ຄູເຝິກ ວຽງຈັນ ເອັຟທີ ຫວັງພາທີມສ້າງຜົນງານ ລາວລີກ 1

ທ່ານ ໃຈ ພົມ​ມະ​ທັດ ຫົວ­ໜ້າ​ຄູ​ເຝິກ​ໃຫຍ່​ສະ­ໂມ­ສອນ​ວຽງ​ຈັນ ເອັຟ​ທີ ເຊິ່ງ​ເປັນ​ຄູ​ເຝິກ​ລະ­ດັບ C ລາຍ​ເຊັນ​ຂອງ​ສະ­ຫະ­ພັນ​ບານ­ເຕະ​ນາໆຊາດ ແຈ້ງ​ໃຫ້​ຊາບ​ເມື່ອ​ບໍ່​ດົນ​ມາ​ນີ້​ວ່າ: ຂໍ​ຂອບ­ໃຈ​ຄະ­ນະ​ບໍ­ລິ­ຫານ​ສະ­ໂມ­ສອນ​ວຽງ​ຈັນ ເອັຟ​ທີ ທີ່​ໃຫ້​ຕົນ​ເປັນ​ຫົວ­ໜ້າ​ຄູ​ເຝິກ​ໃຫຍ່ ເພື່ອ​ນຳ­ພາ​ທີມ​ວຽງ​ຈັນ ເອັຟ​ທີ ເຂົ້າ​ແຂ່ງ­ຂັນ​ລາຍ­ການ ເປບ​ຊີ ລາວ​ລີກ 1 ລະ­ດູ​ການ 2020 ທີ່​ຈະ​ເປີດ​ສາກ​ຂຶ້ນ​ວັນ​ທີ 11 ກໍ­ລະ­ກົດ​ນີ້.

ພາຍ­ຫຼັງ​ສະ­ພາບ​ການ​ຂອງ​ພະ­ຍາດ​ໂຄ​ວິດ-19 ຫຼຸດ­ຜ່ອນ​ລົງ ລັດ­ຖະ­ບານ​ກໍ​ໄດ້​ປະ­ກາດ​ຜ່ອນ­ຜັນ​ບາງ​ກິດ­ຈະ­ກຳ ປະ­ທານ​ສະ­ໂມ­ສອນ​ວຽງ​ຈັນ ເອັຟ​ທີ ຈຶ່ງ​ໄດ້​ແຈ້ງ​ການ​ໃຫ້​ຄະ­ນະ​ຄູ​ເຝິກ ແລະ ນັກ­ກີ­ລາ​ຂອງ​ສະ­ໂມ­ສອນ ເຄື່ອນ​ໄຫວ​ເປັນ​ປົກ­ກະ­ຕິ ພ້ອມ​ທັງ​ຄັດ​ເລືອກ​ນັກ­ກີ­ລາ​ທີ່​ມີ​ພອນ​ສະ­ຫວັນ​ໄດ້ 21 ຄົນ​ສັງ­ກັດ​ທີມ ຫຼັງ​ການ​ຄັດ​ເລືອກ​ຈາກ 100 ກວ່າ​ຄົນ ໃນ​ນີ້ ມີ​ນັກ​ເຕະ​ຕ່າງ​ຊາດ 2 ຄົນ ແລະ ໄດ້​ສືບ­ຕໍ່​ເຝິກ­ຊ້ອມ ແຕ່​ຕົ້ນ​ເດືອນ​ມິ­ຖຸ­ນາ​ເປັນ­ຕົ້ນ​ມາ ປັດ­ຈຸ­ບັນ​ມີ​ຄວາມ​ພ້ອມ​ຫຼາຍ​ກວ່າ 80% ແລະ ຈາກ​ນີ້​ຮອດ​ມື້​ແຂ່ງ­ຂັນ​ເຊື່ອ​ວ່າ​ນັກ­ກີ­ລາ​ທຸກ​ຈະ​ເຝິກ­ຊ້ອມ ແລະ ຟິດ​ເຕັມ​ຮ້ອຍ ໃນ​ນີ້ ຄວາມ​ຫວັງ​ແມ່ນ​ຈະ​ພາ​ທີມ​ບໍ່​ໃຫ້​ຕົກ​ຊັ້ນ ເນື່ອງ​ຈາກ​ນັກ​ເຕະ​ຊຸດ​ນີ້​ລ້ວນ​ແຕ່​ແມ່ນ​ດາວ​ຮຸ່ງ.

ທ່ານ ໃຈ ພົມ​ມະ​ທັດ ເຄີຍ​ເປັນ​ຄູ​ເຝິກ​ເຍົາ­ວະ​ຊົນ​ລາວ ຮຸ່ນ​ອາ­ຍຸ 8 ປີ ຊຸດ​ຄວ້າ​ແຊັມ​ລາຍ­ການ​ນາໆຊາດ ຢູ່ ສ ເກົາ­ຫຼີ ປີ 2008 ຜູ້​ຊ່ວຍ​ຄູ​ເຝິກ ຢູ-14 ປີ ຊີງ​ແຊັມ​ອາ​ຊຽນ ຢູ່​ປະ­ເທດ​ມຽນ​ມາ ຜູ້​ຊ່ວຍ​ຄູ​ເຝິກ ຢູ-16 ປີ ຊີງ​ແຊັມ​ອາ​ຊຽນ​ຢູ່​ປະ­ເທດ​ກຳ­ປູ­ເຈຍ ຜູ້​ຊ່ວຍ​ຄູ​ເຝິກ​ສະ­ໂມ­ສອນ​ກະ­ຊວງ​ໂຍ­ທາ​ທິ​ການ ແລະ ຂົນ­ສົ່ງ ຫຼື ຄຂປກ ໃນ​ລາວ​ລີກ 1 ຜູ້​ຊ່ວຍ​ສະ­ໂມ­ສອນ​ການ­ບິນ​ລາວ ໃນ​ລາວ​ລີກ 1 ຄູ​ເຝິກ​ໃຫຍ່ ທີມ ລາວ-ທ໋ອບ ຄວ້າ​ທີ 4 ລາຍ­ການ ຢູ​ລີກ ຜູ້​ຊ່ວຍ​ຄະ­ນະ​ຄູ​ເຝິກ ທີມ​ຈັນ­ທະ​ບູ​ລີ ລາວ​ລີກ 2 ຜູ້​ຊ່ວຍ​ຄູ​ເຝິກ ວຽງ​ຈັນ ຢູ​ໄນ​ເຕັດ ນອກ​ນີ້ ຍັງ​ເຄີຍ​ຕິດ​ທີມ​ຊາດ ຮຸ່ນ​ອາ­ຍຸ 14 ປີ 16 ປີ ແລະ 17 ປີ ອະ​ດິດ​ນັກ​ເຕະ​ສະ­ໂມ­ສອນ ຄຂປກ ປັດ­ຈຸ­ບັນ​ເປັນ​ຄູ​ເຝິກ​ລະ­ດັບ C ລາຍ​ເຊັນ​ຂອງ​ສະ­ຫະ­ພັນ​ບານ­ເຕະ​ນາໆຊາດ.

error: Content is protected !!