ເຊີນທ່ຽວງານວາງສະແດງຜະລິດຕະພັນ ລາວ ມີສິນຄ້າຮ່ວມວາງສະແດງກວ່າ 200 ຮ້ານ

ພິທີເປີດງານຜະລິດຕະພັນລາວ 2023 (Made In Laos 2023) ເປີດເປັນທາງການແລ້ວ ມີສິນຄ້າເຂົ້າຮ່ວມວາງສະແດງ ແລະ ຈໍາໜ່າຍຫຼາຍກວ່າ 200 ຫ້ອງ ຈາກ 130 ຜູ້ປະກອບການ ແລະ ຫົວໜ່ວຍທຸລະກິດ ຈາກບັນດາຂະແໜງການ.

ຈຸດປະສົງເພື່ອຊຸກຍູ້ສົ່ງເສີມໃຫ້ຄົນລາວຫັນມານຳໃຊ້ຜະລິດຕະພັນລາວໃຫ້ຫຼາຍຂຶ້ນ ເປັນການປຸກລະດົມຂົນຂວາຍ ເພີ່ມ ທະວີການຜະລິດໃນລະດັບຄອບຄົວໃຫ້ກາຍເປັນສິນຄ້າ ທີ່ສາມາດສ້າງລາຍຮັບໃຫ້ແກ່ຄອບຄົວໄດ້ ເພື່ອສົ່ງເສີມການຜະລິດ ຂະໜາດນ້ອຍ ໃຫ້ກ້າວສູ່ຂະ ໜາດກາງ ແລະ ກາຍເປັນຂະໜາດໃຫຍ່ກາຍເປັນອຸດ ສາຫະກຳການຜະລິດ ທັງທາງດ້ານປະລິ ມານ ແລະ ຄຸນນະພາບທີ່ໄດ້ມາດຕະຖານ ທີ່ພ້ອມຈະແຂ່ງຂັນ ຈໍາໜ່າຍຕະຫຼາດພາຍໃນ ແລະ ສົ່ງອອກສູ່ສາກົນ.

ພ້ອມນີ້ຍັງເປັນການເປີດໂອກາດໃຫ້ບັນດາຫົວໜ່ວຍທຸລະກິດທີ່ກຳລັງຊອກຫາຄູ່ຄ້າໃໝ່ ແລະ ຕ້ອງການແນະນຳ ສິນຄ້າ ການບໍລິການໃໝ່ຂອງບໍລິສັດ ໃຫ້ບັນດາແຂກ ທີ່ມາຊົມງານ ໄດ້ຮັບຊາບ ເປັນການແລກປ່ຽນຄວາມຮູ້ ເຕັກນິກດ້ານວິຊາ ການ ວິທີການຜະລິດ ເພື່ອນຳມາພັດ ທະນາສິນຄ້າຂອງຕົນໃຫ້ຂະຫຍາຍຕົວ ພ້ອມທັງເປັນການ ໂຄສະນາຄວາມອຸດົມສົມ ບູນທາງດ້ານຮີດຄອງປະເພນີ-ວັດທະນະທຳ ການຄ້າ-ການລົງທຶນ ສະຖານທີ່ທ່ອງທ່ຽວ ແລະ ອື່ນໆ ທີ່ເປັນເອກະລັກ ຂອງ ແຂວງທີ່ເປັນ ເຈົ້າພາບ ຮ່ວມຈັດງານຕະຫຼອດເຖິງທຸກແຂວງທີ່ເຂົ້າຮ່ວມງານໃນຄັ້ງນີ້ຢ່າງກວ້າງຂວາງ.

ສໍາລັບສິນຄ້າທີ່ເຂົ້າຮ່ວມພາຍໃນງານມາຈາກບັນດາຂະແໜງການເຊັ່ນ: ຂະແໜງຜະລິດຕະພັນ ສິນຄ້າໜຶ່ງ ເມືອງໜຶ່ງຜະ ລິດຕະພັນ (ໂອດັອບ) ຜະລິດຕະພັນ ເມດອິນລາວ ຜະລິດຕະພັນ ຫັດຖະກຳ ຜະລິດຕະພັນ ອາຫານ ແລະ ເຄື່ອງດື່ມ ຜະ ລິດຕະພັນອຸດສາຫະກຳ ນອກນີ້ຍັງ ມີຜະລິດຕະພັນ ໄອທີ ຂົນສົ່ງ ທະນາຄານ ແລະ ການບໍລິ ການ ແລະ ຜະລິດຕະພັນລາວ ຫັດຖະກຳໄມ້ປ່ອງ ຜະລິດ ຕະພັນເຟີນີເຈີ ແລະ ຜະລິດຕະພັນກະສິກຳ. ພິທີເປີດງານດັ່ງກ່າວຈັດຂຶ້ນໃນວັນທີ 15 ກຸມພາ 2023 ທີ່ສູນການຄ້າລາວ-ໄອເຕັກ (ຕຶກເກົ່າ) ໂດຍໃຫ້ກຽດເຂົ້າ ຮ່ວມຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີ ກະຊວງອຸດສາ ຫະກໍາ ແລະ ການຄ້າ ທ່ານ ນາງ ຈັນທະຈອນ ວົງໄຊ ຮອງປະ ທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ) ພ້ອມດ້ວຍຄະນະຮັບຜິດຊອບຈັດງານ ແລະ ພາກສ່ວນ ກ່ຽວຂ້ອງເຂົ້າຮ່ວມ.

error: Content is protected !!