ກະຕໍ້ ຊີງແຊັມໂຄ້ງໜອງບົວ 2020 ຈະຈັດຂຶ້ນທ້າຍເດືອນນີ້

ທ່ານ ວິ​ໄຊ ພົມ​ມະ​ວົງ­ສາ ຫົວ­ໜ້າ​ຄູ​ເຝິກ​ກະ­ຕໍ້​ແຂວງ​ຄຳ​ມ່ວນ ຄູ​ເຝິກ​ກະ­ຕໍ້​ເຍົາ­ວະ​ຊົນ​ທີມ​ຊາດ​ລາວ ທັງ​ເປັນ​ຄະ­ນະ​ຮັບ­ຜິດ­ຊອບ​ຈັດ­ການ​ແຂ່ງ­ຂັນ​ຈາກ​ເມືອງ​ທ່າ​ແຂກ ແຂວງ​ຄຳ​ມ່ວນ ແຈ້ງ​ໃຫ້​ຊາບ​ເມື່ອ​ບໍ່​ດົນ​ມາ​ນີ້​ວ່າ: ເພື່ອ​ສົ່ງ­ເສີມ-ພັດ­ທະ­ນາ​ກີ­ລາ​ກະ­ຕໍ້​ຂອງ​ແຂວງ ໃຫ້​ມີ​ໂອ­ກາດ​ທົດ​ສອບ​ຄວາມ​ສາ­ມາດ​ກັບ​ນັກ­ກີ­ລາ​ຈາກ​ແຂວງ​ໃກ້​ຄຽງ ແລະ ນະ­ຄອນ­ຫຼວງ​ວຽງ​ຈັນ ເພື່ອ​ກ້າວ​ສູ່​ການ​ເປັນ​ນັກ­ກີ­ລາ​ລະ­ດັບ​ຊາດ ກໍ​ຄື ຕິດ​ທີມ​ຊາດ ທັງ​ເປັນ​ການ​ເປີດ​ໂອ­ກາດ​ໃຫ້​ນັກ­ກີ­ລາ​ພາຍ​ໃນ​ແຂວງ ໄດ້​ຫຼິ້ນ​ກີ­ລາ​ເພື່ອ​ຫ່າງ​ໄກ​ຈາກ​ຢາ​ເສບ​ຕິດ.

ວັນ​ທີ 28 ມິ­ຖຸ­ນາ ທີ່​ຈະ​ມາ​ເຖິງ​ສະ­ໜາມ​ກີ­ລາ​ກະ­ຕໍ້​ໂຄ້ງ​ໜອງ​ບົວ ຈະ​ຈັດ​ແຂ່ງ­ຂັນ​ກະ­ຕໍ້​ມາ­ລາ​ທອນ ລາຍ­ການ ໂຄ້ງ​ໜອງ​ບົວ ຄັບ 2020 ຂຶ້ນ​ຢູ່​ສະ­ໜາມ​ດັ່ງ­ກ່າວ (ໂຮງ­ຮຽນ​ປະ­ຖົມ​ຈອມ​ແຈ້ງ ເມືອງ​ທ່າ​ແຂກ) ໂດຍ​ກຳ­ນົດ​ເງື່ອນ­ໄຂ​ນັກ­ກີ­ລາ ຄື: ນັກ­ກີ­ລາ​ທີມ​ຊາດ​ຊຸດ​ໃຫຍ່ ແລະ ນັກ­ກີ­ລາ​ຮ່ວມ​ງານ​ກີ­ລາ​ແຫ່ງ​ຊາດ ທຸກ​ສະ­ໄໝ ຕ່າງ​ຊາດ​ຫ້າມ​ຈັບ​ຄູ່​ກັນ​ລົງ​ສະ­ໜາມ ເພື່ອ​ເປີດ​ໂອ­ກາດ​ໃຫ້​ນັກ­ກີ­ລາ​ຮຸ່ນ​ສືບ​ທອດ​ໄດ້​ສະ­ແດງ​ຄວາມ​ສາ­ມາດ ແລະ ເກັບ​ກ່ຽວ​ປະ­ສົບ​ການ​ຈາກ​ການ​ແຂ່ງ­ຂັນ​ລາຍ­ການ​ດັ່ງ­ກ່າວ ໂດຍ​ທີມ 1 ຈະ​ຕ້ອງ​ໄດ້​ເສຍ​ຄ່າ​ສະ­ໝັກ 100.000 ກີບ ຊີງ​ເງິນ​ລາ­ງວັນ​ລວມ 1.100.000 ກີບ ພາຍ­ຫຼັງ​ທີ່​ໄດ້​ມີ​ການ​ແຈ້ງ​ການ​ເຖິງ​ບັນ­ດາ​ສະ­ໂມ­ສອນ​ອ້ອມ​ຂ້າງ​ແຂວງ ແລະ ປະ­ສານ​ກັບ​ແຂວງ​ໃກ້​ຄຽງ ປັດ­ຈຸ­ບັນ​ມີ 27 ພາກ­ສ່ວນ​ແຈ້ງ​ເຈດ​ຈຳ­ນົງ​ເຂົ້າ​ຮ່ວມ​ແຂ່ງ­ຂັນ​ແລ້ວ ໃນ​ນີ້​ມີ 1 ທີມ​ຈາກ​ແຂວງ​ຈຳ­ປາ​ສັກ 3 ທີມ ຈາກ​ນະ­ຄອນ­ຫຼວງ 4 ທີມ ສະ­ຫວັນ​ນະ​ເຂດ 19 ທີມ ຈາກ​ຄຳ​ມ່ວນ.

error: Content is protected !!