ມອບສິ່ງເສດເຫຼືອຂອງທະຫານອາເມຣິກາ ທີ່ຫາຍສາບສູນໃນປາງສົງຄາມຢູ່ລາວ

ໃນວັນທີ 20 ກຸມພາ 2023 ທີ່ສະໜາມບິນສາກົນວັດໄຕ ນະຄອນຫຼວງວຽງຈັນ ໄດ້ມີການຈັດພິທີ ມອບ-ຮັບ ສິ່ງເສດ ເຫຼືອຂອງທະຫານອາເມຣິກາ ທີ່ຫາຍສາບສູນໃນປາງສົງ ຄາມຢູ່ລາວທີ່ໄດ້ຄົ້ນພົບຈາກການປະຕິບັດງານຮ່ວມພາກສະໜາມຂອງຄະນະວິຊາການ ລາວ-ອາເມຣິກາ ໃນການ ສໍາຫຼວດ ແລະ ຂຸດຄົ້ນ ເພື່ອຊອກຫາຮ່ອງຮອຍ ແລະ ສິ່ງ ເສດເຫຼືອຂອງທະຫານອາເມຣິກາ ທີ່ຫາຍສາບສູນໃນປາງ ສົງຄາມຢູ່ລາວ ຄັ້ງທີ 2 ປະຈໍາສົກປີ 2022-2023 ຢູ່ເຂດ ເມືອງຄໍາ ແລະ ເມືອງໜອງແຮດ ແຂວງຊຽງຂວາງ ແລະ ເຂດເມືອງຫ້ຽມ ແຂວງຫົວພັນ.

ໃນພິທີດັ່ງກ່າວ ທ່ານ ບຸນເຫຼືອ ພັນດານຸວົງ ຮອງລັດຖະ ມົນຕີ ກະຊວງການຕ່າງປະເທດ, ຜູ້ຊີ້ນໍາວຽກງານສໍາຫຼວດ ແລະ ຂຸດຄົ້ນ ເພື່ອຊອກຫາຮ່ອງຮອຍ ແລະ ສິ່ງເສດເຫຼືອ ຂອງທະຫານອາເມຣິກາ ທີ່ຫາຍສາບສູນໃນປາງ ສົງຄາມຢູ່ລາວ ໄດ້ຕາງໜ້າໃຫ້ລັດຖະບານ ແຫ່ງ ສາ ທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເປັນກຽດ ເຂົ້າຮ່ວມ ພ້ອມທັງກ່າວມອບ ແລະ ທ່ານ Dr. Peter Haymond ເອກອັກຄະລັດຖະທູດ ສະຫະລັດ ອາເມຣິກາ ປະຈໍາ ສປປ ລາວ ຕາງໜ້າໃຫ້ແກ່ລັດຖະບານ ສະຫະລັດ ອາເມຣິກາ ກ່າວຮັບເອົາສິ່ງເສດເຫຼືອດັ່ງກ່າວ.

ເຂົ້າຮ່ວມໃນພິທີມອບຮັບມີເຈົ້າໜ້າທີ່ກ່ຽວຂ້ອງຈາກກະຊວງການຕ່າງປະເທດ ກະຊວງປ້ອງກັນປະເທດ ຫ້ອງວ່າ ການນະຄອນຫຼວງວຽງຈັນ ແລະ ບັນດາພະນັກງານ ວິຊາການທັງສອງຝ່າຍ ລາວ-ອາເມຣິກາ ທີ່ເຮັດວຽກຕົວ ຈິງຢູ່ພາກສະໜາມເຂົ້າຮ່ວມ.

ໃນໂອກາດນີ້ ທ່ານຮອງລັດຖະມົນຕີກະຊວງການຕ່າງ ປະເທດ ໄດ້ຍົກໃຫ້ເຫັນວຽກງານສໍາຫຼວດ ແລະ ຂຸດຄົ້ນ ຊອງຫາຮ່ອງຮອຍ ແລະ ສິ່ງເສດເຫຼືອຂອງທະຫານ ອາເມຣິກາ ທີ່ຫາຍສາບສູນໃນປາງສົງຄາມຢູ່ລາວ ເປັນວຽກງານທີ່ລັດຖະບານລາວໃຫ້ຄວາມສໍາຄັນ ແລະ ໃຫ້ການຮ່ວມມືສະເໝີຕົ້ນສະເໝີປາຍ ບົນຈິດ ໃຈການປະຕິບັດນະໂຍບາຍມະນຸດສະທໍາ.

ພ້ອມດຽວກັນ ຍັງໄດ້ຍ້ອງຍໍຊົມເຊີຍທິມງານຮ່ວມ ລາວ-ອາເມຣິກາ ທີ່ໄດ້ສຸມທຸກຄວາມພະຍາຍາມເຂົ້າໃນການ ປະຕິບັດງານຄັ້ງນີ້ ແລະ ສາມາດຄົ້ນພົບອັດຖິຂອງທະ ຫານອາເມຣິກາ ແລະ ນໍາມາຈັດພິທີມອບ-ຮັບ ໃນຄັ້ງນີ້ ທ່ານ ຮອງລັດຖະມົນຕີ ຍັງໄດ້ຖືໂອກາດນີ້ ສະແດງຄວາມ ຂອບໃຈ ມາຍັງ ຝ່າຍອາເມຣິກາ ທີ່ໄດ້ປະກອບສ່ວນທຶນ ໃນການກໍ່ສ້າງພື້ນຖານໂຄງລ່າງຈໍານວນໜຶ່ງຢູ່ເຂດທີ່ມີການສໍາຫຼວດ ແລະ ຂຸດຄົ້ນ ໂດຍສະເພາະ ໂຮງຮຽນ, ໂຮງໝໍ ແລະ ອື່ນໆ.

ພິເສດ ທ່ານ ຮອງລັດຖະມົນຕີ ໄດ້ສະແດງຄວາມຂອບໃຈ ຢ່າງສູງຕໍ່ອໍານາດການປົກຄອງ ແລະ ປະຊາຊົນໃນທ້ອງ ຖິ່ນບ່ອນທີ່ມີການປະຕິບັດງານ ເຊິ່ງມີຄວາມເຂົ້າໃຈຕໍ່ນະ ໂຍບາຍມະນຸດສະທໍາຂອງລັດຖະບານລາວ ແລະ ໄດ້ໃຫ້ ການຮ່ວມມືຢ່າງດີຕໍ່ການປະຕິບັດງານຮ່ວມຂອງຄະນະວິຊາການ ລາວ-ອາເມຣິກາ ໃນແຕ່ລະຄັ້ງ.

ຜ່ານການປະຕິບັດງານຮ່ວມສອງຝ່າຍ ລາວ-ອາເມຣິກາ, ມາເຖິງປັດຈຸບັນ ສາມາດຄົ້ນພົບສິ່ງເສດເຫຼືອຂອງ ທະຫານອາເມຣິກາ ທີ່ໄດ້ຢັ້ງຢືນ ແລະ ສົ່ງມອບໃຫ້ຝ່າຍອາ ເມຣິກາແລ້ວ ຈຳນວນ 288 ຄົນ ໃນຈໍານວນຜູ້ຫາຍສາບ ສູນທັງໝົດ 573 ຄົນ ຫຼື ຫຼາຍກວ່າ 50% ແລະ ຍັງອີກ 285 ຄົນ ທີ່ຈໍາເປັນຈະຕ້ອງໄດ້ສືບຕໍ່ມີການສໍາຫຼວດ ແລະ ຂຸດຄົ້ນຕໍ່ໄປ.

error: Content is protected !!