ວັນທີ 14 ກຸມພາ 2023 ຢູ່ຫ້ອງປະຊຸມກອງບັນຊາການ ປກສ ນວ ທ່ານ ປອ ອາດສະພັງທອງ ສີພັນດອນ ເຈົ້າຄອງນະ ຄອນຫຼວງວຽງຈັນ ໄດ້ລົງພົບປະໂອ້ລົມຊີ້ນຳ ວຽກງານຈະ ລາຈອນ ມີ ທ່ານ ພົຈວ ປອ ບົວພັນ ຟອງມະນີ ຫົວໜ້າ ກອງບັນຊາການ ປກສ ນວ ຄະນະພັກ-ຄະນະບັນຊາ ນາຍ ແລະ ພົນຕຳຫຼວດ ຈະລາຈອນ ທົ່ວ ປກສ ນວ ແລະ ແຂກທີ່ ຖືກເຊີນເຂົ້າຮ່ວມ.


ໃນພິທີ ທ່ານ ພັທ ຈັນທະບູນ ມະນີວົງ ຮອງຫົວໜ້າຫ້ອງ ຕຳຫຼວດ ປກສ ນວ ໄດ້ຂຶ້ນຜ່ານບົດສະຫຼຸບປະຈຳປີ 2022 ແລະທິດທາງແຜນການໃນປີ 2023 ໂດຍໄດ້ໃຫ້ຮູ້ວ່າ: ໃນປີ 2022 ທົ່ວ ນວ ມີອຸບັດເຫດເກີດຂຶ້ນທັງໝົດ 1,072 ກໍລະນີ ພາຫະນະເປ່ເພເລັກນ້ອຍ 580 ຄັນ ພາຫະນະເປ່ເພສົມ ຄວນ 1.325 ຄັນ ພາຫະນະໃຊ້ການບໍ່ໄດ້ 1 ຄັນ ຄົນໄດ້ຮັບ ບາດເຈັບເລັກໜ້ອຍ 318 ຄົນ ຄົນໄດ້ຮັບບາດເຈັບສົມຄວນ 57 ຄົນ ຄົນໄດ້ຮັບບາດເຈັບສາຫັດ 252 ຄົນ ແລະ ຄົນ ເສຍຊີວິດ 183 ຄົນ.

ໂອກາດດັ່ງກ່າວ ທ່ານ ປອ ອາດສະພັງທອງ ສີພັນດອນ ໄດ້ກ່າວວ່າ: ຕ້ອງເພີ່ມທະວີສືບຕໍ່ແກ້ໄຂບັນຫາລົດອັ່ງ ອໍແອອັດຕາມທ້ອງຖະໜົນ ການຈອດລົດຊະຊາຍ ແລະ ບັນຫາອຸບັດເຫດຕາມຖະໜົນໃຫ້ຫຼຸດໜ້ອຍຖ້ອຍ ລົງເທື່ອລະກ້າວ ສືບຕໍ່ເຝິກຝົນຫຼໍ່ຫຼອມຕົນເອງ ດ້ານ ຄຸນທາດການເມືອງ ຄຸນສົມບັດສິນທຳປະຕິວັດ ມີຄວາມ ເຊື່ອໝັ້ນຕໍ່ການນຳ ພາຂອງພັກ-ລັດ ມີຈັນຍາບັນ-ຈັນຍາທໍາຕໍ່ທີ່ໜ້າທີ່ຮັບ ຜິດຊອບຂອງຕົນເອງ ມີຄວາມ ເສຍສະຫຼະເພື່ອປະເທດ ຊາດເພື່ອປະຊາຊົນດ້ວຍຄວາມ ບໍລິສຸດໃຈ ແລະມີທັດສະ ນະມະຫາຊົນຢ່າງຖືກຕ້ອງ ເອົາໃຈໃສ່ປະຕິບັດແນວທາງ ນະໂຍບາຍຂອງພັກ-ລັດ ມະຕິ ຄຳສັ່ງ ລະບຽບ ກົດໝາຍ ແລະຄວາມເປັນເອກະ ພາບໃນການຈັດຕັ້ງປະຕິບັດວຽກງານຕົວຈິງ ປັບປຸງ ຂອດການປະສານງານໃຫ້ກົມກຽວ ໂດຍສະເພາະປະ ສານກັບພາກສ່ວນອື່ນເພື່ອໃຫ້ວຽກງານມີຄວາມສະດວກຄ່ອງຕົວ ສືບຕໍ່ວຽກງານໂຄສະນາທາງ ດ້ານກົດລະ ບຽບການສັນຈອນໃຫ້ຜູ້ສັນຈອນຢ່າງທົ່ວເຖິງຖືກເປົ້າ ໝາຍດ້ວຍສື່ໂທລະພາບ ໜັງສືພິມ ວິທະຍຸ ໂທລະໂຄ່ງປະ ຈຳບ້ານ ແລະ ລົງເຄື່ອນໄຫວຕາມສຳນັກງານ ອົງການ ໂຮງຈັກ ໂຮງງານ ໂຮງຮຽນ ແລະ ສະຖານທີ່ຊຸມຊົນ ຕ່າງໆໃຫ້ທົ່ວເຖິງ.

