ປີ 2022 ໄຊຍະບູລີ ເອົາໃຈໃສ່ປະຕິບັດລາຍຮັບ ບັນລຸ 1 ພັນກວ່າຕື້ກີບ

    ການຈັດຕັ້ງປະຕິບັດແຜນງົນປະມານລາຍຮັບ-ລາຍຈ່າຍ ປີ 2022 ຂອງແຂວງໄຊຍະບູລີ ເຖິງອັດຕາການຂາດດຸນງົບປະມານ ເຖິງ 54,78% ຂອງລາຍຈ່າຍ ແຕ່ການປະຕິບັດລາຍຮັບໄດ້ 1.197,84 ຕື້ກີບ ເທົ່າກັບ 106,40% ຂອງແຜນເບື້ອງຕົ້ນທີ່ມະ ຕິສະພາປະຊາຊົນແຂວງຮັບຮອງ.

     ທ່ານ ວັນດາວ ແວວທະນັນສີ ຫົວໜ້າພະແນກການເງິນແຂວງ ໄດ້ລາຍງານຫຍໍ້ສະ ພາບການຈັດຕັ້ງປະຕິບັດ ແລະ ຜັນຂະ ຫຍາຍຄໍາແນະນໍາຂອງລັດຖະມົນຕີກະຊວງການເງິນ ສະບັບ ເລກທີ 3736/ກງ ລົງວັນທີ 25 ພະຈິກ 2022 ວ່າດ້ວຍການຈັດ ຕັ້ງປະຕິບັດແຜນງົນປະມານລາຍຮັບ-ລາຍຈ່າຍ ປີ 2022 ເຊິ່ງ ໂດຍ ລວມແຂວງພວກເຮົາເປັນແຂວງຂາດດຸນງົບປະມານ ເຖິງ 54,78% ຂອງລາຍຈ່າຍ ຖານຂໍ້ມູນລາຍຮັບພາຍໃນຍັງບໍ່ ທັນເຂັ້ມແຂງ ສະພາບໜີ້ສິນຄັງເງິນຍັງແກ້ໄຂບໍ່ທັນໄດ້ ສົ່ງຜົນ ກະທົບຕໍ່ງົບປະມານຂອງແຂວງ ແຕ່ເຖິງຢ່າງໃດກໍ່ຕາມພາຍ ໃຕ້ການນໍາພາ-ຊີ້ນໍາຂອງກະຊວງການເງິນ ອົງການປົກຄອງ ແຂວງ ສົ່ງຜົນໃຫ້ການປະຕິບັດແຜນງົບປະມານລາຍຮັບ ທັງໝົດ 1.197,84 ຕື້ກີບ ເທົ່າກັບ 106,40% ຂອງແຜນ ເບື້ອງຕົ້ນທີ່ມະ ຕິສະພາປະຊາຊົນແຂວງຮັບຮອງເທົ່າກັບ 105,60% ຂອງ ແຜນດັດແກ້ ທຽບໃສ່ໄລຍະດຽວປີຜ່ານມາ ເທົ່າກັບ 114,40% ລາຍຮັບພູດສູນກາງປະຕິບັດໄດ້ 920,34 ຕື້ກີບ ເທົ່າກັບ 103,30% ຂອງແຜນການປີ ທີ່ມະຕິສະພາແຂວງ ຮັບຮອງ ທຽບໃສ່ໄລຍະດຽວກັນປີຜ່ານມາເທົ່າກັບ 121,20% ລາຍຮັບ ໃນແຂວງປະຕິບັດໄດ້ 277,50 ຕື້ກີບ 118,30% ຂອງ ແຜນເບື້ອງ ຕົ້ນທີ່ມະຕິສະພາປະຊາຊົນແຂວງຮັບຮອງ ເທົ່າ ກັບ 114,20% ຂອງແຜນດັດແກ້ ທຽບໃສ່ໄລຍະດຽວກັນປີ ຜ່ານມາເທົ່າກັບ 96,50% ລາຍຮັບສ່ວຍສາອາກອນປະຕິບັດໄດ້ 246,14 ຕື້ກີບ ເທົ່າກັບ 107,60% ຂອງແຜນເບື້ອງຕົ້ນທີ່ມະຕິສະ ພາປະຊາຊົນ ແຂວງຮັບຮອງເທົ່າ 107,10% ຂອງແຜນດັດແກ້ ທຽບໃສ່ໄລຍະ ດຽວກັນຂອງປີຜ່ານມາເທົ່າກັບ 115,80% ລາຍ ຮັບຊັບສິນປະ ຕິບັດໄດ້ 31,36 ຕື້ກີບ ເທົ່າກັບ 549,21% ຂອງ ແຜນເບື້ອງຕົ້ນ ທີ່ມະຕິສະພາປະຊາຊົນແຂວງຮັບຮອງ ເທົ່າກັບ 238% ຂອງ ແຜນດັດແກ້ທຽບໃສ່ໄລຍະດຽວກັນຂອງປີ ຜ່ານ ມາເທົ່າກັບ 42%.

     ສັງລວມແລ້ວປີ 2022 ແຂວງສາມາດຈັດເກັບລາຍຮັບໄດ້ເກີນ ແຜນທັງໝົດລວມທັງລາຍຮັບພູດສູນກາງຈໍານວນ 63,88 ຕື້ກີບ ໃນນັ້ນລາຍຮັບສູນກາງປະຕິບັດໄດ້ເກີນແຜນ 29,48 ຕື້ກີບ ລາຍຮັບພາຍໃນແຂວງປະຕິບັດໄດ້ເກີນແຜນ 34,40 ຕື້ກີບ ດ້ານລາຍຈ່າຍປະຕິບັດໄດ້ 536,49 ຕື້ກີບ ເທົ່າກັບ 103,30% ຂອງແຜນເບື້ອງຕົ້ນທີ່ມະຕິສະພາປະຊາຊົນແຂວງ ຮັບຮອງເທົ່າກັບ 100% ຂອງແຜນດັດແກ້ທຽບໃສ່ໄລຍະດຽວ ຂອງປີຜ່ານມາເທົ່າກັບ 101,90%.

     ສະເພາະການຈັດຕັ້ງປະຕິບັດແຜນງົບປະມານປີ 2023 ປັດຈຸ ບັນລາຍຮັບປະຕິບັດໄດ້ 115,53 ຕື້ກີບ ເທົ່າກັບ 7,63% ຂອງ ແຜນການປີເບື້ອງຕົ້ນ ລາຍຮັບພູດສູນກາງປະຕິບັດໄດ້ 99,57 ຕື້ກີບ ເທົ່າກັບ 9,86% ລາຍຮັບຂອງແຂວງປະຕິບັດໄດ້ 15,96 ຕື້ກີບ ເທົ່າກັບ 3,16%.

error: Content is protected !!