຄັນຕໍ່ການພັດທະນາເສດຖະກິດ-ສັງຄົມ ຂອງທົ່ວໂລກກໍ່ຄື ສປປ ລາວ ແລະ ເປັນໜຶ່ງໃນເປົ້າໝາຍການພັດທະນາແບບຍືນຍົງ (ເປົ້າໝາຍທີ 2 (SDG 2) ໄລຍະຜ່ານມາການຈັດຕັ້ງປະຕິບັດວຽກງານດັ່ງກ່າວບາງດ້ານກໍ່ເຫັນວ່າມີຜົນສຳເລັດ ແລະ ຍັງອີກຫຼາຍດ້ານທີ່ມີຄວາມຫຍຸ້ງຍາກທີ່ຈະເປັນອຸປະສັກຕໍ່ການບັນລຸເປົ້າໝາຍທີ່ວາງໄວ້ເປັນຕົ້ນ ການຫຼຸດຜ່ອນການຂາດອາຫານ ມາດຕະຖານລວງສູງ ມາດຕະຖານນໍ້າໜັກ ມາດຕະຖານຈຸລະສານອາຫານ  ການຂາດວິຕາມິນອາ ການຂາດທາດເຫຼັກ ແລະ ອື່ນໆ.

error: Content is protected !!