ຖືວ່າເປັນບາດກ້າວໃໝ່ສໍາລັບຜະລິດຕະພັນລາວ ທີ່ຈະໄດ້ເພີ່ມຊອງທາງໃນການຂະຫຍາຍຕະຫຼາດທັງພາຍໃນ ແລະ ຕ່າງປະເທດ ແລະ ມີຄວາມສະດວກສະບາຍໃນການຊື້ຂາຍສິນຄ້າໃນຮູບແບບອອນລາຍດ້ວຍ ແອັບ (Made in Laos e-MarketPlace) ພັດທະນາໂດຍ ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ ແລະ ບໍລິສັດ ອາໂລເອກສ໌ ຈໍາກັດ.

ການພັດທະນາໃນຄັ້ງນີ້ ເພື່ອແນ່ໃສ່ການສົ່ງເສີມຜູ້ປະກອບການ ຂະໜາດນ້ອຍ ຂະໜາດກາງ ແລະ ຂະໜາດໃຫຍ່ ໃຫ້ມີລະບົບການຊື້-ການຂາຍຜະລິດຕະພັນ ທີ່ສາມາດບໍລິການໄດ້ຄົບວົງຈອນ ເຊິ່ງລວມມີການເຊື່ອມຕໍ່ລະບົບຊໍາລະ ແລະ ລະບົບຄຸ້ມຄອງການຂົນສົ່ງທີ່ທັນສະໄໝ ໃຫ້ສາມາດເຊື່ອມຈອດກັບຕະ ຫຼາດພາຍໃນ ແລະ ສາກົນໄດ້ງ່າຍຂຶ້ນ ຍັງເປັນການເປີດໂອກາດ ໃຫ້ຜູ້ປະກອບການໃນທົ່ວປະເທດ ຊອກຫາຄູ່ຄ້າ ແລະ ເປັນບ່ອນໂຄສະນາໃຫ້ຜະລິດຕະພັນຂອງຕົນ ໃຫ້ແກ່ຜູ້ບໍລິໂພກ ທັງໃນ ສປປ ລາວ ແລະ ສາກົນອີກດ້ວຍ.

ແອັບ “Made In Laos e-Marketplace” ແມ່ນສາມາດດາວໂຫຼດໄດ້ແລ້ວທາງລະບົບ ios ແລະ android ໃນແອັບດັ່ງກ່າວ ສາມາດຂາຍຜະລິດຕະພັນ ແລະ ຊື້ສິນຄ້າໄດ້ ການສຳລະຄ່າສິນຄ້າແມ່ນມີຄວາມສະດວກສະບາຍ ແລະ ປອດໄພ ສຳລັບຂັ້ນຕອນການສະໝັກໃຊ້ງານແມ່ນສະດວກສະບາຍ ພາຍໃນແອັບຈະໄດ້ລວບລວມເອົາບັດດາສິນຄ້າທຸກຂະແໜງການ ເຊັ່ນ: ອາຫານ ເຄື່ອງດື່ມ ເສື້ອຜ້າເຄື່ອງແຕ່ງກາຍ ເຄື່ອງໃຊ້ ອັນຍະມະນີ ສິນຄ້າກະສິກໍາ ຫັດຖະກໍາ ອຸດສາຫະກໍາ ສິນຄ້າດິຈິຕ໋ອນ ແລະ ສິນຄ້າອື່ນໆທີ່ກ່ຽວຂ້ອງ ນອກນັ້ນທ່ານຈະສາມາດເຫັນໄດ້ຜະລິດຕະພັນຂອງຜູ້ຜະລິດຊາວລາວ ໃນທົ່ວປະເທດ ແລະ ສາມາດຈັບຈ່າຍ ທີ່ມີຄວາມສະດວກ ແລະ ງ່າຍດາຍຂຶ້ນ.

ສໍາລັບຜູ້ປະກອບການທ່ານໄດສົນໃຈ ແອັບ (Made in Laos e-MarketPlace)” ຈະເປັນອີກຊ່ອງທາງໜື່ງໃຫ້ແກ່ຜູ້ປະກອບການ ສາມາດຂະຫຍາຍການຂາຍຜ່ານລະບົບອອນລາຍ (Platform e-Marketplace) ໃຫ້ລູກຄ້າທັງພາຍໃນ ແລະ ຕ່າງປະເທດ ສາມາດດາວໂຫຼດ
android : https://play.google.com/store/apps/details…
ios: https://apps.apple.com/th/app/made-in-laos/id1665353645?l=th

ງານດັ່ງກ່າວຈັດຂື້ນໃນວັນທີ 17 ກຸມພາ 2023 ທີ່ສູນການຄ້າ ລາວໄອເຕັກ ນະຄອນຫຼວງວຽງຈັນ ໂດຍມີ ທ່ານ ມະໂນທອງ ວົງໄຊ ຮອງລັດຖະມົນຕີ ກະຊວງ ອຸດສາຫະກໍາ ແລະ ການຄ້າ ທ່ານ ແກ້ວວິສຸກ ໂສລະພົມ ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ທ່ານ ນາງ ຈັນທະຈອນ ວົງໄຊ ຮອງປະທານ ສຄອຊ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.