ກອງປະຊຸມວິຊາການຂອງຂະແໜງການພາຍໃນ ຈັດຂຶ້ນລະຫວ່າງວັນທີ 15-16 ກຸມພາ 2023 ທີ່ກະຊວງພາຍໃນ ເປັນປະທານຂອງທ່ານ ທອງຈັນ ມະນີໄຊ ລັດຖະມົນຕີກະຊວງພາຍໃນ ມີບັນດາທ່ານຮອງລັດຖະມົນຕີ ຄະນະຫ້ອງການ ກົມສະຖາບັນ ແລະ ສູນ ຫົວໜ້າ-ຮອງຫົວໜ້າພະແນກພາຍໃນແຂວງ ນະຄອນຫຼວງວຽງຈັນ ແລະ ກະຊວງກ່ຽວຂ້ອງເຂົ້າຮ່ວມ.

ກອງປະຊຸມໃນຄັ້ງນີ້ຈະໄດ້ສົນທະນາລົງເລິກ 3 ຫົວຂໍ້ໃຫຍ່ ຄື: ວຽກງານການປົກຄອງທ້ອງຖິ່ນ ວຽກງານພັດທະນາການບໍລິຫານລັດ ແລະ ວຽກງານຄຸ້ມຄອງລັດຖະກອນ ທັງນີ້ກໍເພື່ອພ້ອມກັນຄົ້ນຄວ້າປຶກສາຫາລື ແລກປ່ຽນຄໍາຄິດຄໍາເຫັນ ເປັນເອກະພາບໃນການແກ້ໄຂຂໍ້ຫຍຸ້ງຍາກ ຈຸດຄົງຄ້າງໃນການຈັດຕັ້ງປະຕິບັດວຽກງານທີ່ພົວພັນກັບພາລະບົດບາດ ແລະ ໜ້າທີ່ຂອງຂະແໜງການພາຍໃນ.

ນອກຈາກນີ້ກໍໄດ້ຮັບຟັງການເຜີຍແຜ່ນິຕິກໍາຈໍານວນໜຶ່ງ ທີ່ຕິດພັນກັບວຽກງານຂອງກະຊວງພາຍໃນ ເປັນຕົ້ນ ດຳລັດວ່າດ້ວຍການກຳນົດຕຳແໜ່ງງານ ຄຳສັ່ງແນະນຳກ່ຽວກັບການຜັນຂະຫຍາຍຜົນສຳເລັດກອງປະຊຸມວຽກງານກໍ່ສ້າງຮາກຖານການເມືອງ ຕິດພັນກັບວຽກງານພັດທະນາຊົນນະບົດຮອບດ້ານ ແກ້ໄຂຄວາມທຸກຍາກ ແລະ ວຽກງານ 3 ສ້າງ ແຈ້ງການກ່ຽວກັບການສືບຕໍ່ເປິດຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາຂັ້ນກະຊວງ ຂັ້ນແຂວງ ແລະ ຂັ້ນເມືອງໃນຂອບເຂດທົ່ວປະເທດ ຂໍ້ຕົກລົງນາຍົກລັດຖະ ມົນຕີວ່າດ້ວຍການແບ່ງຕົວເລກລັດຖະກອນໃໝ່ປະຈຳປີ 2023 ຄໍາສັ່ງຂອງນາຍົກລັດຖະມົນຕີວ່າດ້ວຍການຢຸດຕິຮັບພະນັກງານຕາມສັນຍາ ແລະ ອາສາສະໝັກເຂົ້າໃໝ່ ໃນຮູບການຕ່າງໆ ເຂົ້າເຮັດວຽກໃນອົງການບໍລິຫານລັດ ແລະ ຄໍາແນະນຳກ່ຽວກັບການຈັດຕັ້ງປະຕິບັດຂໍ້ຕົກລົງວ່າດ້ວຍການແບ່ງຕົວເລກລັດຖະກອນໃໝ່ ປະຈຳປີ 2023 ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດວຽກງານຂອງຂະແໜງການພາຍໃນອີກດ້ວຍ.
