ປີຜ່ານມາອົງການກາແດງລາວໃຫ້ການຊ່ວຍເຫຼືອບັນເທົ່າທຸກ 6 ຕື້ກວ່າກີບ

   ໃນວັນທີ 8-10 ກຸມພາ 2022 ອົງການແດງແຫ່ງຂາດລາວ ຈາກບົດລາຍງານທ່ານ ດຣ ສີວິໄລ ໄຊຍະລາດ ຮອງຫົວໜ້າຫ້ອງການຂົນຂວາຍ ແລະ ບັນເທົາທຸກໄດ້ຂື້ນລາຍງານການຈັດຕັ້ງການປະຕິບັດຊ່ວຍເຫຼືອປະຊາຊົນຜູ້ປະສົບໄພນ້ຳຖ້ວມ ໃນໄລຍະຜ່ານມາໂຄງ ການກອງທຶນສຸກເສີນຕອບພາຍໃຕ້ກອງທຶນໂຕ້ໄພພິບັດ (DREF) ຕໍ່ກອງປະຊຸມສະຫຼຸບແນະນຳການເຂົ້າເຖິງກອງທຶນສຸກເສີນ ແລະ ຖອດຖອນບົດຮຽນ ການຈັດຕັ້ງປະຕິບັດໂຄງການກອງທຶນສຸກເສີນຕອບໂຕ້ໄພພິບັດປີ 2022 ທີ່ຫ້ອງປະຊຸມສະພາປະຊາຊົນແຂວງ ຫຼວງພະບາງ ໃຫ້ຮູ້ວ່າ: ກອງທຶນ (DREF) ສ້າງຕັ້ງຂຶ້ນໃນປີ 1985 ໂດຍແມ່ນສະຫະພັນກາແດງຊິກວົງເດືອນແດງສາເປັນເຈົ້າຂອງ ເພື່ອເຮັດໜ້າທີ່ຊ່ວຍເຫຼຶອຜູ້ປະສົບໄພໃນທົ່ວໂລກ.

    ສຳລັບໃນປີ 2022 ທີ່ຜ່ານມາ ໄດ້ເກີດພະຍຸ ສປປ ລາວ ໄດ້ຜົນກະທົບຈາກພະຍຸຫລາຍເຊັ່ນ: ພະຍຸມູຫຼານ ມາອອນ ແລະ ໂນຣຸ ເຮັດໃຫ້ເກີດຄວາມເສຍຫາຍຕໍ່ຊີວິດ ຊັບສິນ ແລະ ເນື້ອທີ່ທຳການຜະລິດ ຂອງປະຊາຊົນ ພາຍໃນ 6 ແຂວງ 21 ເມືອງຂອງ ແຂວງຜົ້ງສາລີ ອຸດົມໄຊ ຫົວພັນ ໄຊຍະບູລີ ສາລະວັນ ແລະ ຈຳປາສັກ ທາງໂຄງການກອງທຶນສຸກເສີນຕອບໂຕ້ໄພພິບັດ (DREF) ໄດ້ໃຫ້ການຊ່ວຍເຫຼືອເຄື່ອງບັນເທົາທຸກ ເຄື່ອງໃຊ້ຄົວເຮືອນ ແລະ ເຄື່ອງສຸຂະອະນາໄມ ຈໍານວນ 3 ແຂວງ(ໄຊຍະບູລີ ສາລະວັນ ແລະ ຈໍາປາສັກ) ລວມມີ 11 ເມືອງ 59 ບ້ານ 2,280 ຄອບຄົວ,ຜູ້ໄດ້ຮັບຜົນປະໂຫຍດ 11.550 ຄົນ ເພດຍິງ 5,869 ຄົນ ສຳລັບແຂວງອຸດົມໄຊ ຜົ້ງສາລີ ແລະ ຫົວພັນ ໄດ້ຊ່ວຍເຫຼືອດ້ວຍການແຈກຢາຍເງິນສົດ 2.500.000 ກີບ ຕໍ່ຄອບຄົວ ລວມມີ 9 ເມືອງ 36 ບ້ານ 1.275 ຄອບຄົວ 6.917 ຄົນ ຍິງ 3.411 ຄົນ ນອກຈາກນັ້ນຍັງໄດ້ໃຫ້ຄວາມຮູ້ກ່ຽວກັບ ການປົກປ້ອງ ແລະ ສົ່ງເສີມການມີສ່ວນຮ່ວມ ຂອງກຸ່ມຄົນທີ່ມີຄວາມສ່ຽງຕໍ່ການຖືກໃຊ້ຄວາມຮຸນແຮງ ຈຳແນກ ຍ້ອນອາຍຸ ເພດ ຫຼື ຄວາມພິການໃນເວລາເກີດໄພພິບັດ ລວມການຊ່ວຍເຫຼືອໃນປີ 2022 ທັງໝົດ 6.403.387.580 ກີບ.

error: Content is protected !!