ອົງການ FAO ສະໜັບສະໜູນ ກະສິກອນລາວ ສົ່ງອອກງົວໄປ ສປ ຈີນ

     ອົງການອາຫານ ແລະ ການກະເສດ ແຫ່ງສະຫະປະຊາຊາດ (FAO) ໂດຍຜ່ານສູນສຸກເສີນ ເພື່ອຄວບຄຸມພະຍາດລະບາດສັດຂ້າມແດນ ຈັດຊຸດອົບຮົມ ກ່ຽວກັບການຄຸ້ມຄອງການກັກກັນສັດ ໃຫ້ແກ່ເຈົ້າໜ້າທີ່ກັກກັນສັດ ແລະ ວິຊາການ ຮັກສາສຸຂະພາບສັດຂອງລາວ ກະສິກອນ ພໍ່ຄ້າສັດ ແລະ ສັດຕະວະແພດບ້ານ ໃນລະຫວ່າງວັນທີ 6-17 ກຸມພາ 2023 ທີ່ເມືອງສິງ ແຂວງຫຼວງນ້ຳທາ ເພື່ອຮຽນຮູ້ເງື່ອນໄຂການກັກກັນ ແລະ ຂໍ້ກໍານົດດ້ານສຸຂະພາບຕ່າງໆ ສໍາລັບງົວທີ່ຈະສົ່ງອອກໄປ ສປ ຈີນ ແນໃສ່ເພື່ອເລັ່ງລັດການຄ້າງົວທີ່ປອດໄພ ລະຫວ່າງສອງປະເທດ ແລະ ປັບປຸງການສົ່ງອອກງົວໄປປະເທດຈີນ ຂອງ ສປປ ລາວ.

     ງົວທີ່ຈະສົ່ງອອກຈີນ ຕ້ອງຢູ່ພາຍໃຕ້ມາດຕະການ ຂອງກົມຄຸ້ມຄອງພາສີຈີນ ແລະ ກະຊວງກະສິກໍາ ແລະ ປ່າໄມ້ ສປປ ລາວ ວາງອອກຄື: ງົວຕ້ອງໄດ້ຖືກກັກກັນເພື່ອລ້ຽງທອມ ຢູ່ເຂດທ້ອນໂຮມສັດເປັນເວລາ 45 ວັນ ແລະ ເຂດກັກກັນເປັນເວລາ 30 ວັນ ຢູ່ເມືອງສິງ ກ່ອນຈະຖືກສົ່ງອອກໄປປະເທດຈີນ ມາດຕະການດັ່ງກ່າວໄດ້ຖືກອະນຸມັດເພື່ອ ຫລຸດຜ່ອນຄວາມສ່ຽງຕໍ່ການສົ່ງຕໍ່ ຂອງພະຍາດປາກເປື່ອຍລົງເລັບ ແລະ ພະຍາດຜິວໜັງອັກເສບຕິດຕໍ່ງົວ-ຄວາຍ ຊຶ່ງເປັນສອງພະຍາດໃນສັດລ້ຽງທີ່ພົບທົ່ວໄປໃນປະເທດ ການຄວບຄຸມພະຍາດລະບາດສັດຂ້າມແດນທີ່ດີກວ່າ ຈະບໍ່ພຽງແຕ່ປັບປຸງຊີວິດການເປັນຢູ່ ຂອງຊຸມຊົນກະສິກຳເທົ່ານັ້ນ ແຕ່ຍັງຊຸກຍູ້ການເຕີບໂຕທາງດ້ານເສດຖະກິດ ໂດຍການຊຸກຍູ້ການສົ່ງອອກໄປຍັງປະເທດໃກ້ຄຽງ.

     ທ່ານນາງ ວິໄລພອນ ວໍຣະພິມ ຫົວໜ້າກົມລ້ຽງສັດ ແລະ ການປະມົງ ໄດ້ກ່າວວ່າ: ສປປ ລາວ ມີລາຍຮັບຈາກການສົ່ງອອກສັດລ້ຽງໄປຍັງປະເທດຈີນ 54 ລ້ານ ໂດລາສະຫະລັດຕໍ່ປີ. ໃນປີ 2023 ນີ້ ລັດຖະບານວາງເປົ້າໝາຍຊຸກຍູ້ການສົ່ງອອກງົວ ໃຫ້ບັນລຸລາຍຮັບ ເຖິງ 100 ລ້ານ ໂດລາສະຫະລັດ. ຂະນະທີ່ ສປ ຈີນ ໄດ້ສະເໜີໂກຕ້ານໍາເຂົ້າງົວໃຫ້ແກ່ ສປປ ລາວ ເຊິ່ງເປັນທ່າແຮງອັນໃຫຍ່ຫລວງໃຫ້ກະສິກອນລາວ ກາຍເປັນຜູ້ສົ່ງອອກງົວທີ່ໃຫຍ່ກວ່າເກົ່າ ໂດຍພວກເຮົາໄດ້ສະໜັບສະໜູນ ກະສິກອນລາວ ໃນການປະຕິບັດຕາມຂໍ້ກຳນົດຕ່າງໆທີ່ຝ່າຍຈີນວາງອອກ.

    ທ່ານ ຊູ ມິງ ຮອງຫົວໜ້າກົມ, ສູນກາງການບໍລິການຮ່ວມມືສາກົນ ຂອງພະແນກ ການຮ່ວມມືສາກົນ, ກະຊວງກະສິກໍາ ແລະ ຊົນນະບົດ ຂອງ ສປ ຈີນ ໃຫ້ຮູ້ວ່າ: ປະເທດຈີນ ຍາມໃດກໍຖືສຳຄັນການແລກປ່ຽນ ແລະ ການຮ່ວມມືດ້ານກະສິກຳ ກັບບັນດາປະເທດ ໃນເຂດອະນຸພາກພື້ນແມ່ນ້ຳຂອງຕອນເທິງ ທຶນຊ່ວຍເຫລືອຈາກກະຊວງກະສິກຳ ແລະ ຊົນນະບົດຂອງ ສປ ຈີນ ໄດ້ປະກອບສ່ວນເຂົ້າໃນແຜນງານ ການຄວບຄຸມພະຍາດລະ ບາດສັດຂ້າມແດນຂອງປະເທດ ແມ່ນ້ຳຂອງຕອນເທິງ ຍ້ອນຄວາມພະຍາຍາມ ແລະ ການຮ່ວມມືກັນຢ່າງເຕັມສ່ວນ ກັບອົງການ FAO ການສະໜັບສະໜູນດ້ານເຕັກນິກ ໄດ້ຖືກສະໜອງໃຫ້ ເພື່ອປັບປຸງເນື້ອໃນ ແລະ ການສົ່ງເສີມການຄ້າງົວ ຂອງ ສປປ ລາວ ກັບ ສປ ຈີນ ໃນຕໍ່ໜ້າ ພວກເຮົາຈະຮ່ວມມືກັນ ເປີດຂະບວນການສັກຢາກັນພະຍາດ ປາກເປື່ອຍລົງເລັບ ແລະ ພະຍາດຜິວໜັງອັກເສບຕິດຕໍ່ງົວ-ຄວາຍ ໃນ 5 ເມືອງຂອງແຂວງຫລວງນ້ຳທາ ໂດຍກວມເອົາງົວທັງໝົດ 40.000 ໂຕ ພ້ອມທັງ ຈະສະໜອງເຄື່ອງມື ທຳຄວາມສະອາດ ແລະ ຂ້າເຊື້ອ ໃຫ້ແກ່ 18 ແຂວງໃນທົ່ວປະເທດ ເພື່ອຊ່ວຍໃຫ້ກະສິກອນ ປ້ອງກັນສັດລ້ຽງ ຈາກໄພຂົມຂູ່ຈາກພະຍາດສັດຕ່າງໆ ນຳອີກ.

error: Content is protected !!