ບຸນ​ຊ້າງ ອີກ​ງານ​ມະ​ຫະ​ກຳ​ ປະ​ກອບ​ສ່ວນອະນຸລັກຮັກສາຊ້າງລາວ

ບຸນ​ຊ້າງ ຫຼື ມະຫະກໍາບຸນຊ້າງ ແຂວງໄຊຍະບູລີ ທີ່​ຈັດ​ຂຶ້ນ​ໃນ​ເດືອນ​ກຸ​ມ​ພາ​ຂອງ​ທຸກໆ​ປີ ເຊິ່ງ​ໃນ​ປີນີ້​ຈັດ​ຂຶ້ນ​ໃນ​ລະ​ຫວ່າງວັນ​ທີ 18-20 ກຸ​ມ​ພາ 2023 ເຊິ່ງງ​ານ​ບຸນ​ປີນີ້​ມີຫຼາຍ​ກິດ​ຈະ​ກຳ​ທີ່​ໜ້າ​ສົນ​ໃຈ ສິ່ງ​ສຳ​ຄັນ​ແມ່ນ​ກິດ​ຈະ​ກຳ​ຂອງ​ຊ້າງເຊັ່ນ: ຂະບວນຊ້າງ ເສິກ ຂະບວນຊ້າງທ່ອງທ່ຽວ ຂະບວນຊ້າງລໍາລຽງ ແລະ ອື່ນໆ ທີ່​ໃຊ້​ຊ້າງກວ່າ 75 ເຊືອກ ເຊິ່ງ​ລ້ວນ​ແລ້ວ​ເປັນ​ກ​ານ​ປະ​ກອບ​ສ່ວນ​ໃນ​ການ​ອະ​ນຸ​ລັດ​ຮັກ​ສ​າ​ຊ້າງ​ລາວ.  

ທ່ານ ເພັດພິໄຊ ສູນວິໄລ ຮອງເຈົ້າແຂວງໄຊຍະບູລີ ປະທານຈັດງານມະຫະກໍາບຸນຊ້າງແຂວງໄຊຍະບູລີ ກ່າວວ່າ: ງານມະຫະ ກໍາບຸນຊ້າງ ໄດ້ຈັດຂຶ້ນໃນເດືອນກຸມພາຂອງທຸກໆປີ ແຕ່ມາຮອດປີ 2020-2022 ໄດ້ຢຸດເຊົາ ຍ້ອນການລະບາດຂອງພະຍາດ ໂຄວິດ-19 ມາຮອດປີ 2023 ນີ້ ສະພາບການລະບາດຂອງພະ ຍາດໂຄວິດ-19 ໄດ້ຫຼຸດຜ່ອນລົງ ແລະ ພວກເຮົາກໍໄດ້ສັກວັກ ຊິນປ້ອງກັນ ຈຶ່ງໄດ້ຕົກລົງຈັດງານມະຫະກໍາບຸນຊ້າງປະຈໍາປີ 2023 ຂຶ້ນເປັນຄັ້ງທີ 16 ທັງນີ້ ກໍເພື່ອເປັນການອະນຸລັກຮັກສາ ຊ້າງລາວ ເພາະຊ້າງເປັນມູນມໍລະດົກຂອງຊາດ ທັງເປັນມິ່ງ ຂວັນຄູ່ບ້ານຄູ່ເມືອງ ທັງເປັນການສືບຕໍ່ຮັກສາວັດທະນະທໍາຮີດ ຄອງປະເພນີອັນດີງາມ ແລະ ວິຖີການດໍາລົງຊີວິດ ຂອງປະຊາຊົນບັນດາເຜົ່າຂອງແຂວງໄຊຍະບູລີ ຕິດພັນກັບຊ້າງມາແຕ່ອະ ດີດຕະການ ໃຫ້ຢືນຍົງຄົງຕົວຄຽງຄູ່ກັບປະຊາຊົນເຮົາຕະຫລອດໄປ.

ນອກນີ້ ຍັງເປັນການສົ່ງເສີມກິດຈະກໍາອະນຸລັກຊ້າງ ໃຫ້ຊ້າງຈໍານວນ 75 ​ເຊືອກ ທີ່ມາຈາກ ທົ່ວແຂວງໄດ້ພົບກັນປະສົມ ພັນກັນ ແລະ ກໍ່ໃຫ້ເກີດການສືບພັນໃນອະນາຄົດ ເປັນເວທີການສະແດງທັກສະຄວາມສາ ມາດໃນການຄວບຄຸ້ມຊ້າງ ຕໍ່ສາທາລະນະຊົນ ແລະ ຍັງເປັນບ່ອນແລກປ່ຽນບົດຮຽນຂອງຄວນຊ້າງ ເພື່ອສືບທອດອາຊີບລ້ຽງຊ້າງໃຫ້ຄົງຢູ່ຄູ່ຄູ່ກັບປວງ ຊົນລາວ ກໍຄື ຊາວແຂວງໄຊຍະບູລີຕະຫຼອດໄປ ພ້ອມທັງໃຫ້ປະຊາຊົນ ນັກທ່ອງທ່ຽວໄດ້ເຫັນການດໍາລົງຊີວິດຂອງຊ້າງ ຮູ້ບຸນຄຸນ ແລະ ຖືຄວາມສໍາຄັນຂອງຊ້າງທີ່ເຄີຍຢູ່ຄູ່ບ້ານຄູ່ເມືອງຕັ້ງແຕ່ອະດີດຈົນເຖິງປະຈຸບັນ.

ສໍາລັບ ກິດຈະກໍາຫຼັກຂອງການຈັດງານໃນປີນີ້ ແມ່ນເນັ້ນໜັກກິດກໍາທີ່ຕິດພັນກັບຊ້າງ ແລະ ການອະນຸລັກຊ້າງ ໂດຍສະ ເພາະການສະແດງຂອງຊ້າງຄໍາຮູ້ ພ້ອມກັນນີ້ ໃນແຕ່ລະວັນຂອງໄລຍະການຈັດງານແມ່ນຈັດໃຫ້ມີກິດຈະກໍາຫຼາຍສີສັນ ເປັນຕົ້ນການຈັດວາງສະແດງສິນຄ້າຕະຫຼາດນັດເລີ່ມແຕ່ວັນທີ 13 ກຸມພາ 2023 ເປັນຕົ້ນມາ ມີສິນຄ້າໜຶ່ງເມືອງ ໜຶ່ງ ຜະລິດຕະພັນ ສິນຄ້າຜົນຜະລິດທາງດ້ານກະສິກໍາ ຫັດຖະກໍາ ແລະ ອຸດສາຫະກໍາປຸງແຕ່ງທີ່ເປັນທ່າແຮງ ແລະ ຜົນງານ ຂອງບັນດາ 11 ເມືອງ ພາຍໃນແຂວງໄຊຍະບູລີ ມີສິນຄ້ານະວັດ ຕະກໍາທີ່ຕິດພັນທາງດ້ານວິຊາການຂອງບາງພະແນກການ ຂອງແຂວງໄຊຍະບູລີ ຫົວໜ່ວຍທຸລະກິດຂອງພາກລັດ ເອກະຊົນທັງພາຍໃນ ແລະ ຕ່າງປະເທດ ແລະ ຕົວແທນຂອງຊາວ ບ້ານເຂົ້າຮ່ວມຈໍານວນ 280 ກວ່າຮ້ານ ເຊິ່ງມີມູນຄ່າສິນຄ້າປະມານ 8 ຕື້ກີບກວ່າ.

ພິ​ເສດ​ໃນງານມະຫະກໍາບຸນຊ້າງ ຄັ້ງທີ 16 ປະຈຳປີ 2023 ເປັນກຽດເຂົ້າຮ່ວມໂດຍ ທ່ານ ໄຊສົມພອນ ພົມວິຫານ ປະທານ ສະພາແຫ່ງຊາດ ພ້ອມດ້ວຍພັນລະຍາ ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງໄຊຍະບູລີ ພ້ອມພັນລະຍາ ມີບັນດາການນໍາ ພັກ-ລັດ ທັງສູນກາງ ແລະ ແຂວງ ພ້ອມດ້ວຍມວນຊົນຊາວແຂວງໄຊຍະບູລີ ຕ່າງແຂວງ ແລະ ຕ່າງປະເທດ ເຂົ້າຮ່ວມຢ່າງຫລວງຫລາຍ.

error: Content is protected !!