ສຶກສາຄວາມເປັນໄປໄດ້ ໂຄງການລ້ຽງງົວ ປູກເຫັດ-ໝາກເຜັດ ເປັນສິນຄ້າສົ່ງອອກ

    ກະຊວງກະສິກຳ ແລະ ປ່າໄມ້ (ຕາງໜ້າ ກົມລ້ຽງສັດ ແລະ ການປະມົງ ແລະ ກົມ ປູກຝັງ) ກັບ ບໍລິສັດ ຊານຊີ ຢາງຫຼິງທຽນຊານ ກະສິກຳເຕັກໂນໂລຊີຈຳກັດ ລົງ ນາມໃນ ບົດບັນທຶກຄວາມເຂົ້າໃຈ (MOU) ວ່າດ້ວຍການດຳເນີນການສຶກສາ ຄວາມເປັນໄປໄດ້ໃນການພັດທະນາໂຄງການລ້ຽງງົວເປັນສິນຄ້າໃນເຂດເມືອງ ສັງທອງ ນະຄອນຫຼວງວຽງຈັນ ແລະ ໂຄງການປູກເຫັດ ແລະ ໝາກເຜັດຢູ່ເຂດ ທີ່ ມີທ່າແຮງເພື່ອສົ່ງອອກໄປ ສປ ຈີນ.

     ສັນຍາດັ່ງກ່າວ ປະກອອບມີ  11 ມາດຕາ ເຊິ່ງໄດ້ກຳນົດຈຸດປະສົງ ເປົ້າໝາຍ ຂອບເຂດໜ້າວຽກ ເວລາ ພັນທະ ແລະ ໜ້າທີ່ລະຫວ່າງກົມລ້ຽງສັດ ແລະ ການ ປະມົງ ກັບບໍລິສັດເພື່ອສຶກສາສຳຫຼວດດ້ານພູມສາດ ການນຳໃຊ້ທີ່ດິນ ແຫຼ່ງນໍ້າ ແຮງງານ, ທ່າແຮງທາງດ້ານການລ້ຽງງົວ ແຫຼ່ງອາຫານສັດ ແນວພັນສັດ ການ ຕະຫຼາດເພື່ອມາວິເຄາະດ້ານເສດຖະກິດ-ສັງຄົມ ແລະ ຜົນກະທົບຕໍ່ສິ່ງແວດ ລ້ອມ ລວມທັງການຊຸກຍູ້ສົ່ງເສີມນຳພາປະຊາຊົນລ້ຽງງົວເປັນສິນຄ້າໃນເຂດ ເປົ້າໝາຍຂອງໂຄງການເພື່ອເປັນບ່ອນອີງໃນການພັດທະນາໂຄງການລ້ຽງງົວ ເປັນສິນຄ້າໃນເຂດເມືອງສັງທອງ ນະຄອນຫຼວງວຽງຈັນຕິດພັນກັບການອະນຸ ລັກສິ່ງແວດລ້ອມ ຊຶ່ງການສຶກສາຄວາມເປັນໄປໄດ້ຈະໃຊ້ເວລາບໍ່ເກີນ 16 ເດືອນ.

    ສຳລັບ MOU ໃນການຮ່ວມມື ກັັບກົມປູກຝັງ ເພື່ອພັດທະນາໂຄງການ ປູກເຫັດ ແລະ ປູກໝາກເຜັດ ສອງຝ່າຍໄດ້ຕົກລົງເຫັນດີຮ່ວມກັນເພື່ອສຶກສາຄວາມ ເປັນໄປໄດ້ໃນການພັດທະນາໂຄງການດັ່ງກ່າວ ຊຶ່ງປະກອບມີບັນດາໜ້າວຽກຄື: ການສຶກສາສຳຫຼວດດ້ານພູມສາດ ດ້ານອຸທົກກະສາດ ທໍລະນີສາດ ແລະ ວິໄຈ ດ້ານເຕັກນິກ ແລະ ດ້ານເສດຖະກິດ-ສັງຄົມ ການກຳນົດບັນດາໜ້າວຽກ ການປະຕິບັດກອບໜ້າວຽກ ສ້າງບົດວິພາກເສດຖະກິດ-ເຕັກນິກ ແລະ ດຳເນີນການສຶກສາສຳຫຼວດຄວາມເປັນໄປໄດ້ພາຍໃນ 60 ວັນ ແລະ ວຽກ ອຶ່ນໆ.

     ພິທີເຊັນ ລົງນາມບົດບົດບັນທຶກດັ່ງກ່າວ ໄດ້ຈັດຂຶ້ນໃນວັນທີ 20  ກຸມພາ ນີ້ ທີ່ກະຊວງ ກະສິກຳ ແລະ ປ່າໄມ້ ໂດຍການຮ່ວມລົງນາມຄັ້ງນີ້ ແມ່ນ ທ່ານ ນາງ ວິໄລພອນ ວໍລະພິມ ຫົວໜ້າກົມລ້ຽງສັດ ແລະ ການປະມົງ ທ່ານ ບຸນຈັນ ກົມບຸນຍາສິດ ຫົວໜ້າກົມປູກຝັງ ທ່ານ ທັດສະກາ ສະພັງທອງ ຫົວໜ້າ ກົມແຜນການ ແລະ ການຮ່ວມມື ແລະ ທ່ານ ຫຍຽນ ຈີນ ເທິງ ຕາງໜ້າບໍລິສັດ ຊານຊີ ຢາງຫຼິງທຽນຊານ ກະສິກຳເຕັກໂນໂລຊີຈຳກັດ ໂດຍໃຫ້ກຽດເຂົ້າຮ່ວມ ຂອງ ທ່ານ  ກິແກ້ວ ສິງນາວົງ ຮອງລັດຖະມົນຕີ ກະຊວງ ກະສິກຳ ແລະ ປ່າໄມ້ ແລະ ພາກສ່ວນທີ່ກ່ຽວຂອງທັງສອງພາກສ່ວນເຂົ້າຮ່ວມ.

ພາບ-ຂ່າວ ໜັງສືພິມປະຊາຊົນ

error: Content is protected !!