ມອບໃບຍ້ອງຍໍໃຫ້ຫົວໜ້າຜູ້ຊີ້ນໍາວຽກງານດ້ານການສຶກສາ ສາທາລະນະສຸກຢູ່ ສປປ ລາວ

    ເພື່ອເປັນການຢັ້ງຢືນເຖິງຜົນງານຂອງທ່ານນາງ ທາຣາ ບີເທວ ຫົວໜ້າຜູ້ຊີ້ນໍາວຽກງານດ້ານການສຶກສາ ສາທາລະນະສຸກຢູ່ ສປປ ລາວ ປະເທດມຽນມາ  ແລະ ກໍາປູເຈຍ ໃນການຊີ້ນໍາ-ນໍາພາການຈັດຕັ້ງປະຕິບັດໂຄງການການສຶກສາກ່ອນໄວຮຽນ (ECEP) ມູນຄ່າ 28 ລ້ານ ໂດລາສະຫະລັດ ແລະ ໂຄງການກອງທຶນຮ່ວມມືສາກົນເພື່ອການສຶກສາໄລຍະສອງ (GPEII) ໃນມູນຄ່າ 16,8 ລ້ານໂດລາສະຫະລັດ ດັ່ງນັ້ນກະຊວງສຶກສາທິການ ແລະ ກິລາຈຶ່ງໄດ້ຖືມອບ-ຮັບໃບຍ້ອງຍໍໃຫ້ແກ່ທ່ານນາງ ທາຣາ ບີເທວ ໃນອາທິດຜ່ານມາ ທີ່ກະຊວງສຶກສາທິການ ແລະ ກີລາ ໃຫ້ກຽດມອບໂດຍທ່ານນາງ ສີສຸກ ວົງວິຈິດ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ມີຂະແໜງການກ່ຽວຂ້ອງສອງຝ່າຍເຂົ້າຮ່ວມ.

    ໂອກາດນີ້ທ່ານນາງ ສີສຸກ ວົງວິຈິດ ສະແດງຄວາມຊົມເຊີຍຕໍ່ຜົນງານຂອງທ່ານ ທາຣາ ບີເທວທີ່ໄດ້ຮັບຜົນສໍາເລັດໃນໄລຍະຜ່ານມາ ເຊິ່ງທ່ານໄດ້ຊີ້ນຳ-ນຳພາຢ່າງໃກ້ສິດພ້ອມທັງລະດົມທຶນຮອນເພື່ອນຳໃຊ້ເຂົ້າໃນການພັດທະນາວຽກງານການສຶກສາກ່ອນໄວຮຽນ  ແລະ ຂໍໃຫ້ສືບຕໍ່ໃຫ້ການຮ່ວມມື ປະກອບສ່ວນເຂົ້າໃນການພັດທະນາການສຶກສາຢູ່ໃນ ສປປ ລາວ ຢ່າງຕໍ່ເນື່ອງ ທັງນີ້ກໍ່ເພື່ອສົ່ງເສີມໃຫ້ເດັກນ້ອຍລາວໄດ້ເຂົ້າໂຮງຮຽນຢ່າງທົ່ວເຖິງໃນຕໍ່ໜ້າ.

error: Content is protected !!