ສະມາຊິກສະພາປະຊາຊົນ ນວ ປະຈໍາເຂດເລືອກຕັ້ງ ເມືອງສັງທອງ ປະເມີນຜົນວຽກວຽກງານ 1 ປີຜ່ານມາ

ກອງປະຊຸມສະຫຼຸບວຽກງານປະຈໍາປີ 2022 ຂອງຄະນະສະມາຊິກສະພາປະຊາຊົນ ນະຄອນ ຫຼວງວຽງຈັນ (ນວ) ຊຸດທີ II ປະຈໍາເຂດເລືອກຕັ້ງ ເມືອງສັງທອງ ຈັດຂຶ້ນ 20 ກຸມພາ 2023 ທີ່ສະໂມສອນຂອງເມືອງດັ່ງກ່າວ ພາຍໃຕ້ເປັນປະທານຮ່ວມຂອງທ່ານ ຄໍາສວຍ ອຸ່ນດາລາ ຮອງເລຂາພັກເມືອງ ປະທານກວດກາພັກ-ລັດ ເມືອງສັງທອງ ສະມາຊິກສະພາປະຊາຊົນ ນວ ຊຸດທີ II ທັງເປັນປະທານຄະນະສະມາຊິກສະພາປະຊາຊົນ ນວ ປະຈໍາເຂດເລືອກຕັ້ງເມືອງສັງທອງ ທ່ານ ນາງ ລໍາພອຍ ສີອັກຄະຈັນ ກໍາມະການປະຈໍາພັກ ນວ ຮອງປະທານສະພາປະຊາຊົນ ນວ ມີບັນດາສະມາຊິກສະພາແຫ່ງຊາດ ຄະນະປະຈໍາສະພາປະຊາຊົນ ນວ ປະທານກໍາມະການ ເລຂາທິການສະພາປະຊາຊົນ ນວ ຄະນະປະຈໍາພັກ ຄະນະພັກ ແລະ ພາກສ່ວນກ່ຽວຂ້ອງອ້ອມຂ້າງເມືອງສັງທອງເຂົ້່າຮ່ວມ.

ທ່ານ ບຸນຮອງ ດວງມາລາ ກໍາມະການພັກເມືອງ ຫົວໜ້າຫ້ອງການສາທາລະນະສຸກ ເມືອງສັງທອງ ສະມາຊິກສະພາປະຊາຊົນ ນວ ປະຈໍາເຂດເລືອກຕັ້ງເມືອງສັງທອງ ລາຍງານການຈັດຕັ່ງປະຕິບັດແຜນການເຄື່ອນໄຫວວຽກງານຂອງຄະນະສະມາຊິກສະພາ ປະຊາຊົນ ນວ ໃນໄລຍະ 1 ປີຜ່ານມາ ໄດ້ເຜີຍແຜ່ການເຄື່ອນໄຫວວຽກງານທາງດ້ານພາລະບົດບາດ ສິດ ແລະ ໜ້າທີ່ຂອງຕົນ ໃຫ້ແກ່ພະນັກງານ-ລັດຖະກອນ ສະມາຊິກພັກ ທະຫານ-ຕໍາຫຼວດຕະຫຼອດຮອດພໍ່ແມ່ປະຊາຊົນ ໄດ້ຮັບຮູ້ ເຂົ້າໃຈຢ່າງເລີກເຊີ່ງຕໍ່ກັບສະມາຊິກສະພາປະຊາຊົນ ນວ ທີ່ເປັນຕົວແທນຂອງປະຊາຊົນ ນໍາເອົາຄໍາຄິດຄໍາເຫັນ ແລະ ຄໍາສະເໜີຂອງປະຊາຊົນ ໄປສະເໜີຕໍ່ກອງປະຊຸມຂອງສະພາປະຊາຊົນ ນວ ໃນ 1 ປີຜ່ານມາ ມີຄໍາສະເໜີຂອງປະຊາຊົນທັງໝົດ 60 ບັນຫາ ໃນນັ້ນສະເໜີຫາຂະແໜງການທີ່ກ່ຽວຂ້ອງຂັ້ນສູນກາງ 5 ບັນຫາ ຂະແໜງການກ່ຽວຂ້ອງຂັ້ນ ນວ 29 ບັນຫາ ແລະ ຊັ້ນເມືອງມີ 26 ບັນຫາ ບັນຫາທີ່ພົ້ນເດັ່ນກວ່າໝູ່ແມ່ນບັນຫາຢາເສບຕິດ ຂໍ້ຂັດແຍ່ງທີ່ດິນການຂຸດຄົ້ນໄມ້ທ່ອນ-ໄມ້ປ່ອງ ບັນຫາການຂຸດຄົ້ນແຮ່ທາດ ແລະ ບັນຫາອື່ນໆ.

ນອກນີ້ຍັງມີຂໍ້ສະດວກ-ຂໍ້ຫຍຸ້ງຍາກ ໂດຍສະເພາະບັນຫາຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ບັນຫາໄພເງິນເຟີ້ ແລະບັນຫາອື່ນໆ ສະມາຊິກສະພາປະຈໍາເຂດເລືອກຕັ້ງ ເມືອງສັງທອງມີທັງໝົດ 4 ທ່ານ ໃນນີ້ມີສະມາຊິກສະພາແຫ່ງຊາດ 1 ທ່ານ ຄວບຕໍາແໜ່ງສະມາຊິກສະພາປະຊາຊົນ ນວ 1 ທ່ານ ສະມາຊິກສະພາປະຊາຊົນ ປະຈໍາເຂດເລືອກຕັ້ງ ເມືອງສັງທອງມີ 3 ທ່ານ ຍິງ 1 ທ່ານ ແລະ ຜູ້ຊ່ວຍວຽກ 4 ທ່ານ ກອງປະຊຸມຍັງໄດ້ຮັບຟັງການລາຍງານແຜນພັດທະນາເສດຖະກິດ-ສັງຄົມຂອງເມືອງສັງທອງ ການຈັດຕັ້ງປະຕິບັດວາລະແຫ່ງຊາດກ່ຽວກັບຢາເສບຕິດ ການອອກໃບຕາດິນ ແກ້ໄຂຂໍ້ຂັດແຍ່ງບັນຫາທີ່ດິນ ການຂຸດຄົ້ນໄມ້ປ້ອງແລະໄມ້ຈິງ ແລະ ຮັບຟັງການລາຍງານຕິດຕາມການເຄື່ອນໄຫວຂອງສະມາຊິກສະພາປະຊາຊົນ ນວ ປະຈໍາເມືອງສັງທອງ.

error: Content is protected !!