ກະຊວງແຜນການ ແລະ ການລົງທຶນ ຕາງໜ້າໃຫ້ ລັດຖະບານ ແຫ່ງ ສປປ ລາວ ລົງນາມກັບ ບໍລິສັດພັດທະນາລົງທຶນໄຟຟ້າ ລາວ-ຈີນຈໍາກັດ ໃນບົດບັນທຶກ (MOU) ເພື່ອສຶກສາຄວາມເປັນໄປໄດ້ ໃນການພັດທະນາໂຄງການ ສ້າງເຂດເສດຖະກິດໃໝ່ນິ ຄົມອຸດສາຫະກໍາໄຟຟ້າ ຢູ່ເຂດບ້ານໂພນມ່ວງ ແລະ ບ້ານຮ່ອງງົວ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ.

ໂຄງການດັ່ງກ່າວນີ້ ເປັນໂຄງການຂະໜາດໃຫຍ່ ກວມເນື້ອທີ່ 316 ເຮັກຕາ ພາຍຫຼັງສໍາເລັດການເປີດນໍາໃຊ້ທາງລົດໄຟ ລາວ -ຈີນ ເປັນໂຄງການທີ່ສະແດງເຖິງການເປັນຄູ່ຮ່ວມຊະຕາກໍາ ລາວ-ຈີນ ເປັນສັນຍາລັກແຫ່ງການປັບປຸງໂຄງສ້າງດ້ານເສດຖະ ກິດຂອງ ສປປ ລາວ ໂດຍນໍາເອົາທ່າແຮງດ້ານຊັບພະຍາກອນພະ ລັງງານໄຟຟ້າ ຫັນເປັນທ່າແຮງດ້ານເສດຖະກິດ ເພີ່ມທະ ວີກໍ່ສ້າງອຸດສາຫະກໍາດ້ານພະລັງງານຂອງຊາດ ກໍຄື ຜະລິດຕະພັນທີ່ເປັນຍີ່ຫໍ້ສັນຍາລັກຂອງປະຊາຊົນລາວ ໂດຍມີການພັດ ທະນາດ້ານອຸດສາຫະກໍາ ວັດສະດຸອຸປະກອນໄຟຟ້າ ເພື່ອມາຊຸກຍູ້ການສ້າງວຽກເຮັດງານທໍາ ເພີ່ມລາຍຮັບອາກອນ ຜ່ານ ການສົ່ງອອກຂອງຜະລິດຕະພັນ ວັດສະດຸໄຟຟ້າຂອງຕົນເອງ ເພິ່ມລາຍຮັບຂອງເງິນຕາຕ່າງປະເທດ ປະກອບສ່ວນເຂົ້າໃນ ການຮັກສາຄວາມດຸ່ນດຽງດ້ານລາຍຮັບ-ລາຍຈ່າຍ.
ປັດຈຸບັນນິຄົມອຸດສາຫະກໍາ ໄດ້ຮ່ວມກັບ 5 ບໍລິສັດວັດສະດຸດ້ານພະລັງງານຂະໜາດໃຫຍ່ຂອງ ສປ ຈີນ ໃນການເຊັນເອກະ ສານສະແດງເຈດຈໍານົງເຂົ້າມາລົງທຶນໃນນິຄົມດັ່ງກ່າວນີ້ ເພື່ອລົງທຶນສ້າງຕັ້ງເປັນໂຄງ ການ ເຊິ່ງຈະເລີ່ມກໍ່ສ້າງພາຍໃນເດືອນ ມີນາ ແລະ ຈະເລີ່ມໃຫ້ໄດ້ດໍາເນີນການຜະລິດ ແລະ ດໍາເນີນກິດຈະກໍາກ່ອນເດືອນທັນວາ 2023 ເພື່ອເປັນການມອບຂອງ ຂວັນໃຫ້ແກ່ ສປປ ລາວ ໃນໄລຍະການເປັນປະທານອາຊຽນປີ 2024.
ສຳລັບພິທີເຊັນບົດບັນທຶກ ໂຄງການດັ່ງກ່າວໄດ້ມີຂຶ້ນໃນວັນທີ 17 ກຸມພາ ຜ່ານມາ ທີ່ກະຊວງແຜນການ ແລະ ການລົງທຶນ ລະຫວ່າງ ທ່ານ ສະຖາບັນດິດ ອິນສີຊຽງໃໝ່ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ, ທ່ານ LIU YONG LONG ປະທານບໍລິສັດພັດທະນາລົງທຶນໄຟຟ້າ ລາວ-ຈີນ ຈໍາກັດ ໂດຍມີພາກສ່ວນ ທີ່ກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານ.
ຂ່າວ-ພາບ ໜັງສືພິມປະຊາຊົນ