ໃນວັນທີ 17 ກຸມພາ 2023 ຜ່ານມາ ທ່ານ ສຸພີ ເພັດດາວົງ ຮອງຫົວໜ້າກົມສ້າງຄູ ກະຊວງສຶກສາທິການ ແລະ ກີລາ ແລະ ທ່ານ ນາງ ເຣເບກກ້າ ແມັກຮິວ ຫົວໜ້າແຜນງານການປັບປຸງຄຸນນະພາບ ແລະ ຂະຫຍາຍໂອກາດເຂົ້າເຖິງການສຶກສາຂັ້ນພຶ້ນຖານໃນ ສປປ ລາວ (ແຜນງານບີຄວາ) ໄດ້ເດີນທາງໄປທີ່ວິທະຍາໄລຄູຫຼວງນ້ຳທາ ແຂວງຫຼວງນ້ຳທາ ເພື່ອຮ່ວມພິທີເປີດຫ້ອງການພາກພື້ນຂອງແຜນງານບີຄວາ ທີ່ວິທະຍາ ໄລຄູຫຼວງນ້ຳທາ ສ່ວນແຫ່ງທີ່ໜຶ່ງ ແມ່ນວິທະຍາໄລຄູສະຫວັນນະເຂດ ໄຂຂຶ້ນໃນທ້າຍປີ 2022 ຜ່ານມາ ແລະ ແຫ່ງທີ່ສາມ ຄື ວິທະຍາໄລຄູຄັງໄຂ ແຂວງຊຽງຂວາງ ແມ່ນຈະມີຂຶ້ນໃນໂອກາດອັນໃກ້ນີ້.



ໂອກາດດັ່ງກ່າວ ທັງສອງທ່ານ ໄດ້ພົບປະກັບ ທ່ານ ຄໍາສຸກ ທອງກ່ານ ຜູ້ອຳນວຍການວິທະຍາໄລຄູຫຼວງນໍ້າທາ ແລະ ບຸກຄະລາກອນຄົນສຳຄັນຂອງວິທະຍາໄລ ພ້ອມທັງສະແດງຄວາມຂອບໃຈທີ່ໄດ້ອະນຸຍາດໃຫ້ແຜນງານບີຄວາ ໄດ້ມີຫ້ອງການປະຈຳທີ່ແຂວງຫຼວງນ້ຳທາ ໃນວິທະຍາໄລຄູຫຼວງນ້ຳທານອກນີ້ ຍັງໄດ້ຮ່ວມປຶກສາຫາລືກ່ຽວກັບ ແຜນການຮ່ວມມື ແລະ ການຈັດຕັ້ງປະຕິບັດ ວຽກງານການພັດທະນາວິຊາຊີບຄູແບບຕໍ່ເນື່ອງໃນອະນາຄົດ ກັບຕົວແທນຈາກພະແນກສຶກສາທິການແຂວງຫຼວງນໍ້າທາ ຜົ້ງສາລີ ແລະ ບໍ່ແກ້ວ ພ້ອມທັງໄດ້ຮ່ວມປຶກສາຫາລື ເພື່ອກະກຽມການຈັດຕ້ັ້ງປະຕິບັດ ແລະ ການມີສ່ວນຮ່ວມໃນການພັດທະນາລະບົບການພັດທະນາວິຊາຊີບຄູແບບຕໍ່ເນື່ອງໃນເຂດບໍລິການວິທະຍາໄລຄູຫຼວງນໍ້າທາ.
