ເຈົ້າໜ້າທີ່ ປກຊ-ປກສ ເມືອງຍອດອູ ເຂົ້າທຳລາຍສວນຝິ່ນທີ່ປະຊາຊົນລັກລອບປູກ ເນື້ອທີ່ກວ່າ 1 ເຮັກຕາ

ພະແນກກວດກາ ແລະ ຄວບຄຸມຢາເສບຕິດກອງບັນຊາການ ປ້ອງກັນຄວາມສະຫງົບແຂວງຜົ້ງສາລີ ສົມທົບກັບກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເມືອງ ຍອດອູ ແລະ ພາກ ສ່ວນທີ່ກ່ຽວຂ້ອງລົງທຳລາຍສວນຢາຝິ່ນທີ່ປະຊາຊົນລັກລອບປູກຢູ່ ບ້ານພານ ເມືອງ ຍອດອູ.

ພາຍຫຼັງໄດ້ຮັບການລາຍງານຈາກພົນລະເມືອງດີວ່າ ໄດ້ມີປະ ຊາຊົນຢູ່ພາຍໃນເມືອງຍັງມີການລັກລອບປູກຝິ່ນເປັນຈຳນວນຫຼວງຫຼາຍ ດັ່ງນັ້ນເຈົ້າໜ້າທີ່ຈິ່ງໄດ້ລົງກວດກາແຫຼ່ງຂ່າວດັ່ງ ກ່າວເຫັນວ່າມີມູນຄວາມຈິງ ຈື່ງໄດ້ສົມທົບກຳລັງລົງກວດກາ ພື້ນທີ່ເປົ້າໝາຍຕົວຈິງ ພົບວ່າຍັງມີພໍ່ແມ່ປະຊາຊົນຈຳນວນ ໜື່ງຍັງລັກລອບປູກຝິ່ນຈຳນວນ 3 ຕອນ ມີເນື້ອທີ 1,1 ເຮັກຕາ ຈຶ່ງໄດ້ພ້ອມກັນລົງທຳລາຍດ້ວຍວິທີການ ໃຊ້ໄມ້ຟາດ ພ້າຖາງ ຕົ້ນ ດອກ ໝາກ ແລະ ຫຼົກຕົ້ນຖິ່ມ ເພື່ອບໍ່ໃຫ້ເຈົ້າຂອງ ເກັບກູ້ ຜົນຜະລິດ ແລະ ໝາກຝິ່ນໄປເປັນແນວພັນ ພ້ອມທັງສຶກສາ ອົບຮົມກ່າວເຕືອນແລະ ຊີ້ແຈງຜົນຮ້າຍ ໄພອັນຕະລາຍຂອງ ຢາຝິ່ນໃຫ້ພໍ່ແມ່ປະຊາຊົນທີ່ລັກລອບປູກໄດ້ຮັບຮູ້ ເຂົ້າໃຈຢ່າງ ເລິກເຊິ່ງ.

ການລົງທໍາລາຍສວນຝິ່ນໃນຄັ້ງນີ້ ເພື່ອປະຕິບັດຕາມຂໍ້ຕົກລົງ ຂອງກະຊວງ ປ້ອງກັນຄວາມສະຫງົບ ສະບັບເລກທີ 1997/ປກສ ລົງວັນທີ 9 ພະຈິກ 2022 ວ່າດ້ວຍການເພີ້ມທະວີສະກັດກັ້ນ ຕ້ານຢາເສບຕິດ ການປູກຝິ່ນ ກັນຊາ ແລະ ການລັກລອບຊື້-ຂາຍຢາເສບຕິດ ອີງຕາມແຈ້ງການຂອງຫ້ອງການກວດກາ ແລະ ຄວບຄຸມຢາເສບຕິດ ສະບັບເລກທີ 052/ຫກຄສ ລົງວັນທີ 18 ມັງກອນ 2023 ຕິດພັນກັບການຈັດຕັ້ງປະຕິບັດ ວາລະແຫ່ງ ຊາດວ່າດ້ວຍການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ ແຕ່ປີ 2021-2023 ໃຫ້ປາກົດຜົນເປັນຈິງ.

ສໍາລັບການລົງທໍາລາຍສວນຟິ່ນໃນ້ທື່ອນີ້ ມີຂຶ້ນໃນຕອນບ່າຍ ຂອງວັນທີ 13 ກຸມພາ 2023 ໂດຍການເຂົ້າຮ່ວມຂອງພາກ ສ່ວນກ່ຽວຂ້ອງ.

error: Content is protected !!