ສາມາດເຂົ້າເຖິງຊາວໜຸ່ມຫຼາຍກວ່າ 39 ລ້ານ ຄົນໃນທົ່ວອາຊຽນໂດຍແຄມເປນດິຈິຕອນທີ່ເປັນນະວັດຕະກຳໃໝ່, ທີ່ຊີ້ນຳນຳພາໂດຍອົງການຮ່ວມມືຫຼາຍຂະແໜງການທີ່ເປັນເອກະລັກສະເພາະຂອງ 28 ອົງການປະຊາຄົມ, ວິສາຫະກິດ, ສະມາຄົມ ແລະ ລັດຖະບານ.

ວັນທີ 17 ກຸມພາ 2023 – ນະຄອນຫຼວງວຽງຈັນ – ຄົນລຸ້ນຕໍ່ໄປຈະເຕົ້າໂຮມກັນເພື່ອປົກປ້ອງໂລກຂອງພວກເຮົາ, ຜູ້ຄົນໃນໂລກ ແລະ ອະນາຄົດຂອງເຂົາເຈົ້າ. ເພື່ອບັນລຸເປົ້າໝາຍການພັດທະນາແບບຍືນຍົງຂອງອົງການສະຫະປະຊາຊາດເພື່ອຫຼຸດຜ່ອນການເສຍຊີວິດ ແລະ ບາດເຈັບໃນການສັນຈອນຕາມທ້ອງຖະໜົນໃຫ້ໄດ້ 50% ໃນປີ 2030, ຊາວໜຸ່ມຕ້ອງເປັນສ່ວນໜຶ່ງຂອງການແກ້ໄຂບັນຫາ.
ທ່ານຮູ້ບໍ່: ໃນອາຊີຕາເວັນອອກສ່ຽງໃຕ້, ອຸປະຕິເຫດທາງຖະໜົນເຮັດໃຫ້ມີຜູ້ເສຍຊີວິດ 2,000 ຄົນໃນແຕ່ລະມື້.
ທ່ານຮູ້ບໍ່: ຢູ່ໃນປະເທດລາວ, 22% ຂອງການບາດເຈັບຈາກອຸປະຕິເຫດທາງຖະໜົນຂອງຜູ້ຊາຍ ແລະ 32% ຂອງການບາດເຈັບຈາກອຸປະຕິເຫດທາງຖະໜົນຂອງຜູ້ຍິງແມ່ນມີສາເຫດມາຈາກເຫຼົ້າ.
ທ່ານຮູ້ບໍ່: ຈາກຂໍ້ມູນຂອງອົງການອະນາໄມໂລກ, 50% ຂອງການເສຍຊີວິດຈາກການສັນຈອນຕາມຖະໜົນໃນລາວແມ່ນກ່ຽວຂ້ອງກັບເຫຼົ້າ.
ລາຍງານຂອງອົງການອະນາໄມໂລກເປີດເຜີຍວ່າ: ການບາດເຈັບຈາກການສັນຈອນຕາມທ້ອງຖະໜົນເປັນສາເຫດອັນດັບຕົ້ນໆຂອງການເສຍຊີວິດຂອງຄົນອາຍຸລະຫວ່າງ 5-29 ປີ. ມັນແມ່ນ “ການລະບາດທີ່ງຽບໆ” ທີ່ສ້າງຄວາມເສຍຫາຍຕໍ່ພາກພື້ນອາຊີຕາເວັນອອກສຽງໃຕ້ມາຫຼາຍສິບປີ. ແຕ່ອຸປະຕິເຫດທາງຖະໜົນແມ່ນບໍ່ສາມາດຫຼີກລ້ຽງໄດ້; ແຕ່ ສາມາດປ້ອງກັນໄດ້ສູງ.
ຊາວໜຸ່ມ – ເຊິ່ງມີປະມານໜຶ່ງສ່ວນຫ້າຂອງຈຳນວນປະຊາກອນ – ປັດຈຸບັນເປັນຜູ້ໃຊ້ຖະໜົນຫົນທາງໃນອາຊີຕາເວັນອອກສ່ຽງໃຕ້. ນີ້ຍັງໝາຍຄວາມອີກວ່າ ຊາວໜຸ່ມມີພະລັງໃນການເຮັດໃຫ້ຖະໜົນຫົນທາງມີຄວາມປອດໄພປັດໄຈທີ່ສໍາຄັນແມ່ນການແກ້ໄຂການດື່ມແລ້ວຂັບ. ໃນອາຊີຕາເວັນອອກສ່ຽງໃຕ້, ຜູ້ໃຫຍ່ໄວໜຸ່ມມີຄວາມສ່ຽງສູງສຸດຕໍ່ການດື່ມເຫຼົ້າແລ້ວຂັບ ໂດຍມີການດື່ມແລ້ວຂັບຫຼາຍກວ່າປະຊາກອນທົ່ວໄປເຖິງ 6 ເທົ່າ.
ທວງພະລັງຂອງທ່ານຄືນມາເພື່ອ ເວົ້າວ່າ “ບໍ່” ຕໍ່ການດື່ມເຫຼົ້າແລ້ວຂັບ
ແຄມເປນປູກຈິດສໍານຶກແກ່ສາທາລະນະ “ພະລັງຂອງຄຳວ່າບໍ່” ໄດ້ເປີດຕົວໃນເດືອນກຸມພາ ປີ 2022 ເພື່ອດໍາເນີນການ.
ຈາກການເວົ້າວ່າ “ບໍ່” ຕໍ່ການດື່ມແລ້ວຂັບ, ໄວໜຸ່ມສາມາດຮັກສາຕົນເອງໃຫ້ປອດໄພ, ປົກປ້ອງຄົນທີ່ຕົນເອງຮັກ, ປັບປຸງຄວາມປອດໄພ ແລະ ໂອກາດໃນຊຸມຊົນຂອງເຂົາເຈົ້າ. ໜ່ວຍກູ້ໄພ ນະຄອນຫຼວງວຽງຈັນ 1623 ແລະ ກຸ່ມບໍ່ລິສັດ RDK ໂດຍໄດ້ຮັບການສະໜັບສະໜູນຈາກ ສະຖານທູດອັງກິດ ປະຈຳນະຄອນຫຼວງວຽງຈັນ ແລະ ຄູ່ຮ່ວມມືຈັດຕັ້ງປະຕິບັດຮ່ວມກັບ ສະມາຄົມລົດຍົນແຫ່ງປະເທດຫວຽດນາມ (AAV), ໄດ້ຮ່ວມກັນສຶກສາອົບຮົມຊາວໜຸ່ມກ່ຽວກັບໄພອັນຕະລາຍທີ່ອາດເກີດຈາກການດື່ມເຫຼົ້າແລ້ວຂັບ. ແຄມເປນແມ່ນໄດ້ຮັບການສະຫນັບສະໜູນໂດຍ ພັນທະມິດຜູ້ຄ້າເຫຼົ້າ ແລະ ເຫຼົ້າແວງສາກົນໃນພາກພື້ນອາຊີ-ປາຊີຟິກ (APISWA) ແລະ ອົງການສ້າງສັນ Orès, ໂດຍໄດ້ຮັບການຮັບຮອງຈາກສະຖາບັນການຝຶກອົບຮົມ ແລະການຄົ້ນຄວ້າຂອງສະຫະປະຊາຊາດ (UNITAR), ສະພາທຸລະກິດສະຫະລັດ-ອາຊຽນ (US-ABC) ແລະ ສະພາທຸລະກິດອີຢູ-ອາຊຽນ (EU-ABC).
“ພະລັງຂອງຄຳວ່າບໍ່” ມຸ່ງເປົ້າໄປທີ່ໄວໜຸ່ມອາຍຸ 18-30 ປີໃນຫົກປະເທດອາຊີຕາເວັນອອກສຽງໃຕ້ ຄື: ກຳປູເຈຍ, ລາວ, ມາເລເຊຍ, ຟີລິບປິນ, ໄທ ແລະ ຫວຽດນາມ. ມັນເປັນການນໍາເອົາຄູ່ຮ່ວມງານສາກົນຫຼາຍກວ່າ 20 ຄູ່ຮ່ວມງານທີ່ເປັນຕົວແທນຂອງລັດຖະບານ, ອົງການຈັດຕັ້ງທີ່ບໍ່ຂຶ້ນກັບລັດຖະບານ, ອົງການຈັດຕັ້ງເອກະຊົນ ແລະ ຊຸມຊົນ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ໄວໜຸ່ມ ແລະ ສົ່ງເສີມການປ່ຽນແປງພຶດຕິກໍາໃນເວລາດື່ມເຫຼົ້າແລ້ວຂັບ.
ສຳລັບປີທີ່ຜ່ານມາ, ແຄມເປນ “ພະລັງຂອງຄຳວ່າບໍ່” ທີ່ເປັນພື້ນຖານໄດ້ເຜີຍແຜ່ຈິດສຳນຶກໃຫ້ແກ່ໄວໜຸ່ມ 39 ລ້ານ ຄົນໂດຍຜ່ານວິດີໂອ, ຮູບພາບທີ່ໜ້າຈັບຕາ, ວິດີໂອການຄ້າ ແລະ ຂໍ້ເທັດຈິງທີ່ສໍາຄັນ ເພື່ອໃຫ້ໄດ້ຮັບຄວາມຮູ້ທີ່ດີຂື້ນກ່ຽວກັບການດື່ມແລ້ວຂັບ.
ໃນເດືອນກັນຍາ ປີ 2022, ແຄມເປນດັ່ງກ່າວໄດ້ດຳເນີນ ການປະກວດຮູບພາບລະດັບສາກົນ ດ້ວຍຫົວຂໍ້ວ່າ “ໝູ່ບໍ່ປ່ອຍໃຫ້ໝູ່ເມົາແລ້ວຂັບ”.
ການປະກວດນີ້ໄດ້ຊຸກຍູ້ໃຫ້ກຸ່ມໝູ່ເພື່ອນເຮັດວຽກຮ່ວມກັນເພື່ອຢຸດຕິການດື່ມແລ້ວຂັບ ແລະ ເຮັດໃຫ້ຜູ້ເຂົ້າແຂ່ງຂັນຄິດຢ່າງມີວິຈາລະນາຍານວ່າເຂົາເຈົ້າຈະປະຕິບັດແນວໃດໃນຄັ້ງຕໍ່ໄປເມື່ອເຫັນໝູ່ເມົາແລ້ວໄປເອົາກະແຈ. ການປະກວດນີ້ໄດ້ເຂົ້າເຖິງ ໄວໜຸ່ມຫຼາຍກວ່າ 7 ລ້ານຄົນ ພ້ອມໄດ້ຮັບຫຼາຍກວ່າ 450,000 ‘ການຖືກໃຈ’, ‘ຄຳຄິດເຫັນ’ ແລະ ‘ແບ່ງປັນ’ ໃນຊ່ວງສອງເດືອນໃນ Facebook, Instagram, Tik Tok ແລະ PartiPost. ໃນການເຂົ້າຮ່ວມ, ໄວໜຸ່ມໄດ້ຮຽນຮູ້ເພີ່ມເຕີມກ່ຽວກັບວິທີການເຮັດວຽກໃນຮ່າງກາຍຂອງເຫຼົ້າ, ເຂົ້າໃຈເຖິງພັນທະທາງດ້ານກົດໝາຍ ແລະ ລອງໃຊ້ຄໍາແນະນໍາທີ່ເປັນປະໂຫຍດເພື່ອຫຼີກເວັ້ນການດື່ມແລ້ວຂັບ.
ມໍລະດົກຂອງແຄມເປນ “ພະລັງຂອງຄຳວ່າບ”
ສຽງຂອງໄວໜຸ່ມແມ່ນພາຫະນະທີ່ມີພະລັງທີ່ສຸດຕໍ່ການປ່ຽນແປງອັນໃຫຍ່ຫຼວງ. ໂດຍຜ່ານການມີສ່ວນຮ່ວມທາງດ້ານດິຈິຕອນທີ່ມີປະສິດຕິພາບ, ໄວໜຸ່ມບໍ່ພຽງແຕ່ແບ່ງປັນວິດີໂອໂຄສະນາ ແລະ ຮູບພາບຂອງແຄມເປນໃນສື່ສັງຄົມເທົ່ານັ້ນ, ແຕ່ຍັງແບ່ງປັນເລື່ອງສ່ວນຕົວ ແລະ ທັດສະນະສ່ວນຕົວຂອງເຂົາເຈົ້າລົງໃນເພຈຕ່າງໆຂອງແຄມເປນອີກດ້ວຍ. ຄວາມກະຕືລືລົ້ນ, ຄວາມຄິດສ້າງສັນ ແລະ ຄວາມປາຖະໜາຂອງເຂົາເຈົ້າທີ່ຈະຮັກສາຊຸມຊົນຂອງເຂົາເຈົ້າໃຫ້ປອດໄພແມ່ນຈຸດເດັ່ນຂອງຂໍ້ລິເລີ່ມ “ພະລັງຂອງຄຳວ່າບໍໍ່”.
ແຄມເປນ “ພະລັງຂອງຄຳວ່າບ” ແມ່ນເປັນເອກະລັກລະຫວ່າງການໂຄສະນາການດື່ມແລ້ວຂັບ ເນື່ອງຈາກມີພັນທະມິດຂະໜາດໃຫຍ່ຂອງບັນດາຄູ່ຮ່ວມງານລະດັບສາກົນ, ລະດັບພາກພື້ນ ແລະ ລະດັບທ້ອງຖິ່ນ. ທ່ານ Greig Craft, ປະທານສະມາຄົມ AA ຂອງຫວຽດນາມ ແລະ FIA ພາກພື້ນ II (ອາຊີ ປາຊີຟິກ) ໃຫ້ຮູ້ວ່າ, “ມັນເປັນເລື່ອງຍາກສໍາລັບບັນດາອົງການຈັດຕັ້ງຈາກຫຼາຍຂະແໜງການ ແລະ ພື້ນຫຼັງທີ່ແຕກຕ່າງກັນທີ່ຈະມາລວມຕົວກັນ, ແຕ່ພວກເຮົາທຸກຄົນມີແຮງບັນດານໃຈຢ່າງເລິກເຊິ່ງຈາກຈຸດປະສົງລວມຕົວກັບຂອງພວກເຮົາຄື: ເພື່ອໃຫ່ໄວໜຸ່ມປອດໄພໃນຖະໜົນ. ໄວໜຸ່ມສະໄໝນີ້ ມີທ່າແຮງອັນໃຫຍ່ຫຼວງໃນການກໍານົດຮູບແບບຊຸມຊົນຂອງເຂົາເຈົ້າ ແລະ ປ້ອງກັນການເກີດອຸປະຕິເຫດຕາມທ້ອງຖະໜົນ. ພວກເຮົາມີຄວາມພາກພູມໃຈທີ່ໄດ້ເຂົ້າຮ່ວມໃນແຄມເປນນີ້ເພື່ອສ້າງແຮງບັນດານໃຈໃຫ້ມີການປ່ຽນແປງພາຍໃນຊຸມຊົນທ້ອງຖິ່ນທົ່ວອາຊີປາຊີຟິກ.”
ທ່ານ Vijay Subramaniam ປະທານ APISWA, ເຊິ່ງທັງເປັນປະທານປະຈຳພາກພື້ນ, ອາຊີ, ຕາເວັນອອກກາງ ແລະ ອາຟຣິກກາ ແລະ ຕົວແທນຈຳໜ່າຍດ້ານການທ່ອງທ່ຽວທົ່ວໂລກທີ່ Bacardi ອີກດ້ວຍ ໄດ້ກ່າວວ່າ “ພວກເຮົາຮູ້ສຶກເປັນກຽດທີ່ໄດ້ເປັນສ້ວນໜຶ່ງຂອງກຸ່ມພັນທະມິດຂະໜາດໃຫ່ຍ ແລະ ກ້ວາງຂວາງທີ່ມີເປົ້າໝາຍໜຶ່ງດຽວໃນການປ່ຽນແປງພຶດຕິກໍາ ແລະ ໃຫ້ສິດທິແກ່ໄວໜຸ່ມໃນການສ້າງອານາຄົດທີ່ດີ ແລະ ປອດໄພຍິ່ງຂຶ້ນສໍາລັບຕົນເອງ ແລະ ຜູ້ອື່ນໆ”. ແຄມເປນ “ພະລັງຂອງຄຳວ່າບໍໍ່” ສະແດງໃຫ້ເຫັນເຖິງພະລັງຂອງການຮ່ວມມື ແລະ ຜົນກະທົບໃນການແກ້ໄຂບັນຫາຮ່ວມກັນສາມາດສະໜັບສະໜູນວາລະສາກົນໂດຍລວມເພື່ອຫຼຸດຜ່ອນການເສຍຊີວິດ ແລະ ການບາດເຈັບຈາກການຈະລາຈອນຕາມຖະໜົນ.”
ໂດຍການແຜ່ຂະຫຍາຍຈິດສຳນຶກ ແລະ ການສ້າງແຮງບັນດານໃຈໃຫ້ແກ່ໄວໜຸ່ມ, ທິມງານຂອງແຄມເປນຫວັງວ່າ ເຂົາເຈົ້າຈະມີອິດທິພົນໃຫ້ແກ່ຄອບຄົວ ແລະ ໝູ່ຂອງຕົນໃຫ້ເປັນຜູ້ຂັບເຄື່ອນທີ່ມີຄວາມຮັບຜິດຊອບ ແລະ ເບິ່ງແຍງດູແລເຊິ່ງກັນ ແລະ ກັນສໍາລັບຄົນລຸ້ນຕໍ່ໆໄປ.