ຫ້ອງວ່າການສູນກາງພັກລາວ-ຫວຽດນາມ ເສີມຂະຫຍາຍການຮ່ວມມືສອງຝ່າຍ

ວັນທີ 16-18 ກຸມພາ 2023 ສະຫາຍ ທອງສະລິດ ມັງໜໍ່ເມກ ຄະນະເລຂາທິການສູນກາງພັກ ຫົວໜ້າຫ້ອງວ່າການສູນກາງພັກປະຊາຊົນປະຕິວັດລາວພ້ອມຄະນະ ໄດ້ເດີນທາງໄປເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ຫ້ອງວ່າການສູນກາງພັກກອມມູນິດຫວຽດນາມ ທີ່ນະຄອນຫຼວງຮ່າໂນ້ຍ ສສ.ຫວຽດນາມ ໂດຍມີ ສະຫາຍ ເລ ມິງ ຮຶງ ຄະນະເລຂາທິການສູນກາງພັກ ຫົວໜ້າຫ້ອງວ່າການສູນກາງພັກກອມມູນິດຫວຽດ ນາມ ພ້ອມຄະນະໃຫ້ກຽດຕ້ອນຮັບ.

ການເຄື່ອນໄຫວຄັ້ງນີ້ຫ້ອງວ່າການສູນກາງພັກລາວ ແລະ ຫວຽດນາມ ໄດ້ພົບປະກັນສອງຝ່າຍ ເຊິ່ງໄດ້ແຈ້ງສະພາບການທີ່ພົ້ນເດັ່ນຂອງພັກ ແລະ ຂອງປະເທດຕົນກໍ່ຄືສະພາບການລວມຂອງສອງຫ້ອງວ່າການສູນກາງພັກໂດຍຫຍໍ້ ແລະ ພ້ອມກັນປຶກສາຫາລືແລກປ່ຽນບົດຮຽນ ຕີລາຄາການຮ່ວມມືຂອງສອງຫ້ອງວ່າ ການສູນກາງພັກໃນໄລຍະຜ່່ານມາ ແນໃສ່ຍົກລະດັບຄຸນນະພາບຂອງການເປັນເສນາທິການ ຮັບໃຊ້ການ ນໍາຂອງສອງພັກໃຫ້ມີບາດກ້າວໃໝ່ ພ້ອມນັ້ນຍັງໄດ້ມີການລົງນາມແຜນການຈັດຕັ້ງຜັນຂະຫຍາຍບົດບັນ ທຶກການຮ່ວມມືສອງຫ້ອງວ່າການສູນກາງພັກໄລຍະ 2021-2025 ເພື່ອຫັນບົດບັນທຶກຮ່ວມມືດັ່ງກ່າວເປັນແຜນງານ ໂຄງການ ແລະ ມາດຕະການຈັດຕັ້ງປະຕິບັດຕົວຈິງ ເປັນບ່ອນອີງໃຫ້ບັນດາກົມກອງທີ່ຂື້ນກັບຫ້ອງວ່າການສູນກາງພັກນຳໄປຈັດຕັ້ງ ແລະ ຜັນຂະຫຍາຍເຂົ້າໃນໜ້າທີຂອງຕົນໃຫ້ເກີດປະໂຫຍດສູງສຸດ.

ໃນວັນດຽວກັນຄະນະຜູ້ແທນຂອງຫ້ອງວ່າການສູນກາງພັກ ຍັງໄດ້ເຂົ້າຢ້ຽມຄໍານັບ ສະຫາຍ ຫງຽນ ຟູ ຈ້ອງ ເລຂາທິການໃຫຍ່ພັກກອມມູນິດຫວຽດນາມເພື່ອລາຍງານຜົນສຳເລັດການພົບປະຂອງສອງຫ້ອງວ່າການສູນກາງພັກ ແລະຝາກຄຳຢ້ຽມຢາມຖາມຂ່າວ ຄໍາອວຍພອນຂອງສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ພັກປະຊາຊົນປະຕິວັດລາວ ໃນໂອກາດທີ່ ສະຫາຍ ຫງຽນ ຟູ ຈ້ອງ ໄດ້ຮັບຫຼຽນກາລະນຶກສະມາຊິກພັກກອມມູນິດຫວຽດນາມຄົບຮອບ 55 ປີ ໃນໂອກາດດັ່ງກ່າວສະຫາຍເລຂາທິການໃຫຍ່ພັກກອມມູນິດຫວຽດ ນາມ ໄດ້ຊົມເຊີຍຜົນສຳເລັດໃນທຸກຂົງເຂດວຽກງານທີ່ ສປປ ລາວ ຍາດມາໄດ້ ພາຍຫຼັງ 2 ປີກວ່າແຫ່ງການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ ແລະໄດ້ຢືນຢັນວ່າພັກ ລັດ ແລະ ປະຊາຊົນຫວຽດນາມ ຍາມໃດກໍຖືສຳຄັນສາຍພົວພັນພິເສດຜ່ອງໃສ ທີ່ເປັນທັງສະຫາຍ ແລະ ເປັນທັງອ້າຍນ້ອງ ອຸ້ມຊູຊ່ວຍເຫຼືອຊຶ່ງກັນ ແລະກັນ ໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ ພາລະ ກິດປົກປັກຮັກສາ ແລະ ພັດທະນາສ້າງສາປະເທດຊາດ ພ້ອມນັ້ນຍັງໄດ້ຕີລາຄາສູງຕໍ່ການພົວພັນຂອງສອງຫ້ອງວ່າການສູນກາງພັກໃນໄລຍະຜ່ານມາ ແລະ ເນັ້ນໜັກເຖິງພາລະບົດບາດ ຄວາມສໍາຄັນຂອງວຽກງານຫ້ອງວ່າການໃນການເປັນເສນາທິການຄົ້ນຄວ້າຍຸດທະສາດຮັບໃຊ້ຄະນະບໍລິຫານງານສູນກາງພັກ ກົມການເມືອງ ຄະນະເລຂາທິການສູນກາງພັກ ຜູ້ປະຈຳການຄະນະເລຂາ ແລະ ເລຂາທິການໃຫຍ່ໃນການນໍາພາຊີ້ນໍາວຽກງານຂອງທົ່ວພັກ.

ນອກນີ້ຄະນະຜູ້ແທນຂອງຫ້ອງວ່າການສູນກາງພັກປະຊາຊົນປະຕິວັດລາວ ຍັງໄດ້ເຂົ້າຢ້ຽມຄໍານັບສະຫາຍ ດິງ ຕຽນ ຢຸ໊ງ ກຳມະການກົມການເມືອງສູນກາງພັກກອມມູນິດຫວຽດນາມ ເລຂາພັກນະຄອນຫຼວງຮ່າໂນ້ຍ ແລະ ເຄື່ອນໄຫວຢ້ຽມຢາມພື້ນຖານການຜະລິດ ແລະ ເຂດພັດທະນາສະຖາບັນການສຶກສາ ຢູ່ນະຄອນຫຼວງຮ່າໂນ້ຍກ່ອນຈະເດີນກັບປະເທດ.

error: Content is protected !!