ບໍລິຈາກເລືອດແບບສະໝັກໃຈມື້ນີ້ຈະໄດ້ຮັບປະກັນໄພອຸປະຕິເຫດສ່ວນບຸກຄົນຈາກເອພີເອ

    ບໍລິສັດພົງສະຫວັນປະກັນໄພ ຈຳກັດ (ເອພີເອ) ມອບການຊ່ວຍເຫຼືອລ້າປະກັນໄພອຸປະຕິເຫດສ່ວນບຸກຄົນໃຫ້ແກ່ຜູ້ທີ່ສະໝັກໃຈບໍລິຈາກເລືອດໃນ 1.000 ຄົນ ທຳອິດວົງເງິນຄຸ້ມຄອງທັງໝົດສູງສຸດ 5 ຕື້ກີບ ນັບຕັ້ງແຕ່ວັນທີ່ 14 ກຸມພາ 2023 ເປັນຕົ້ນໄປ ສຳລັບຜູ້ທີ່ຈະໄດ້ຮັບປະກັນໄພດັ່ງກ່າວຕ້ອງບໍລິຈາກເລືອດດ້ວຍຄວາມສະໝັກໃຈນັບແຕ່ວັນທີ 14 ກຸມນີ້ເປັນຕົ້ນໄປ ໃນ 1.000 ຄົນທຳອິດ ໃນເວລາໄປບໍລິຈາກເລືອດຈະມີພະນັກງານແນະນຳຂັ້ນຕອນການສະໝັກຕ່າງໆ.     ປະກັນໄພດັ່ງກ່າວເປັນປະກັນໄພອຸປະຕິດຫດສ່ວນບຸກຄົນ ທົດແທນຄ່າໃຊ້ຈ່າຍຕ່າງໆທີ່ເກີດຈາກອຸປະຕິເຫດເຊັ່ນ ທົດແທນຄ່າປິ່ນປົວການບາດເຈັບ ທົດແທນໃນກໍລະນີພິການຖາວອນ ທົດແທນໃນກໍລະນີເສຍຊີວິດທີ່ເກີດຈາກອຸປະຕິເຫດ ໃນກໍລະນີເສຍຊີວິດ ແລະ ພິການຖາວອນດ້ວຍອຸປະຕິເຫດຈະໄດ້ຮັບວົງເງິນຄຸ້ມຄອງ 5 ລ້ານກີບ ກໍລະນີເສຍຊີວິດ ແລະ ພິການຖາວອນດ້ວຍອຸປະຕິເຫດໂດຍລົດຈັກ ຈະໄດ້ຮັບວົງເງິນຄຸ້ມຄອງ 2,5 ລ້ານກີບ ຄ່າຮັກສາປິ່ນປົວການບາດເຈັບຍ້ອນອຸປະຕິເຫດຕໍ່ໜຶ່ງຄັ້ງ ຈະໄດ້ຮັບວົງເງິນຄຸ້ມຄອງ 5 ແສນກີບ ຄ່າປົງສົບ ສົ່ງສະການຈາກການເສຍຊີວິດດ້ວຍອຸປະຕິເຫດຈະໄດ້ຮັບວົງເງິນຄຸ້ມຄອງ 5 ແສນກີບ.

error: Content is protected !!