ປີ 2022 ຄົ້ນພົບແນວພັນເຂົ້າກວ່າ 10 ແນວພັນ ພ້ອມຂຶ້ນທະບຽນ 3 ແນວພັນ

ໃນໄລຍະ 1 ປີຜ່ານມາ ກະຊວງກະສິກຳ ແລະ ປ່າໄມ້ ໄດ້ຄົ້ນພົບແຮງພັນເຂົ້າ 10 ແນວພັນ ທີ່ທົນທານຕໍ່ ພະຍາດໃບໄໝ້ 1 ແນວພັນ ທີ່ມີສານແກ້ປວດ ປາລາເຊຕາໂມນ ພ້ອມສາມາດຂຶ້ນທະບຽນແນວພັນເຂົ້າໄດ້ 3 ແນວພັນ.

ອີງຕາມບົດສະຫຼຸບລາຍງານແຜນພັດທະນາວຽກງານກະສິກຳ ປ່າໄມ້ ແລະ ພັດທະນາຊົນນົດ ປະຈຳປີ 2022 ຂອງກະຊວງກະສິກຳ ແລະ ປ່າໄມ້ ໃຫ້ຮູ້ວ່າ: ໃນ 1 ປີ ຜ່ານມາ ກະຊວງກະສິກຳ ແລະ ປ່າໄມ້ ກໍຄືຂະແໜງ ການກ່ຽວຂ້ອງ ໄດ້ເອົາໃຈໃສ່ຄົ້ນຄວ້າວຽກງານກະສິກຳ ໂດຍສະເພາະ ການຂະຫຍາຍແນວພັນພືດ ແລະ  ສັດ ສາມາດອະນຸລັກ ເຂົ້າໄວ້ໃນທະນາ ຄານເຊື້ອພັນຂອງກະຊວງ ໄດ້ກວ່າ 14.682 ຕົວຢ່າງ ໃນນີ້ໄດ້ຄົ້ນພົບແນວ ພັນເຂົ້າພື້ນເມືອງ 10 ແນວພັນ ທີ່ທົນທານຕໍ່ພະຍາດໃບໄໝ້ ແລະ  ມີແນວພັນເຂົ້າໄຮ່ 1 ແນວພັນ ທີ່ມີສານແກ້ປວດປາລາເຊຕາໂມນ ປັດຈຸບັນໄດ້ຮັກສາແນວພັນໄວ້ໃນທະນາຄານເຊື້ອພັນ ເພື່ອສຶກສາຕໍ່ໄປ.

ນອກນີ້ຍັງສາມາດຈົດທະບຽນແນວພັນເຂົ້າໄດ້ 3 ແນວພັນຄື: ຫອມທ່າ ດອກຄຳ 8 ຫອມທ່າດອກຄຳ15 ແລະ ຫອມເຊບັ້ງໄຟ4  ສາມາດຜະລິດ ເມັດພັນເຂົ້າກຸ້ມຕົນເອງໃນປີ 2022.

ຄຽງຄູ່ກັນນັ້ນ ຍັງສາມາດສະສົມ ແລະ ອະນຸລັກແນວພັນພືດເສດຖະ ກິດຄື: ເຂົ້າຝ້າງ 50 ຕົວຢ່າງ ພ້ອມທັງນໍາມາເຮັດເປັນພັນບໍລິສຸດຄືນ ໃໝ່ໄດ້ 3 ແນວພັນ  ສາລີພື້ນເມືອງ 148 ແນວພັນ ແລະ ຟື້ນຟູແນວພັນໄດ້ 50 ແນວພັນຕໍ່ລະດູ.

ສາມາດຄັດເລືອກແນວພັນສາລີທີ່ ແທດເໝາະໃຫ້ຜົນຜະລິດສູງ ທົນທານຕໍ່ກັບແມງໄມ້ສັດຕູພືດ ພັດທະນາສາລີ  ສຳລັບລ້ຽງສັດ ໄດ້ 2 ແນວພັນ ສະເໜີ ອອກແນວພັນຖົ່ວເຫຼືອງ 1 ແນວພັນ (ນາພອກ1) ຖົ່ວຂຽວ ມີສາຍພັນດີເດັ່ນ 30 ກວ່າສາຍພັນ ແລະ ຄັດເລືອກສາຍພັນມັນ ຕົ້ນຈາກຕ່າງປະເທດໄດ້ 10 ກວ່າສາຍພັນ ທີ່ມີ ຄວາມທົນທານຕໍ່ພະຍາດ ສ້າງແນວພັນໝາກກ້ວຍພື້ນເມືອງໄດ້ 4 ແນວພັນ ເຕົ້າໂຮມສາຍພັນກາ ເຟນ້ອຍໄດ້ 46 ສາຍພັນ ຄັດເລືອກສາຍ ພັນດີເດັ່ນໄດ້ 3 ສາຍພັນ.

error: Content is protected !!