ການແຂ່ງຂັນກີລາ ເປຕັງທົ່ວປະເທດ ຄັ້ງທີ XII ຊີງຂັນທ່ານນາຍົກລັດຖະມົນຕີແຫ່ງ ສປປ ລາວ ທີ່ແຂວງຄຳມ່ວນ ເປັນ ເຈົ້າພາບ ໄດ້ສຳເລັດລົງ ໃນວັນທີ 18 ກຸມພາ 2023 ທີ່ສະໜາມກີລາແຂວງຄຳມ່ວນ ໂດຍການເຂົ້າຮ່ວມຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ບັນດາພາກສ່ວນກ່ຽວຂ້ອງ ແລະ ແຂກຖືກເຊີນເຂົ້າຮ່ວມ.

ສຳລັບຜົນການແຂ່ງຂັນປະກົດວ່າ: ຄູ່ຍິງທົ່ວໄປ ຊະນະເລີດ ໄດ້ແກ່ ກະຊວງສຶກສາທິການ ແລະ ກີລາ ຮອງຊະນະເລີດໄດ້ແກ່ ແຂວງສາລະວັນ ອັນດັບ 3 ຮ່ວມໄດ້ແກ່ ແຂວງວຽງຈັນ ແລະ ກະຊວງປ້ອງກັນຄວາມສະຫງົບ ຄູ່ຊາຍທົ່ວໄປ ຊະນະເລີດ ໄດ້ ແກ່ ແຂວງວຽງຈັນ ອັນດັບ 2 ໄດ້ແກ່ ອົງການໄອຍະການປະຊາຊົນແຂວງຄໍາມ່ວນ ອັນດັບ 3 ຮ່ວມໄດ້ແກ່ ສະໂມສອນໂຮງ ງານນໍ້າດື່ມເຮືອງອານົງ ແຂວງບໍລິຄຳໄຊ ແລະ ພະແນກກະສິກຳ-ປ່າໄມ້ ແຂວງຄຳມ່ວນ ທີມຊຸດ 2 ຊາຍ 1 ຍິງ ຊະນະເລີດ ໄດ້ແກ່ ແຂວງວຽງຈັນ ອັນດັບ 2 ໄດ້ແກ່ ກະຊວງປ້ອງກັນຄວາມສະຫງົບ ອັນດັບ 3 ຮ່ວມໄດ້ແກ່ ແຂວງຫລວງນໍ້າທາ ແລະ ແຂວງເຊກອງ ທີມຄູ່ປະສົມທົ່ວໄປ ຊະນະເລີດໄດ້ແກ່ ສະໂມສອນບໍລິສັດພອນສະຫວັນ 3 ອັນດັບ 2 ໄດ້ແກ່ ແຂວງວຽງຈັນ ອັນດັບ 3 ຮ່ວມໄດ້ແກ່ ກະຊວງປ້ອງກັນຄວາມສະຫງົບ 5 ແລະ ກອງບັນຊາການ ປກສ ແຂວງຄໍາມ່ວນ ດ່ຽວຊາຍທົ່ວໄປ ຊະນະເລີດໄດ້ແກ່ ສະໂມສອນນໍາໂຊກສະຫວັນນະເຂດ ອັນດັບ 2 ໄດ້ແກ່ ສະໂມສອນຈອນນີ້ສວນມັງກອນ ອັນດັບ 3 ຮ່ວມໄດ້ ແກ່ ແຂວງຄໍາມ່ວນ ແລະ ແຂວງເຊກອງ ດ່ຽວຍິງທົ່ວໄປ ຊະນະເລີດ ໄດ້ແກ່ ກະຊວງປ້ອງກັນຄວາມສະຫງົບ ອັນດັບ 2 ໄດ້ແກ່ ສະໂມສອນບໍລິສັດພອນສະຫວັນ 1 ອັນດັບ 3 ຮ່ວມໄດ້ແກ່ ແຂວງຄໍາມ່ວນ ແລະ ສະໂມສອນບໍລິສັດພອນສະຫວັນ 2 ທີມ ຊຸດຊາຍທົ່ວໄປ ຊະນະເລີດໄດ້ແກ່ ແຂວງວຽງຈັນ ອັນດັບ 2 ໄດ້ແກ່ ແຂວງຫຼວງນໍ້າທາ ອັນດັບ 3 ຮ່ວມໄດ້ແກ່ ແຂວງສາລະ ວັນ ແລະ ເມືອງຫີນບູນ ທີມຊຸດຍິງທົ່ວໄປ ຊະນະເລີດໄດ້ແກ່ ກະຊວງປ້ອງກັນຄວາມສະຫງົບ ອັນດັບ 2 ໄດ້ແກ່ ແຂວງວຽງ ຈັນ ອັນດັບ 3 ຮ່ວມໄດ້ແກ່ ສະພາປະຊາຊົນແຂວງຄຳມ່ວນ ແລະ ສະໂມສອນບໍລິສັດພອນສະຫວັນ ແລະ ຄູ່ຊາຍອາວຸໂສຮຸ່ນ 50 ປີ ຂຶ້ນໄປຊະນະເລີດໄດ້ແກ່ ກອງບັນຊາການ ປກສ ແຂວງ ຄໍາມ່ວນ ອັນດັບ 2 ໄດ້ແກ່ ແຂວງຫຼວງນໍ້າທາ ອັນດັບ 3 ຮ່ວມ ໄດ້ແກ່ ກອງບັນຊາການ ປກສ ແຂວງຄຳມ່ວນ ແລະ ແຂວງບໍລິຄຳໄຊ.
ເປັນກຽດມອບຫຼຽນ ແລະ ຂັນລາງວັນ ໃນຄັ້ງນີ້ໂດຍ ທ່ານ ສອນໄຊ ສີພັນດອນ ແລະ ທ່ານນາຍົກລັດຖະມົນຕີ ຍັງໄດ້ກ່າວ ສະແດງຄວາມຄວາມຊົມເຊີຍມາຍັງ ແຂວງຄຳມ່ວນ ກະຊວງສຶກສາທິການ ແລະ ກີລາ ຕະຫຼອດຮອດພາກສ່ວນກ່ຽວຂ້ອງ ທີ່ໄດ້ສຸມທຸກກຳລັງເຫື່ອແຮງ ສະຕິປັນຍາ ດ້ວຍຄວາມຮັບຜິດຊອບສູງໃນການຫ້າງຫາກະກຽມ ແລະ ເປັນເຈົ້າພາບໃນຄັ້ງນີ້ ພິເສດ ຍັງໄດ້ສະແດງຄວາມຊົມເຊີຍ ແລະ ຂອບໃຈມາຍັງບັນດາບໍລິສັດ ລັດວິສາຫະກິດ ຫ້າງຮ້ານ ຕະຫຼອດປະຊາຊົນບັນດາ ເຜົ່າທີ່ໄດ້ໃຫ້ການສະໜັບສະໜູນການແຂ່ງຂັນຄັ້ງນີ້ ຈົນປະສົບຜົນສຳເລັດຕາມເປົ້າຫມາຍທີ່ວາງໄວ້.